ສປຈີນ ຄວນແກ້ໄຂ ບັນຫາ ໃນແຂວງຊີນຈ໋ຽງ

ອົງກາຣປົກປ້ອງ ສິທທິມະນຸສຍະຊົນ ວ່າ ທາງກາຣ ສປຈີນ ຄວນທີ່ຈະແກ້ໄຂ ບັນຫາຄວາມຄັດແຍ່ງ ເຄັ່ງຕືງ ໃນແຂວງຊີນຈ໋ຽງ ທາງພາຄ ຕາເວັນຕົກ ຂອງຈີນ.
ຫວາດ ສີມູນ
2009.07.09
F-Tank ທາງການສປຈີນສັ່ງກຳລັງເຈົ້າໜ້າທີ່ຕຣຽມພ້ອມ
Photo: RFA

 ສປຈີນ ຄວນທີ່ຈະຍອມ ຮັບເອົາຂໍ້ຮຽກຮ້ອງ ຂອງຊົນເຜົ່າ ຊາວວີເກີຣ໌ ໄປພິຈາຣະນາ ໂດຽສະເພາະ ຫລັງຈາກເຫຕກາຣ ຈະລາຈົນ ທີ່ກຸ່ມປະທ້ວງ ປະທະ ກັບເຈົ້າໜ້າທີ່ ແຕ່ມື້ວັນອາທີດ ທີ່5 ກໍຣະກະດາ ນີ້. ເຖີງຂັ້ນມີ ຜູ້ເສັຽຊີວີຕ ໄປຍ້ອນບໍ່ຕໍ່າກວ່າ 156ຄົນ ແລະໄດ້ຮັບບາດເຈັບ 800ກວ່າຄົນ ແລ້ວນັ້ນ.

ຍານາງ Sophie Richardson ຜູ້ອຳນວຍກາຣ ຫ້ອງກາຣປົກປ້ອງ ສິທທິມະນຸສ ປະຈຳເຂຕເອເຊັຽ ວ່າ ຕລອດຣະຍະ ຜ່ານມາ ທາງກາຣຈີນ ບໍ່ເຄີຽຮັບ ສາຣະພາບ ວ່າມີກາຣລະເມີດ ສິທທິມະນຸສ ໃນຈີນ ແຕ່ຢ່າງໃດ ພ້ອມຍັງກ່າວຫາ ວ່າຕົ້ນເຫຕຂອງ ກາຣປະທ້ວງ ທີ່ເກີດຂື້ນ ໃນແຂວງຊີນຈ໋ຽງ ແມ່ນເກີດຈາກກາຣ ຍຸແຍ່ຈາກພາຍ ນອກ ຊື່ງແມ່ນນາງ Rebiya Kadeer ຜູ້ນຳຊົນເຜົ່າ ຊາວວີເກີຣ໌ ທີ່ອາສັຍຢູ່ ຕ່າງປະເທສ ເປັນຜູ້ໃຫ້ກາຣ ສນັບສນູນ ເພື່ອຫວັງ ແບ່ງແຍກດິນແດນ.

ຢ່າງໃດກໍຕາມ ເຫຕກາຣຄວາມບໍ່ ສງົບດັ່ງກ່າວ ເຮັດໃຫ້ທ່ານ Hu Jintao ປະທານປະເທສ ສປຈີນ ຕັດສິນໃຈກັບຄືນ ກຸງປັກກີ່ງ ຢ່າງກະທັນຫັນ ໃນມື້ວັນອັງຄານ ຜ່ານມາ ກ່ອນກາຣເປີດ ກອງປະຊຸມສຸດຍອດ ຂອງກຸ່ມບັນດາ ປະເທສທີ່ເຈຣີນ ທາງອຸຕສາຫະກັມ ຫລືກຸ່ມ G8 ທີ່ອີຕາລີ ຮັບເປັນເຈົ້າພາບ ຈັດຂື້ນໃນວັນທີ່ 8-10 ກໍຣະກະດາ ນີ້ນັ້ນ.

ໃນຂນະດຽວກັນນີ້ ທາງອົງກາຣ ປົກປ້ອງ ສິທທິມະນຸສ ກໍໄດ້ຮຽກທວງ ໃຫ້ທາງກາຣຈີນ ຍອມຮັບວ່າມີບັນຫາ ກາຣລະເມີດສິທທິ ແລະກາຣຂາດ ປະຊາທິປະໄຕ ໃນເຂຕ ແຂວງຊີນຈ໋ຽງ ທີ່ມີ ປະຊາກອນ ຊາວວີເກີຣ໌ກວ່າ 8ລ້ານຄົນ ອາສັຍຢູ່ນັ້ນ ໂດຽໃຫ້ມີກາຣ ພິຈາຣະນາ ແກ້ໄຂໂດຽສັນຕິ ແທນທີ່ຈະສົ່ງ ກຳລັງເຈົ້າໜ້າທີ່ ເຂົ້າ ປາບປາມ ທີ່ອາຈຈະເກີດ ມີກາຣປະທ້ວງ ຄັ້ງໃຫຍ່ຕື່ມອີກ ດັ່ງທີ່ເກີດຂື້ນ ຢູ່ແຄວ້ນທີເບຕ ໃນເດືອນ ມີນາ 2008 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.