ເຣື້ອງທີ່ເກັບບັນທຶກໄວ້
2010-06-16
ເຈົ້າໜ້າທີ່ ອາວຸໂສ ທາງການລາວ ຖແລງວ່າ ບໍ່ຫວງຫ້າມ ຊາວມົ້ງລາວ ທີ່ຢາກໄປ ຕັ້ງຖິ່ນຖານ ຢູ່ຕ່າງປະເທດ ພຽງແຕ່ເຮັດໃຫ້ ຖືກຕ້ອງຕາມ ກົດໝາຍບ້ານເມືອງ. ວຽງໄຊ ມີລາຍງານ ຈາກນະຄອນຫຼວງ ວຽງຈັນ.
2010-06-16
ຫ້ອງການ ສະພາບແວດລ້ອມ ແຂວງຈໍາປາສັກ ວ່າ ການຂຸດຄົ້ນ ແຮ່ທາດ bauxite ອາຈມີຜົລ ກະທົບຕໍ່ ສະພາບຂອງດິນ.
2010-06-16
ກາຣພິຈາຣະນາ ຄະດີທີ່ດິນ ຍັງມີບັນຫາ ເພາະຂາດ ຫລັກຖານຂໍ້ມູລ ແລະເຈົ້າໜ້າທີ່ ກໍບໍ່ປະຕິບັຕ ວຽກງານ ຕາມຂັ້ນຕອນ.
2010-06-15
ເຊີນທ່ານຟັງ ບົດສັມພາດ ຂອງທ່ານ Dr. ຄຳພາ ສີດາວົງ ກ່ຽວກັບການ ຮອບຮ່ວມຂຽນ ”ວັຈນານຸກົມ ລາວລ້ານຊ້າງ” ຊຸດທໍາອິດ ທີ່ໄດ້ຈັດທີມ ເຜີຍແຜ່ ສິບພັນຫົວ ໃນປີ 2005 ນັ້ນ ມາຮອດ ປັຈຈຸບັນນີ້ ມີຜູ້ຊົມໃຊ້ ຢ່າງຫລວງຫລາຍ. ສເນີ ແລະສໍາພາດ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-15
ລາຍງານ ປະຈໍາປີ 2010 ຂອງກະຊວງ ການຕ່າງປະເທດ ສະຫະຣັດ ອະເມຣິກາ ກ່ຽວກັບການ ຄ້າມະນຸດ ໃນທົ່ວໂລກ ຊຶ່ງໃນນັ້ນ ຮວມທັງ ສປປລາວ ຖືກເຜີຍແຜ່ ໃນວັນ ທີ 14 ມິຖຸນາ 2010. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ.
2010-06-15
ຮອງປະທານ ປະເທດຈີນ ທ່ານ ສີຈິນຜິງ ມີກໍານົດ ທີ່ຈະເດີນທາງ ມາຢ້ຽມຢາມ ສປປລາວ ໃນມື້ວັນ ອັງຄານ ທີ 15 ມິຖຸນາ 2010 ເປັນເວລາ ສອງມື້.
2010-06-15
ຊາວບ້ານກວ້ານ ຢູ່ໃນເຂດ ພັທນາການ ທ່ອງທ່ຽວ ແຂວງບໍ່ແກ້ວ ຫລືມັກເອີ້ນ ກັນວ່າເຂດ ກາຊີໂນ ກໍາລັງປະສົບ ກັບບັນຫາ ພື້ນທີ່ ທໍາມາຫາກິນ ຖືກ ບໍຣິສັດ ສັມປະທານ ດອກງີ້ວຄໍາ ຂອງຈີນ ຍາດຊີງເອົາໄປ ເປັນເຂດພັທນາ ຂອງເຂົາເຈົ້າ.
2010-06-15
ສປປລາວ ເປັນຕົ້ນທາງ ເປັນທາງຜ່ານ ແລະ ເປັນທັງປາຍທາງ ຂອງການ ຄ້າມະນຸດ.
2010-06-15
ຕົ້ນໄມ້ປູກໃໝ່ ໃນລາວ ປະມານ 30 ສ່ວນຮ້ອຍ ສ່ຽງຕໍ່ ການສູນເສັຽ ຍ້ອນຂາດ ການບໍາຣຸງ ຮັກສາ ຊຶ່ງສ່ວນນຶ່ງ ກໍກ່ຽວກັບ ງົບປະມານ.
2010-06-15
ອັຍກາຣສາລ ສປປລາວ ເວົ້າວ່າ ພນັກງານ ໃນຣະບົບ ສາລປະຊາຊົນ ຍັງມີ ປະສົພກາຣ ໜ້ອຍ ທີ່ຄວນຈະໄດ້ ຮັບກາຣ ປັບປຸງ ໃຫ້ດີຂຶ້ນ.
2010-06-15
ຣັຖມົນຕຣີ ຊ່ວຍວ່າການ ຕ່າງປະເທດ ສະຫະຣັຖ ຝ່າຍປະຊາກອນ ແລະຜູ້ອົພຍົບ ໄປຢ້ຽມຢາມ ຊາວມົ້ງລາວ ທີ່ບ້ານໂພນຄໍາ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ. -ວຽງໄຊ ມີຣາຍງານ ຈາກນະຄອນ ຫຼວງວຽງຈັນ.
2010-06-14
ປະຊາຊົນໃນ 4 ເມືອງຢູ່ແຂວງ ຫລວງນໍ້າທາ ກັບມາປູກ ຝິ່ນຄືນໃໝ່ ຫລາຍກວ່າ 100 ເຮັກຕາ.
2010-06-14
ສະມາຊິກ ສະພາຕໍ່າ ສະຫະຣັຖ ແລະເອກ ອັຄຣາຊທູດ ສະຫະຣັຖ ປະຈໍາລາວ ຮຽກຮ້ອງໃຫ້ ຣັຖບານລາວ ເປີດຮັບເອົາ ການຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອຊ່ວຍຍົກ ຣະດັບ ຊີວິດການ ເປັນຢູ່ຂອງ ຊາວເຜົ່າມົ້ງ ທີ່ຖືກສົ່ງ ກັບຄືນຈາກໄທ ເມື່ອທ້າຍປີ ກາຍນັ້ນ ໃຫ້ດີຂື້ນ.
2010-06-14
ຣາຍການ ໝໍລໍາລາວ ປະຈໍາສັປດາ ຈັດສເນີທ່ານ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-14
ເຊີນທ່ານຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາ ສັປດາ ຕອນທີ 44. ໃນມື້ນີ້ ຈະໄດ້ເລົ່າ ເຖິງການກັ່ນແກ້ງ ຂອງທະຫານ ວຽດນາມ ທີ່ຊາຍແດນ ”ລາວບາວ” ຕໍ່ພວກນັກໂທດ ສັມມະນາກອນ ກອງຣ້ອຍ ທີ່ນຶ່ງ. ສເນີໂດຍ: ໂມທະນາ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"