ແຂວງຫລວງນໍ້າທາ ກັບມາປູກຝິ່ນ
2010.06.14
ທ່ານ ໜານສີສຸພັນ ຈັນຕະປະເສີດ ຫົວໜ້າຫ້ອງການ ກວດກາ ແລະຄວບຄຸມ ຢາເສບຕິດ ແຂວງຫລວງນ້ຳທາ ເປີດເຜີຍວ່າ ຫລັງຈາກທີ່ທາງ ແຂວງຫລວງນ້ຳທາ ໄດ້ປະກາດຫ້າມປາມ ການປູກຝິ່ນ ມາແຕ່ປີ 2004, ຕົກມາຮອດປີ 2009-2010 ເຈົ້າໜ້າທີ່ຫ້ອງ ການກວດກາ ແລະຄວບຄຸມ ຢາເສບຕິດ ປະຈຳແຂວງ ພົບວ່າ ປະຊາຊົນ ຈຳນວນນຶ່ງ ຢູ່ໃນເຂດຫ່າງໄກ ສອກຫລີກ ໄດ້ພາກັນກັບຄືນ ມາປູກຢາຝິ່ນ ໃໝ່ອີກ ໂດຍມີຈຳນວນ ທີ່ໜ້າເປັນຫ່ວງ.
ໃນເຂດທີ່ມີການ ປູກຝິ່ນກໍຄື ເມືອງສິງ ເມືອງລອງ ເມືອງວຽງພູຄາ ແລະເມືອງຫລວງນ້ຳທາ ຊຶ່ງມີພື້ນທີ່ ກວ້າງກວ່າ 100 ເຮັກຕາ. ນອກຈາກນີ້ ເຈົ້າໜ້າທີ່ ຍັງກວດ ພົບວ່າ ມີຄົນຕິດຝິ່ນ ຈຳນວນຫລາຍຂື້ນ ຄືນອີກດ້ວຍ. ສະເພາະໃນເຂດ 5 ໝູ່ບ້ານ ຢູ່ເມືອງຫລວງນ້ຳທາ ກໍມີຄົນຕິດຝິ່ນ ຫລາຍກວ່າ 1,700 ຄົນ ແລະ ມີພື້ນທີ່ປູກຢາຝິ່ນ ຮອດ 52 ເຮັກຕາ ຊຶ່ງຫລາຍກວ່າ ເຄິ່ງນຶ່ງ ຂອງພື້ນທີ່ປູກ ທັງໝົດພາຍ ໃນແຂວງ.
ທ່ານ ໜານສີສຸພັນ ເວົ້າຕໍ່ໄປວ່າ ຕໍ່ສະພາບ ທີ່ເປັນອັນຕະລາຍ ດັ່ງກ່າວ ກຳລັງເຈົ້າໜ້າທີ່ ກໍໄດ້ພຍາຍາມ ສະກັດກັ້ນແລະ ທຳລາຍຝິ່ນ ໂດຍໃຊ້ຫລາຍ ວິທີການ ແຕ່ກໍຍັງມີການ ລັກປູກຝິ່ນຢູ່ ຕໍ່ໄປ. ຊຶ່ງທ່ານໄດ້ ໃຫ້ເຫດຜົນວ່າ ຍ້ອນບໍ່ມີວຽກ ເຮັດງານທຳທີ່ ຍືນຍົງ ແລະ ອາຊີບດັ່ງກ່າວ ກໍໄດ້ ຕິດພັນກັບການ ເປັນຢູ່ຂອງຊາວ ຊົນນະບົດ ພູດອຍມາເປັນ ເວລາດົນນານ ແລະ ບໍ່ມີອາຊີບໃໝ່ ເຂົ້າມາທົດແທນ.
ນັກວິຊາການ ຫລາຍຄົນ ກໍກ່າວວ່າ ປະຊາຊົນ ໃນເຂດເມືອງນີ້ ຍັງບໍ່ໄດ້ຮັບ ການຊ່ວຍເຫລືອ ຢ່າງແທ້ຈິງຈາກ ອຳນາດປົກຄອງ ທ້ອງຖິ່ນ ໃນການຈັດຫາ ພື້ນທີ່ການ ຜລິດທີ່ໝັ້ນຄົງ ເພື່ອໃຫ້ມີລາຍຮັບ ທີ່ຍືນຍົງ ແລະ ເປັນປົກກະຕິ.
ພ້ອມດຽວກັນນີ້ ການເອົາມາຕການ ກັບຜູ້ລັກລອບ ປູກຫລືເສບຢາຝິ່ນ ຍັງບໍ່ເຂັ້ມງວດ ເທົ່າທີ່ຄວນ ແລະການເຜີຍແຜ່ ໂຄສະນາ ລະບຽບກົດໝາຍ ກໍຍັງບໍ່ທົ່ວເຖິງ ເພື່ອໃຫ້ ປະຊາຊົນເຂົ້າໃຈ ເພື່ອຈະໄດ້ ປະຕິບັດຕາມ ຢ່າງມີໝາກຜົນ.