ຂຸດຄົ້ນແຮ່ທາດ ສີ່ງເສຕເຫລືອ ລົງສູ່ ແຫລ່ງນໍ້າ
2009.07.09
ສະມາຊິກ ສະພາແຫ່ງຊາດ ແຂວງຄໍາມ່ວນ ຮຽກຮ້ອງ ໃຫ້ຣັຖບານ ແກ້ໃຂບັນຫາ ການຂຸດຄົ້ນ ແຮ່ກົ່ວ ໃນບໍຣິເວນ ບໍ່ໂພນຕິ້ວ ຊຶ່ງປະຊາຊົນ ຮ້ອງຮຽນມາວ່າ ໄດ້ປ່ອຍ ສີ່ງເສຕເຫລືອ ເປິະເປື້ອນລົງສູ່ ແຫລ່ງນໍ້າ ທັມຊາດມາເປັນ ເວລາຍາວນານ. ອັນເຮັດໃຫ້ພວກ ເຂົາເຈົ້າບໍ່ສາມາດ ນໍາໄຊ້ນໍ້າແລະ ຫາຢູ່ຫາກິນ ໃນເຂດນັ້ນຄື ແຕ່ກ່ອນ. ທ່ານ ອິນທະຫວາ ມູນດາຣາ ກ່າວຕໍ່ກອງ ປະຊຸມສະພາ ໃນຕອນນຶ່ງວ່າ:
“ສເນີໃຫ້ແກ້ ບ່ອນວ່າ ສິ່ງເສດເຫລືອ ຈາກການລ້າງກັ່ນ ແຮ່ແກ້ວແຮ່ກົ່ວ ມັນມີຕົມນີ້ ໄຫລລົງໄປໃສ່ ອ່າງນໍ້າປາກແທນ ຖືວ່າເໝືອນກ່ອນ ຂະເຈົ້າໃຊ້ນໍ້າ ແບບ ສະດວກສບາຍ ມີຄວາມໃສ ມາບາດນີ້ ມັນຂຸ່ນ ໃຊ້ບໍ່ໄດ້ ເຮົາຈະແກ້ວິທີໃດ ຂໍໃຫ້ທາງ ຣັຖບານ ພີ້ຊ່ວຍລົງ ໄປແກ້ໃຂຕື່ມ.”
ສີ່ງເສດເຫລືອ ເປິະເປື້ອນ ຈາກການຂຸດຄົ້ນ ແຮ່ກວ່າດີບຸກ ໃນເຂດເມືອງ ຫີນບູນ ຊຶ່ງມີບໍຣິສັດ ເອກກະຊົນ 8ແຫ່ງທໍາການ ຂຸດຄົ້ນນັ້ນ ມີມານານແລ້ວ ແລະ ປະຊາຊົນ ກໍໄດ້ຮ້ອງຮຽນ ມາຕລອດລະຍະ 3ປີແລ້ວ ແຕ່ບໍ່ປາກົດ ວ່າທາງພາກສ່ວນ ກ່ຽວຂ້ອງໃດໆ ໄປແກ້ໃຂ ບັນຫາໃຫ້ເລີຍ. ສະພາບນໍ້າເປື້ອນ ຍັງພົບເຫັນໄດ້ ທົ່ວໄປໃນແມ່ນໍ້າ ປາກແທ່ນ ແລະນໍ້າຫີນບູນ ຊຶ່ງປະຊາຊົນ ເດືອດຮ້ອນຫລາຍ ບໍ່ກ້າໃຊ້ນໍ້າ ຍ້ອນຢ້ານມີ ສານພິດ ຫລືທາດເບື່ອ ທີ່ເປັນອັນຕຣາຍ ເຈືອປົນຢູ່. ທ່ານ ສຸຣິວົງ ດາຣາວົງ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ໄດ້ເຜີຍວ່າ ການກວດສະພາບ ຕົວຈິງພົບວ່າ ເກີດກໍຣະນີ ນັ້ນແທ້ ແລະທາງການກໍໄດ້ ມີຄໍາສັ່ງໃຫ້ ແກ້ໃຂ ຂນະດຽວກັນທ່ານ ກໍໃຫ້ການ ຢືນຢັນວ່າ:
“ໃນລະຍະ ຫລັງນີ້ ພວກຂ້າພະເຈົ້າ ໄດ້ບັງຄັບໃຫ້ ທຸກບໍຣິສັດ ທີ່ຂຸດຄົ້ນນັ້ນ ຕ້ອງເຮັດອ່າງນອນ ນໍ້າຈັ່ງຄ່ອຍປ່ອຍ ລົງມາຫ້ວຍນໍ້າ ປາກແທ່ນ ແລະບາດນີ້ ຂ້າພະເຈົ້າ ຂໍຢືນຢັນອີກ ເທື່ອນຶ່ງວ່າ ຮອດດຽວນີ້ ການຂຸດຄົ້ນກົ່ວ ບໍ່ໄດ້ໃຊ້ວິທີ ເອົາເຄມີໃສ່ ໝາຍຄວາມວ່າ ຂີ້ຕົມທີ່ໄຫລລົງນໍ້າ ປາກແທ່ນຫັ້ນ ຍັງບໍ່ທັນມີ ສ່ວນທີ່ມີເຄມີ ທີ່ເປັນທາດເບື່ອ.”
ສະພາບສານພິດ ເຈືອປົນຈາກການ ຂຸດຄົ້ນບໍ່ແຮ່ ແລະການພັທນາ ອຸດສາຫະກັມ ໄດ້ມີຂຶ້ນຢ່າງຫລວງ ຫລາຍໃນທົ່ວ ປະເທດລາວ ຊຶ່ງກໍຖືເປັນ ບັນຫາສໍາຄັນ ອັນນຶ່ງທີ່ມີ ການຍົກຂຶ້ນມາ ເວົ້າກັນໃນກອງ ປະຊຸມ ສະພາແຫ່ງຊາດ ເພື່ອຫາທາງ ແກ້ໃຂ ໂດຍບໍ່ໃຫ້ເກີດ ຜົນສະທ້ອນຕໍ່ ຊີວິດ ຂອງປະຊາຊົນ ໃນເຂດຊົນນະບົດ ຂອງລາວ ແລະເພື່ອໃຫ້ ປະຊາຊົນ ໄດ້ຊົມໃຊ້ ແຫລ່ງນໍ້າທັມຊາດ ຢູ່ຕໍ່ໄປ.