ໂຮງງານ ກັ່ນເຄືອແຫນ ຂອງຈີນເພື່ອນໍາໄປ ໃຊ້ຜລິດເປັນຢາ ໃນເຂດເມືອງນອງ ແຂວງສວັນນະເຂດ ປ່ອຍນໍ້າເສັຽ ລົງສູ່ ແມ່ນໍ້າເຊນອງ ເຮັດໃຫ້ປາຕາຍ ແລະ ປະຊາຊົນ ທີ່ອາສັຍໃນ ບໍຣິເວນນັ້ນ ໄດ້ຮັບຜົລກະທົບ ຈາກການໃຊ້ນໍ້າ.
ໂຮງງານດັ່ງກ່າວ ເຄີຍຂໍປຸກໂຮງງານ ນັ້ນໃສ່ພື້ນທີ່ ໃນເຂດຕົວເມືອງ ແຕ່ທາງການ ບໍ່ອະນຸຍາດ ຈຶ່ງໄດ້ຍ້າຍອອກ ໄປຢູ່ເຂດນອກ ເມືອງ ແຕ່ກໍຍັງ ສ້າງຄວາມ ເດືອດຮ້ອນ ໃຫ້ປະຊາຊົນ ຢູ່ໃນ ປັຈຸບັນນີ້. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງສວັນນະເຂດ:
"ດຽວນີ້ເຂົາໄປ ກັ່ນເຄືອແຫນ ບໍ່ຫຍັງຂອງຈີນ ລົງໃສ່ນໍ້າ ປາຕາຍ ຄົນເອງໃຊ້ນໍ້າ ມັນຈໍາກັດບ່ອນນັ້ນ ມັນໃກ້ບ້ານຄົນ ຄົນເບື່ອ ເບື່ອແລ້ວ ເປັນພິດເປັນຄັນ ບໍ່ຈັກເຂົາ ໄປເຮັດຫຍັງ ພວກຈີນ."
ໂຮງງານ ກັ່ນເຄືອແຫນ ໃນເຂດເມືອງນອງ ຊຶ່ງເປັນ ໂຮງງານຂນາດນ້ອຍ ທີ່ມີ ບໍຣິສັດໃຫຍ່ ຢູ່ປະເທດຈີນ ນັ້ນຕັ້ງຢູ່ຫ່າງ ຈາກເມືອງ ສວັນນະເຂດ ປະມານ 270ກິໂລແມັດ ເປັນບໍຣິເວນ ທີ່ມີຊາຍແດນ ຕິດກັບວຽດນາມ.
ປະຊາຊົນລາວ ໃນເຂດດັ່ງກ່າວ ປົກກະຕິແລ້ວ ຕ້ອງໄດ້ໃຊ້ນໍ້າ ຈາກ ແມ່ນໍ້າເຊນອງ ໃນຊີວິດ ປະຈໍາວັນ. ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງສວັນນະເຂດ ກ່າວຕໍ່ໄປວ່າ:
"ປຸກບໍ່ໄດ້ຮອດ ປີນຶ່ງດຽວນີ້ ແຕ່ກ່ອນຢາກເຮັດ ຢູ່ໃນແຂວງໃນ ເທສບານແຕ່ວ່າ ຫ້າມບໍ່ໃຫ້ເຮັດ ເຂົາເລີຍໄປລັກ ໄປເຮັດກັບເມືອງ ຢູ່ນອກພຸ້ນ ຢູ່ໄກໆແຂວງ ແຕ່ກໍມີຜົລ ສະທ້ອນໝົດແລ້ວ ທາງເມືອງເຂົາໃຫ້ ໄປເບີ່ງ ລົງໄປເບິ່ງ ເອົາຂໍ້ມູນຕ່າງໆ ກັບບໍຣິສັທ."
ກ່ຽວກັບ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ຕໍ່ປະຊາຊົນ ຈາກນໍ້າເສັຽທີ່ ທາງໂຮງງານ ກັ່ນເຄືອແຫນ ຂອງຈີນປ່ອຍລົງ ໃສ່ແມ່ນໍ້າເຊນອງ ນັ້ນຈະຮູ້ຂໍ້ມູນ ຈະແຈ້ງ ລະອຽດໃນອີກ ບໍ່ນານນີ້ ພາຍຫລັງ ພະນັກງານ ສີ່ງແວດລ້ອມ ລົງໄປສໍາຣວດ ກວດກາເຖິງທີ່ ຊຶ່ງຈະມີການ ແຈ້ງໃຫ້ທາງ ເຈົ້າຂອງໂຮງງານ ຊາບນໍາ.
ເມືອງນອງໃນແຂວງ ສວັນນະເຂດ ເປັນເມືອງທີ່ຕັ້ງ ຢູ່ເຂດຫ່າງໄກ ສອກຫລີກ ແລະທຸກຍາກ ປະຊາຊົນ ສ່ວນໃຫຍ່ ເປັນຊົນເຜົ່າ ເປັນເມືອງທີ່ຕິດ ກັບຊາຍແດນ ວຽດນາມ.