ອີກສີ່ໝູ່ບ້ານ ໄດ້ຮັບໄຟຟ້າ ຈາກເທີນຫີນບູນ
2009.07.10

ທາງການລາວ ຈະຮ່ວມກັບ ບໍຣິສັດ ເທີນຫີນບູນ Power ຂຍາຍຕາຂ່າຍໄຟຟ້າ ໄປສູ່ໝູ່ບ້ານ ໃນເຂດເມືອງຄໍາເກີດ ຊຶ່ງເປັນເຂດທີ່ ໄດ້ຮັບຜົລກະທົບ ຈາກໂຄງການ ພັທນາເຂື່ອນ ເທີນຫີນບູນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງ ບໍຣິຄໍາໄຊ:
“ປັດຈຸບັນນີ້ ກໍມີທີ່ວ່າ ຂຍາຍແບບ ທົດແທນ ໃຫ້ບ້ານທີ່ໄດ້ ຮັບຜົລກະທົບ ອ້ອມຢູ່ແປະໆ ໂຄງການເຂື່ອນຂອງ ເທີນຫີນບູນ ໃຫ້ທຶນພັທນາເຂດ ໝູ່ບ້ານ ບໍຣິເວນນັ້ນ ທີ່ວ່າສ້າງ ຣະບົບໄຟຟ້າ 22ກິໂລໂວນ ສ້າງໝໍ້ແປງໃຫ້.”
ໂຄງການກໍ່ສ້າງ ຕານ່າງໄຟຟ້າ ທີ່ມີມູນຄ່າ 538ພັນ 590ໂດລາ ສະຫະຣັດ ຈະມີຄວາມຍາວ ປະມານ 34.5ກິໂລແມັດ ມີການຕິດຕັ້ງ ໝໍ້ແປງໄຟ4ຈຸດ. ໝູ່ບ້ານທີ່ຈະ ໄດ້ຮັບການເຊື່ອມ ຕານ່າງໄຟຟ້າ ແລະ ຕິດຕັ້ງໝໍ້ແປງໄຟ ໄດ້ແກ່ບ້ານ ໜອງກອກ ບ້ານນາງອຍ ເຂດເມືອງຄໍາເກີດ ສ່ວນອີກ 2ໝໍ້ແປງໄຟນັ້ນ ຍັງບໍ່ສາມາດ ຣະບຸໄດ້ວ່າ ຈະນໍາໄປຕິດຕັ້ງ ຢູ່ໝູ່ບ້ານໃດ.
ການຈັດຕັ້ງດັ່ງກ່າວ ເປັນໄປຕາມຂໍ້ ຕົກລົງທີ່ ບໍຣິສັດ ເທີນຫີນບູນ ພາວເວີຣ ໄດ້ຕົກລົງທີ່ ຈະພັທນາແລະຊົດເຊີຍແກ່ ໝູ່ບ້ານທີ່ໄດ້ ຮັບຜົລກະທົບ ຈາກໂຄງການ ສ້າງເຂື່ອນ ເທີນຫີນບູນ ຊຶ່ງປັດຈຸບັນ ຍັງພັທນາບໍ່ທັນ ທົ່ວເຖິງເທື່ອ ແລະ ທາງບໍຣິສັດ ກໍຢູ່ໃນຣະຫວ່າງ ການກໍ່ສ້າງ ສ່ວນຂຍາຍ ທີ່ຢູ່ເໜືອບ້ານ ທ່າສາລາ ເມືອງ ຄໍາເກີດ ປະມານ 1ກິໂລແມັຕ.
ເຂື່ອນດັ່ງກ່າວ ຜລິຕໄຟຟ້າໄດ້ 60ແມັກກາວັດ ແລະ ກໍເປັນໂຄງການ ທີ່ມີຜົລກະທົບ ເຖິງປະຊາຊົນ ໃນ11ບ້ານ ຂອງເມືອງຄໍາເກີດ ທີ່ຈະຕ້ອງໂຍກຍ້າຍ ອອກຈາກພື້ນທີ່ ເຂດຈັດສັນ ໜອງຊົງ ສົບພວນ ແລະໂພນທອງ ຊຶ່ງທາງບໍຣິສັດ ກໍພວມພັທນາ ເພື່ອທີ່ຈະໂຍກຍ້າຍ ປະຊາຊົນ ອອກໄປໃຫ້ແລ້ວ ໃນປີ 2011.