ໂຈະ ສັມປະທານ ທີ່ດິນ ປູກຢາງພາຣາ
2009.07.10

ໂຄງການປູກ ຢາງພາຣາ ໄດ້ສົ່ງຜົລກະທົບ ໃສ່ພື້ນທີ່ດິນ ທໍາມາຫາກິນ ຂອງປະຊາຊົນ ໃນຫລາຍເຂດແຂວງ ຂອງລາວ ເຮັດໃຫ້ຣັຖບານ ຕ້ອງໄດ້ທົບທວນ ກ່ຽວກັບການ ຈັດສັນທີ່ດິນ ໃນເຂດແຂວງຕ່າງໆ ແລະໂຈະການຂຍາຍ ພື້ນທີ່ ສັມປະທານ ສໍາລັບໂຄງການ ປູກຢາງພາລາ ໃນແຂວງ ສາຣະວັນ.
ພ້ອມດຽວກັນ ທາງການກໍຢູ່ ໃນຣະຫວ່າງການ ປະເມີນຜົນວ່າ ໂຄງການປູກ ຢາງພາຣາ ຈະສາມາດສ້າງ ຜົນປະໂຫຍດ ທີ່ຄຸ້ມຄ່າໄດ້ ຫລືບໍ່. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງສາຣະວັນ:
“ຄືຕອນນີ້ ຣັຖບານ ຈໍານວນເນື້ອທີ່ໃຫຍ່ ເພິ່ນໃຫ້ຢຸດ ເຮັດເປັນເອກກະສານ ມາສັ່ງຢຸດ ສົມມຸດວ່າ ມີບໍຣິສັດ ມາສເນີຫລືວ່າ ຢາກສັມປະທານ ທີ່ດິນ ຫຍັງຕ່າງໆ ເນາະ ເພິ່ນໃຫ້ຢຸດ ຊົ່ວຄາວກ່ອນ ປະເມີນເນື້ອທີ່ ທີ່ວ່າມີຜົລກະທົບຈາກ ປະຊາຊົນນັ້ນ.”
ໂຄງການປູກ ຢາງພາຣາ ໃນແຂວງສາຣະວັນ ໄດ້ເລີ້ມມາ 6ປີແລ້ວ ຂໍ້ມູນປີທີ່ ຜ່ານມາບອກວ່າ ແຂວງສາຣະວັນ ມີພື້ນທີ່ປູກ ຢາງພາຣາ ຫລາຍກວ່າ 3ພັນເອັກຕາຣ ໃນເຂດເມືອງ ເລົາງາມ ເມືອງສາຣະວັນ ເມືອງວາປີ ເມືອງໂຄງເຊໂດນ ແລະເມືອງລະຄອນເພັງ.
ໃນນັ້ນສ່ວນໃຫຍ່ ເປັນການລົງທຶນ ຈາກປະເທດ ວຽດນາມແລະໄທ ຮວມແລ້ວປະມານ 10ບໍຣິສັດ. ບັນຫາໃນແຂວງ ສາຣະວັນ ນີ້ເກີດຂຶ້ນຍອ້ນ ຄວາມຕ້ອງການ ເນື້ອທີ່ດິນ ເພິ່ມຂຶ້ນຂອງ ບໍຣິສັດ ລົງທຶນແລະ ສົ່ງຜົລກະທົບ ໃສ່ທີ່ດິນ ທໍາມາຫາກິນ ຂອງຊາວບ້ານ.
ຈາກບັນຫາ ທີ່ເກີດຂຶ້ນນັ້ນ ຣັຖບານ ຂນະນີ້ຢູ່ ຣະຫວ່າງ ການສໍາຣວດ ພື້ນທີ່ຄືນໃໝ່ ທັງໝົດ ເພື່ອໃຫ້ມີ ຄວາມຈະແຈ້ງ ໃນການຈັດສັນ ທີ່ດິນ ແຕ່ລະປະເພດ ເຊັ່ນ:ທີ່ດິນ ເພື່ອການ ກະສິກັມ ທີ່ດິນເພື່ອການ ພັທນາ ທີ່ດິນເພື່ອການ ອະນຸຮັກ. ພ້ອມດຽວກັນ ແຂວງສາຣະວັນ ກໍຢູ່ໃນຊ່ວງ ປະເມີນ ຜົລໄດ້ຜົລເສັຽ ເພື່ອໃຫ້ແນ່ໃຈວ່າ ຈະສນັບສນູນ ໂຄງການເຫລົ່ານັ້ນ ຕໍ່ໄປຫລືບໍ່. ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ ແຂວງສາຣະວັນ ກ່າວຕໍ່ໄປວ່າ:
“ຣະຍະນີ້ກໍ ຣະຍະທົບທວນ ວ່າໄດ້ຮັບຮອງ ຢ່າງນີ້ ບັນຫາຄືວ່າ ມັນມີແລ້ວນີ້ ຢາງທີ່ມັນ ຈະຂີດອອກ ຈາກຕົ້ນມັນໄດ້ ມາຕຖານບໍ່ ຖ້າວ່າບໍ່ໄດ້ ມັນຈໍາເປັນບໍ່ ທີ່ຈະໃຫ້ຂະເຈົ້າ ປູກຕໍ່ໄປອີກ ຖ້າວ່າມັນໄດ້ນີ້ ກໍແລ້ວ ເຮົາສິຄວນເລືອກເນື້ອທີ່ ຢູ່ສ່ວນໃດອີກ.”
ຂນະດຽວກັນ ທ່ານກໍກ່າວເຖິງ ເລື້ອງປະຊາຊົນ ເປັນແຮງງານໃນ ສວນຢາງພາຣາ ທີ່ໄດ້ຮັບຜົນ ຕອບແທນ ຂ້ອນຂ້າງຕໍ່າເມື່ອ ປຽບທຽບໃສ່ການ ປູກພືດ ກະສິກັມ ຂາຍເປັນຂອງ ຕົນເອງ. ແລະເລື້ອງຣາຄາ ຂອງຢາງພາຣາ ໃນຕລາດທີ່ມີ ການຂຶ້ນການລົງ ຂນະນີ້ກໍມີ ບໍຣິສັດ ຈາກຈີນເຂົ້າມາ ເຊັນສັນຍາເປັນ ຜູ້ຮັບຊື້ແລ້ວ.