ຊາວບ້ານກວ້ານບໍ່ພໍໃຈ ນໍາຈີນໃນແຂວງບໍ່ແກ້ວ

ຊາວບ້ານກວ້ານ ຢູ່ໃນເຂດ ພັທນາການ ທ່ອງທ່ຽວ ແຂວງບໍ່ແກ້ວ ຫລືມັກເອີ້ນ ກັນວ່າເຂດ ກາຊີໂນ ກໍາລັງປະສົບ ກັບບັນຫາ ພື້ນທີ່ ທໍາມາຫາກິນ ຖືກ ບໍຣິສັດ ສັມປະທານ ດອກງີ້ວຄໍາ ຂອງຈີນ ຍາດຊີງເອົາໄປ ເປັນເຂດພັທນາ ຂອງເຂົາເຈົ້າ.
ສົມເນ
2010.06.15

ຊາວບ້ານກ່າວວ່າ ເຂົາເຈົ້າບໍ່ພໍໃຈ ທີ່ຊາວຈີນ ເຂົ້າມາໃຊ້ອໍານາດ ໃນເຂດບ້ານ ຂອງເຂົາເຈົ້າ ແລະວ່າ ຊາວບ້ານທຸກຄົນ ຢູ່ໄປແຕ່ລະມື້ ດ້ວຍຄວາມ ອືດອັດໃຈ.
ຕາມລາຍງານ ຂອງໜັງສືພິມ ມະຕິຊົນຂອງໄທ ທີ່ໄດ້ຕິດຕາມ ຜົນສະທ້ອນຂອງ ບັນຫາ ເສຖກິດແລະສັງຄົມ ໃນເຂດ ສັມປະທານ ຂອງຈີນເຂດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ລາຍງານວ່າ ກຸ່ມລົງທືນຈີນ ກໍານົດໃຫ້ຊາວບ້ານ ຍ້າຍອອກຈາກເຂດ ສັມປະທານ ທີ່ຕົນໄດ້ຮັບ ເພື່ອຈະສາມາດ ຂຍາຍພື້ນທີ່ ພັທນາ ແຕ່ຊາວບ້ານ ຢືນຢັນວ່າ ພວກ ຕົນຈະບໍ່ຍ້າຍ ອອກຈາກບ້ານເປັນ ເດັດຂາດ ເພາະວ່າເປັນບ້ານ ດັ້ງເດີມທີ່ສືບ ຕໍ່ຢູ່ກັນມາຫລາຍເຊັ່ນຄົນແລ້ວ. ຊາວບ້ານຄົນນື່ງ ຈາກບ້ານກວ້ານ ໄດ້ເປີດເຜີຽວ່າ:

ກຸ່ມລົງທືນ ຊາວຈີນກຸ່ມນີ້ ເຮັດໂຕເອງເປັນ ຜູ້ມີອິດທິພົນ ບໍ່ເຄົາຣົບຕໍ່ ກົດໝາຍຂອງລາວ ອັນເປັນສິ່ງທີ່ ຊາວບ້ານບໍ່ພໍ ໃຈຫລາຍທີ່ສຸດ. ຍັງບໍ່ເທົ່ານັ້ນ ຍັງນໍາເອົາ ຢາເສບຕິດ ເຂົ້າມາດ້ວຍ.

ຕາມກໍານົດການ ຂອງບໍຣິສັດ ດອກງີ້ວຄໍານັ້ນ ຊາວບ້ານກວ້ານ ທັງໝົດຕ້ອງຍ້າຍ ອອກຈາກບ້ານ ກ່ອນສີ້ນເດືອນ ມົກກະຣາ ປີ 2011 ເພື່ອໄປຢູ່ ໃນພື້ນທີ່ໃໝ່
ຢູ່ໃກ້ໆຈ້າຍພູ ຊື່ງເປັນເຂດທີ່ ທາງການລາວ ຈັດສັນໄວ້ໃຫ້.

ລາຍງານຍັງມີ ຕໍ່ໄປວ່າ ປະຊາຊົນໄດ້ ເຮັດຈົດໝາຍໄປ ຍັງທາງການລາວ ເພື່ອໃຫ້ແກ້ໄຂ ແຕ່ບໍ່ເຫັນວ່າ ໄດ້ຮັບຄວາມ ເອົາໃຈໃສ່ເລີຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.