ລາຍງານການຄ້າມະນຸດ ປະຈໍາປີ 2010
2010.06.15
ກະຊວງການ ຕ່າງປະເທດ ສະຫະຣັດ ອາເມຣິກາ ລາຍງານ ປະຈຳປີ 2010 ກ່ຽວກັບ ການຄ້າມະນຸດ ຢູ່ປະເທດຕ່າງໆ ໃນທົ່ວໂລກ ຊຶ່ງໃນນັ້ນຮວມ ທັງຢູ່ ສປປລ.
ໃນການປະກາດ ເປີດລາຍງານ ກ່ຽວກັບ ການຄ້າມະນຸດ ຢູ່ກະຊວງການ ຕ່າງປະເທດ ສະຫະຣັດ ທີ່ກຸງວໍຊິງຕັນ D.C. ໃນຕອນເຊົ້າຂອງ ວັນທີ 14 ມິຖຸນາ ນີ້ ມາດາມ Hillary Clinton ກ່າວໃນບາງຕອນວ່າ:
"ມື້ນີ້ ພວກເຮົາເຜີຍແຜ່ ລາຍງານກ່ຽວກັບ ການຄ້າມະນຸດ ເປັນປີທີ 10. ຂ້າພະເຈົ້າ ຈື່ໄດ້ດີ ໃນຕອນນັ້ນ ເວລາເລີ້ມຕົ້ນຣາຍງານ ບັນຫານີ້ ຍ້ອນວ່າພວກເຮົາ ມີຈຸດປະສົງ ຢາກບັນທຶກເລື້ອງລາວ ຄວາມບໍ່ຍຸຕິທັມ ກ່ຽວກັບການເປັນ ຂ້າທາດແຫ່ງຍຸກ ສະໄໝ. ພວກເຮົາປະສົງ ທີ່ຈະເລົ່າເລື້ອງລາວ ຊຶ່ງເກີດຂຶ້ນກັບ ແມ່ຍິງ ຜູ້ຊາຍ ກັບເດັກນ້ອຍຜູ້ຊາຍ ແລະ ເດັກນ້ອຍແມ່ຍິງ ທີ່ຖືກກັກຕົວ ໄວ້ເປັນຂ້າທາດ ເປັນຜູ້ບໍຣິການ ທາງເພດ ໃນທົ່ວໂລກ ແລະໃນເທື່ອນີ້ ຖືເປັນເທື່ອທຳອິດ ທີ່ພວກເຮົາອອກ ລາຍງານກ່ຽວກັບ ສະຫະຣັດ ຍ້ອນພວກເຮົາ ເຊື່ອວ່າເປັນ ສິ່ງສຳຄັນຍິ່ງ ໃນການເນັ້ນເຖິງ ຊີວິດໃນດ້ານນີ້ ຂອງພວກທ່ານ.
ໃນລາຍງານ ດັ່ງກ່າວ ມີການຕີຣາຄາ ແລະ ໃຫ້ຄຳແນະນຳ ຢ່າງເລິກເຊິ່ງ ສຳລັບ 177 ປະເທດ ໃນທົ່ວໂລກ. ໃນນັ້ນ ຈຳນວນນຶ່ງມີ ຄວາມຄືບໜ້າ ຢ່າງໃຫຍ່ຫລວງ ໃນການກ້າວສູ່ ການລົບລ້າງການ ຄ້າມະນຸດ ຂນະທີ່ມີ ປະເທດອື່ນໆ ດຳເນີນການໜ້ອຍ ເຕັມທີ່ ໃນການກຳຈັດ ການຄ້າມະນຸດ".
ກ່ຽວກັບ ສະພາບການ ຄ້າມະນຸດ ຢູ່ລາວ ກະຊວງການ ຕ່າງປະເທດ ສະຫະຣັດ ລາຍງານວ່າ ລາວເປັນທັງປະເທດ ຕົ້ນທາງ ທາງຜ່ານ ແລະ ປາຍທາງຂອງ ແມ່ຍິງ ແລະຍິງສາວ ຜູ້ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ໂດຍສະເພາະ ຢ່າງຍິ່ງ ຖືກບັງຄັບໃຫ້ ເປັນແມ່ຈ້າງ ນາງເລງ ຜູ້ຊາຍ ແມ່ຍິງ ແລະເດັກນ້ອຍລາວ ຖືກບັງຄັບ ໃຫ້ອອກແຮງງານ ຢູ່ຕາມ ໂຮງຈັກໂຮງງານ ຢູ່ຕາມບ້ານເຮືອນ ແລະໃນ ອຸດສາຫະກັມ ການປະມົງ. ພວກເຂົາເຈົ້າຖືກ ບັງຄັບໃຫ້ອອກ ແຮງງານໜັກ ຢູ່ປະເທດໄທ. ຊາວລາວຈຳນວນ ຫລວງຫລາຍ ເປັນຕົ້ນແມ່ນແມ່ຍິງ ໄດ້ຈ່າຍເງິນໃຫ້ ນາຍໜ້າ ເປັນຄ່າທຳນຽມ ເພື່ອທີ່ວ່າຈະ ໄດ້ວຽກເຮັດງານທຳ ຢູ່ປະເທດໄທ ໂດຍທົ່ວໄປຈະ ໄດ້ຈ່າຍແຕ່ 70 ໂດລາ ເຖິງ 200 ໂດລາ ສະຫະຣັດ.
ເມື່ອມາເຖິງ ປະເທດໄທແລ້ວ ພວກເຂົາເຈົ້າໄດ້ ຖືກບັງຄັບໃຫ້ ບໍຣິການ ທາງເພດ ແລະເຮັດວຽກໜັກ. ພວກຜູ້ຊາຍລາວ ໄດ້ຖືກບັງຄັບ ໃຫ້ໄປເຮັດວຽກ ນໍາໂຮງງານ ການປະມົງ ແລະການກໍ່ສ້າງ. ພວກແມ່ຍິງລາວ ແລະຍິງສາວລາວ ຈຳນວນນຶ່ງໄດ້ ຖືກຂາຍ ໄປປະເທດຈີນ ໃນຮູບແບບຂອງການ ເປັນເຈົ້າສາວ ຂອງຜູ້ຊາຍຈີນ. ສ່ວນຊາວຊົນເຜົ່າ ສ່ວນໜ້ອຍຂອງລາວ ຖືກຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປປະເທດໄທ.
ປະເທດລາວ ເປັນປະເທດທາງຜ່ານ ຫລາຍເພີ່ມຂຶ້ນ ສຳລັບແມ່ຍິງ ວຽດນາມ, ຈີນ ແລະ ພະມ້າ ທີ່ຕົກເປັນເຫຍື່ອ ຂອງການ ຄ້າປະເວນີ ແລະຖືກບັງຄັບ ໃຫ້ອອກ ແຮງງານໜັກ ຢູ່ປະເທດໄທ. ແມ່ຍິງວຽດນາມ ຈຳນວນນຶ່ງ ຕົກເປັນທາດ ຂອງການໃຫ້ເປັນ ໂສເພນີ ຢູ່ປະເທດລາວ. ເຖິງແມ່ນວ່າຈະ ບໍ່ມີລາຍງານ ແຕ່ການ ຄ້າມະນຸດ ຢູ່ໃນລາວເອງ ກໍເປັນບັນຫາ ເຊັ່ນກັນ ທີ່ສົ່ງຜົນກະທົບ ຕໍ່ແມ່ຍິງໜຸ່ມ ແລະຜູ້ສາວນ້ອຍ ຊຶ່ງຖືກບັງຄັບ ໃຫ້ເປັນໂສເພນີ.
ຣັຖບານລາວ ບໍ່ປະຕິບັດ ໄດ້ຕາມມາຕຖານ ຂັ້ນຕ່ຳສຸດຢ່າງ ເຕັມສ່ວນ ເພື່ອລົບລ້າງການ ຄ້າມະນຸດ. ແຕ່ເຖິງຢ່າງໃດ ກໍດີ ຣັຖບານລາວ ກໍມີຄວາມ ພຍາຍາມທີ່ຈະ ປະຕິບັດໃຫ້ດີຢູ່. ເຖິງຈະມີຄວາມ ພຍາຍາມກໍຕາມ ຣັຖບານລາວ ກໍບໍ່ມີຄວາມ ກ້າວໜ້າ ທີ່ເທົ່າພໍໃດ ໃນຄວາມພຍາຍາມ ປະຕິບັດ ກົດໝາຍຂອງລາວ ທີ່ພົວພັນກັບ ການຕ້ານການ ຄ້າມະນຸດ ແລະ ໃນການພິສູດ ແລະການປົກປ້ອງ ຜູ້ໄດ້ຮັບ ເຄາະຮ້າຍຈາກ ການຄ້າມະນຸດ. ຍ້ອນດັ່ງນັ້ນ ສປປລາວ ຈຶ່ງຖືກຈັດເຂົ້າ ຢູ່ໃນຊັ້ນທີ 2 ຂອງບັນຊີ ທີ່ຈະຕ້ອງໄດ້ ຕິດຕາມ ສິ້ງຊອມເບິ່ງ.
ໃນຣະຍະຂຽນ ບົດລາຍງານນີ້ ຣັຖບານລາວ ໄດ້ລາຍງານວ່າ ມີການຟ້ອງຮ້ອງ 3 ກໍຣະນີ ທີ່ພົວພັນກັບ ການຄ້າມະນຸດ ແຕ່ວ່າບໍ່ໄດ້ ຕັດສິນລົງໂທດ ຜູ້ກະທຳຜິດ ຈັກຄົນ. ຂນະທີ່ ຣັຖບານລາວ ໄດ້ໃຫ້ການຊ່ວຍເຫລືອ ແກ່ພວກທີ່ໄດ້ ຮັບເຄາະກັມ ຈາກການຄ້າມະນຸດ ຈຳນວນນຶ່ງຊຶ່ງ ຣັຖບານ ປະເທດຕ່າງໆ ສົ່ງກັບຄືນ ປະເທດ ລາວນັ້ນ ຣັຖບານລາວ ບໍ່ໄດ້ສຶກສາເບິ່ງ ພວກທີ່ໄດ້ຮັບເຄາະ ຮ້າຍນັ້ນ ຢ່າງຄັກແນ່ເລີຍ. ຣັຖບານລາວ ບໍ່ໄດ້ປະຕິບັດ ວິນັຍຫລືລົງໂທດ ທາງອາຍາ ຕໍ່ເຈົ້າໜ້າທີ່ ທາງການ ທີ່ພົວພັນກັບ ການຄ້າມະນຸດ ຈັກຄົນເລີຍ. ຣັຖບານລາວ ອາໃສແຕ່ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ແລະ ອົງການຈັດຕັ້ງ ສາກົນອື່ນໆ ໃນການທີ່ຈະ ໃຫ້ຄວາມຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍຈາກ ການຄ້າມະນຸດ.
ຢູ່ໃນງານລາຍ ປະຈຳປີ 2010 ນີ້ ກະຊວງການ ຕ່າງປະເທດ ສະຫະຣັດ ອະເມຣິກາ ສເນີ ໃຫ້ຣັຖບານລາວ ເພີ້ມຄວາມພຍາຍາມ ໃນການສືບສວນ ແລະຟ້ອງຮ້ອງ ຜູ້ກະທຳຜິດ ໃນການຄ້າປະເວນີ ແລະ ການຄ້າແຮງງານ ທັງສອງຢ່າງ ຮວມທັງຜ່ານການ ຮ່ວມມືກັບ ຣັຖບານໄທ ໃນກໍຣະນີ ການຄ້າຂ້າມຊາຍແດນ ສເນີໃຫ້ ຣັຖບານລາວ ໃຊ້ຄວາມພຍາຍາມ ຕໍ່ຕ້ານ ການຄ້າມະນຸດ ຢູ່ພາຍ ໃນປະເທດ ໃຫ້ຮູ້ວ່າແມ່ນ ຄົນລາວກຸ່ມໃດ ຖືກຄ້າຂາຍຢູ່ພາຍ ໃນປະເທດ ສ້າງແລະໃຊ້ເຄື່ອງ ອຸປກອນ ໃນການດຳເນີນ ການຈຳແນກ ຜູ້ໄດ້ຮັບເຄາະຮ້າຍ ຢ່າງເປັນທາງການ ແລະ ຝຶກອົບຮົມ ເຈົ້າໜ້າທີ່ຕຳຣວດ ແລະເຈົ້າໜ້າທີ່ ຮັກສາຊາຍແດນ ເພື່ອຈຳແນກ ພວກທີ່ໄດ້ຮັບ ເຄາະຮ້າຍຈາກ ການຄ້າມະນຸດ ຮວມທັງຜູ້ໄດ້ ຮັບເຄາະຮ້າຍ ທີ່ຖືກສົ່ງກັບ ຈາກປະເທດໄທ ປັບປຸງ ການປະສານງານ ຣະຫວ່າງ ຣັຖບານໄທ ແລະ ຣັຖບານລາວ ກ່ຽວກັບ ການຊ່ວຍເຫລືອ ຜູ້ໄດ້ຮັບເຄາະຮ້າຍ ແລະຣະຫວ່າງ ສູນພັກຊົ່ວຄາວ ຢູ່ນະຄອນຫລວງ ວຽງຈັນ ແລະປະຊາຄົມ ທ້ອງຖິ່ນ ບ່ອນທີ່ຜູ້ໄດ້ ຮັບເຄາະຮ້າຍ ຈະຖືກສົ່ງໄປ ພິຈາຣະນາ ເປີດສູນພັກຊົ່ວຄາວ ຢູ່ສວັນນະເຂດ ສຳຮັບຜູ້ທີ່ໄດ້ ຮັບເຄາະຮ້າຍ ທີ່ຖືກສົ່ງກັບ ຈາກປະເທດໄທ ເພີີ້ມຄວາມພຍາຍາມ ໃນການຕໍ່ສູ້ ກັບພວກສົມຮູ້ ຮ່ວມຄິດ ກະທຳຄວາມຜິດ ໃນການຄ້າມະນຸດ ປະຕິບັດຕາມ ບັນທຶກຄວມເຂົ້າໃຈ ຂອງອົງການ ຈັດຕັ້ງທີ່ບໍ່ຂຶ້ນ ກັບຣັຖບານ ໃນການ ເຮັດໃຫ້ໂຄງການ ຕ້ານການຄ້າມະນຸດ ຕ່າງໆໃຫ້ຮັບຜົນ ສຳເຣັດ ໃຫ້ຝຶກອົບຮົມ ຜູ້ຍິງລາວ ໃຫ້ມີ ສະຕິຣະວັງຕົວ ຕໍ່ກົນອຸບາຍ ຕ່າງໆຂອງພວກ ຄ້າມະນຸດ ແລະ ເພີ້ມການເຮັດວຽກ ຮ່ວມກັນກັບ ອົງການຈັດຕັ້ງ ສາກົນຕ່າງໆ ແລະ ສັງຄົມພົລເຮືອນ ໃນການສ້າງຄວາມ ສາມາດຕ້ານ ການຄ້າມະນຸດ.
ສປປລາວ ຫ້າມທຸກຮູບການ ຂອງການ ຄ້າມະນຸດ. ມາດຕຣາ 134 ຂອງກົດໝາຍ ອາຍາ ສະບັບປັບປຸງປີ 2006 ວ່າ ຜູ້ກະທຳຜິດ ຈະຖືກຕັດສິນ ລົງໂທດຈຳຄຸກ ແຕ່ 5 ປີ ເຖິງ ຕະຫລອດຊີວິດ. ໃນປີ 2009 ຕຳຣວດລາວ ລາຍງານວ່າ ໄດ້ມີການສືບສວນ ຜູ້ຕ້ອງສົງໃສ ກ່ຽວກັບ ການຄ້າມະນຸດ 50 ກໍະນີ ແລະມີການຟ້ອງ ຮ້ອງ ຜູ້ກະທຳຜິດ ໃນຄະດີ ຄ້າມະນຸດ ຈຳນວນ 11 ຄົນ.
ເຈົ້າໜ້າທີ່ ຣັຖບານລາວທີ່ ສໍ້ຣາດບັງຫລວງ ຍັງເປັນອຸປສັກຕໍ່ ຣະບົບຍຸຕິທັມ ຂອງລາວ. ການສໍ້ຣາດບັງຫລວງ ຢູ່ປະເທດລາວ ເປັນລັກສນະ ສະເພາະຊຶ່ງນັກ ສັງເກດ ການດ້ານ ການຄ້າມະນຸດ ຢູ່ລາວ ເຊື່ອວ່າເປັນຕົ້ນຕໍ ໃນຣະດັບທ້ອງຖິ່ນ ເຈົ້າໜ້າທີ່ທາງການ ຈຳນວນນຶ່ງ ພົວພັນກັບການ ໃຫ້ຄວາມສະດວກ ແກ່ການ ຄ້າມະນຸດ ຊຶ່ງບາງເທື່ອ ກໍມີການ ສົມຮູ້ຮ່ວມຄິດກັບ ເຈົ້າໜ້າທີ່ໄທ. ແຕ່ເຖິງແນວໃດ ຣັຖບານລາວ ກໍບໍ່ໄດ້ລາຍງານ ເຖິງການໃສ່ວິນັຍ ແລະລົງໂທດ ເຈົ້າໜ້າທີ່ ທີ່ພົວພັນກັບ ການຄ້າມະນຸກ ຈັກເທື່ອ. ຄວາມພຍາຍາມ ຂອງຣັຖບານລາວ ໃນການປ້ອງກັນ ການຄ້າມະນຸດ ຊຶ່ງໄດ້ຮັບ ການຊ່ວຍເຫລືອຈາກ ອົງການຈັດຕັ້ງ ສາກົນ ແລະ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານນັ້ນ ຍັງຈຳກັດຢູ່ ຕໍ່ໄປຢູ່.
ໃນເດືອນຕຸລາ 2009 ລາວແລະຈີນ ໄດ້ຈັດຕັ້ງຫ້ອງ ການປະສານງານ ຢູ່ແຂວງຢຸນນານ ປະເທດຈີນ ເພື່ອຈັດ ສົ່ງແມ່ຍິງລາວ ຈຳນວນໜ້ອຍນຶ່ງ ທີ່ຖືກຄ້າໄປຈີນ ເພື່ອບັງຄັບໃຫ້ ແຕ່ງງານ.
ນອກຈາກລາວແລ້ວ ກະຊວງການຕ່າງ ປະເທດ ກໍລາຍງານ ສະພາບ ການຄ້າມະນຸດ ຢູ່ປະເທດເພື່ອນ ບ້ານຂອງລາວ ເຊັ່ນກັນດັ່ງທ່ານ Luis CdeBaca ທູດທົ່ວໄປ ປະຈຳຫ້ອງການ ຕິດຕາມແລະປາບປາມ ການຄ້າມະນຸດ ກະຊວງການຕ່າງ ປະເທດ ສະຫະຣັດ ກ່າວວ່າ:
"ພວກເຮົາໄດ້ພົບວ່າ ພວກຄ້າປະເວນີ ເປັນຊາວຂເມນ ໃນວຽດນາມ ຊຶ່ງບາງທີເຂົາເຈົ້າ ອາດເປັນຄົນຂເມນ ທີ່ເກີດໃນວຽດນາມ ຫລືອາດເປັນຄົນຂເມນ ທີ່ຖືກນຳໄປ ຂາຍຢູ່ວຽດນາມ. ສະນັ້ນພວກເຮົາ ຈຶ່ງມີຄວາມ ເປັນຫ່ວງນຳ ສະພາບການທີ່ ມີແນວໂນ້ມແບບນີ້ ແຕ່ພວກເຮົາກໍມີ ຄວາມພູມໃຈ ແລະອຸ່ນໃຈ ທີ່ເຫັນອົງການ ຈັດຕັ້ງ NGO ໄດ້ປະຕິບັດ ໃນວຽດນາມ ແລະຂເມນ ຊຶ່ກໍຮວມໄປເຖິງ ສປປລາວ. ທ່ານຈະເຫັນໄດ້ ຈາກການສ້າງ ສະຖານທີ່ສົງເຄາະ ໃນວຽດນາມ ແລະຊຽມຣຽບ ໃນ ປະເທດຂເມນ ຊຶ່ງມີມາດົນແລ້ວ ເພື່ອຊ່ວຍເຫລືອພວກ ທີ່ຕົກເປັນເຫຍື່ອ ແລະຫລຸດພົ້ນຈາກ ພວກຄ້າມະນຸດ".
ທີ່ເວົ້າມານັ້ນ ເປັນພາກສ່ວນນຶ່ງ ຂອງລາຍງານ ປະຈຳປີ 2010 ຂອງກະຊວງການ ຕ່າງປະເທດ ສະຫະຣັດ ອະເມຣິກາ ກ່ຽວກັບ ການຄ້າມະນຸດ ໃນທົ່ວໂລກ ຊຶ່ງໃນນຮວມທັງ ສປປລາວ ຊຶ່ງຖືກເຜີຍແຜ່ ໃນວັນທີ 14 ມິຖຸນາ 2010 ນີ້.