ບາດກ້າວ ຈໍາກັດພາວະໂລກຮ້ອນ ຮ່ວມກັນ

ໂລກມະນຸດ ໄດ້ມີບາດກ້າວ ທີ່ສໍາຄັນ ສູ່ການຕົກລົງ ຈໍາກັດພາວະໂລກຮ້ອນ. ຕາມຄໍາເວົ້າຂອງ ປະທານາທິບໍດີ ສະຫະຣັດ ອະເມຣິກາ Barack Obama ຂນະທີ່ ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-moon ບອກວ່ານັ້ນຍັງ ບໍ່ພຽງພໍເທື່ອ.
ມະນີຈັນ
2009.07.10
F-Obama ITALY,L'Aquila:ສະມາຊິກຜູ້ຕາງໜ້າຈາກບັນດາ ປະເທດອາຝຣິກກາ(African countries)(ຊ້າຍ) ກຳລັງສົນທະນາກັບທ່ານBarack Obamaປະທານາທິບໍດີ ສະຫະຣັດອະເມຣິກາຫລັງຈາກເລີກກອງປະຊຸມ(G8) ໃນວັນທີ10ກໍຣະກະດາ2009
Photo: AFP

ຂ່າວຈາກເມືອງ L’Aquila ປະເທດ Itali ຣາຍງານ ໂດຍອ້າງອີງໃສ່ ຄໍາເວົ້າຂອງທ່ານ ບານກິມູນ ວ່ານັ້ນເປັນຄວາມ ຮັບຜິດຊອບທີ່ ສໍາຄັນຮີບດ່ວນ ແລະເປັນ ປະວັດການ ສໍາລັບອະນາຄົດ ຂອງມວນມະນຸດ ແລະອະນາຄົດ ຂອງໂລກມະນຸດ ນຳດ້ວຍ.

ກອງປະຊຸມ ບັນດາປະເທດ ທີ່ມີເສຖກິດ ໃຫຍ່ທີ່ ອິຕາລີ ໄດ້ເຫັນພ້ອມ ນໍາກັນວ່າ ຈະຈໍາກັດ ພາວະໂລກຮ້ອນ ລົງ2ອົງສາ Celcius ຫລື 3ຈຸດ6ອົງສາ Farenheight ຊຶ່ງເປັນສີ່ງທີ່ ບໍ່ຄິດວ່າ ຈະມີຂຶ້ນໄດ້ ເມື່ອ12ເດືອນກ່ອນ, ກ່ອນໜ້າ ທ່ານ Obama ຖືກເລືອກຕັ້ງເປັນ ປະທານາທິບໍດີ ສະຫະຣັດ ຊຶ່ງເປັນປະເທດ ທີ່ປ່ອຍ ປາກົດການ ເຮືອນແກ້ວ ຫລາຍທີ່ສຸດ ອັນດັບ 2ຂອງໂລກ.

ປະທານາທິບໍດີ ໂອບາມາ ຮັບຮູ້ວ່າ ບັນດາປະເທດ ກໍາລັງພັທນາ ຍັງຂັດຄ້ານ ມາຕການ ທີ່ເປັນຮູປທໍາ ນັ້ນຢູ່ແລະວ່າ:

"ມັນຈະມີ ຄວາມໝາຍສໍາຄັນ ຍີ່ງຖ້າພວກທ່ານ ທຸກຄົນ ຫາກສາມາດ ກະທໍາການຫລາຍ ກວ່າທີ່ຄາດ ຫວັງກັນໄວ້. ທ່ານໂອບາມາ ເວົ້າວ່າ ການຕໍ່ສູ້ທາງດ້ານ ການເມືອງຂອງທ່ານ ມີຄວາມຄືບໜ້າ ເລື້ອງບັນຫາ ພາວະໂລກຮ້ອນ."

ກຸ່ມ8ປະເທດ ຈະເຣີນອຸດສາຫະກັມ G8ບໍ່ສາມາດ ເກັ້ຽກ່ອມໃຫ້ ຈີນແລະອິນເດັຽ ຜູ້ປ່ອຍອາກາດເສັຽ ຣາຍໃຫຍ່ ອັນດັບນຶ່ງ ຂອງໂລກນັ້ນ ເຂົ້າຮ່ວມ ໃນການຜັກດັນ ໃຫ້ຕັດການປ່ອຍ ປາກົດການ ເຮືອນແກ້ວນັ້ນ ລົງ50ເປີເຊັນ ໃນປີ2050  ຊຶ່ງຈະເປັນ ອຸປະສັກໃນ ຄວາມພຍາຍາມ ຂອງສະຫະ ປະຊາຊາດ ເຮັດໃຫ້ ສົນທິສັນຍາ ສະບັບໃໝ່ ເກີດຂຶ້ນໄດ້ ໃນທ້າຍປີນີ້.

ໃນຂນະດຽວກັນ ອິນເດັຽເວົ້າວ່າ ບັນດາປະເທດ ກໍາລັງພັທນາ ປະສົງທີ່ຈະ ໃຫ້ກຸ່ມG8 ໃຫ້ການຊ່ວຍເຫລືອ ທາງການເງິນເພື່ອ ຮັບມືກັບໄພ ນໍ້າຖ້ວມ ອາກາດຮ້ອນ ອົບເອົ້າ ພະຍຸ ແລະການເພີ່ມຂຶ້ນ ຂອງ ຣະດັບນໍ້າທະເລ. ນອກນັ້ນກໍຢາກ ໃຫ້ບັນດາ ປະເທດຮັ່ງມີ ຕັດການປ່ອຍ ປາກົດການ ເຮືອນແກ້ວ ລົງຕື່ມອີກ ໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.