ຢາເສບຕິດ ຜິດກົດໝາຍ ທຳລາຍ ສຸຂພາບ
ບັນຫາ ຢາເສບຕິດ ເປັນໄພຂົ່ມຂູ່ຕໍ່ ສຸຂພາບ ຂອງປະຊາຊົນ ແລະຕໍ່ຄວາມໝັ້ນຄົງ ຂອງສັງຄົມ ດັ່ງນັ້ນ ບັນດາປະເທດ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ໃນທົ່ວໂລກຈຶ່ງ ພ້ອມພາກັນ ເອົາໃຈໃສ່ແກ້ໄຂ. ຢູ່ ສປປລາວ ກໍມີຄວາມ ພຍາຍາມ ແລະໃຊ້ ມາຕການສະກັດກັ້ນ ປາບປາມ ແຕ່ກໍຍັງເຫັນວ່າ ມີການລັກລອບ ຜລິດຄ້າຂາຍ ແລະຊົມໃຊ້ ຢາເສບຕິດ ຢ່າງຫລວງຫລາຍ ແລະມີທ່າອ່ຽງ ເພີ່ມຂື້ນ. ຈຳປາທອງ ມີບົດລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ.