ສປປລາວແລະ ການຄ້າມະນຸສ
2010.06.15
ລາຍງານຂອງ ກະຊວງການ ຕ່າງປະເທດ ສະຫະຣັຖ ກ່ຽວກັບການ ຄ້າມະນຸດ ປະຈຳປີ 2010 ແລະຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ມາດາມ Hillary Rodham Clinton ໄດ້ກ່າວກ່ຽວກັບ ເຣື້ອງນີ້ວ່າ:
"ລາຍງານນີ້ ໄດ້ບັລຍາຍ ໂດຍລະອຽດກ່ຽວກັບ ການກວດສອບ ການປະເມີນຜົນ ແລະ ໃຫ້ຄຳແນະແກ່ 177 ປະເທດ. ບາງປະເທດ ມີຄວາມຄືບໜ້າ ໃນການປາບ ປາມ ຍຸຕິການ ຄ້າມະນຸດ ທີ່ຜິດກົດໝາຍນີ້ ບາງປະເທດຍັງ ບໍ່ທັນມີຄວາມ ພຍາຍາມພຽງພໍ".
ລາຍງານພົບວ່າ ສປປລາວ ເປັນທັງຕົ້ນທາງ ທາງຜ່ານ ແລະປາຍທາງຂອງ ການຄ້າມະນຸດ ໂດຍສະເພາະ ການຄ້າແມ່ຍິງ ແລະ ເດັກນ້ອຍຜູ້ຍິງ ເພື່ອບັງຄັບໃຫ້ ຄ້າປະເວນີ. ນອກຈາກນີ້ກໍ ຍັງມີຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ທີ່ຖືກຂາຍໄປ ບັງຄັບໃຊ້ແຮງງານ ໃນໂຮງຈັກໂຮງງານ ເປັນຄົນໃຊ້ແລະ ວຽກການປະໂມງ.
ກ່ຽວດ້ານການ ປ້ອງກັນ ຣັຖບານລາວ ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ແລະອົງການທີ່ ບໍ່ຂື້ນກັບ ຣັຖບານ NGO. ທາງການລາວໄດ້ ຮ່ວມມືກັບອົງການ ສະຫະປະຊາຊາດ ຈັດຕັ້ງວິທີ ເຕືອນພັຍ ໂດຍການຕິດຕັ້ງ ປ້າຍໂຄສະນາ ຢູ່ດ່ານເຂດ ຊາຍແດນ ແລະໃນເມືອງໃຫຍ່ໆ ແລະໃຫ້ຄວາມຮູ້ເຖິງ ອັນຕະລາຍຈາກ ການຄ້າມະນຸດ ດັ່ງກ່າວ.
ທາງດ້ານປາບປາມ ແລະຈັບກຸມ ທາງການລາວ ກໍມີກົດໝາຍ ຄວບຄຸມ ແລະມີເຈົ້າໜ້າທີ່ ຄອຍເຝົ້າລະວັງ ແຕ່ຍ້ອນຂາດເຂີນ ງົບປະມານແລະ ພລັງເຈົ້າໜ້າທີ່ ຈຶ່ງບໍ່ສາມາດ ປະຕິບັດໜ້າທີ່ ໄດ້ຢ່າງທົ່ວເຖິງ.
ທາງດ້ານການ ຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຣັຖບານລາວ ກໍໄດ້ສືບຕໍ່ໃຫ້ ການຊ່ວຍເຫລືອ ໂດຍການສນັບສນູນ ຂອງອົງການ NGO ແລະອົງການຈາກ ຕ່າງປະເທດ. ແຕ່ບັນຫາອັນ ສຳຄັນ ກໍມີວ່າ ທາງການລາວບໍ່ ສາມາດເກັບກຳຈຳນວນໂຕເລກ ຂອງ ຜູ້ທີ່ໄດ້ຮັບເຄາະ ຮ້າຍນັ້ນໄດ້ ເພາະຜູ້ປະສົບເຄາະຮ້າຍ ສ່ວນຫລາຍຈະບໍ່ມາ ແຈ້ງຕໍ່ທາງການ.
ເຖິງຢ່າງໃດກໍຕາມ ລາຍງານເປີດເຜີຍວ່າ ຣັຖບານລາວ ບໍ່ໄດ້ ປະຕິບັດຕາມ ມາຕຖານຕໍ່າສຸດ ໃນການປາບປາມ ຍຸຕິການ ຄ້າມະນຸດ ແຕ່ໄດ້ພຍາຍາມ ສຸດຄວາມສາມາດ ໃນການໃຊ້ ກົດໝາຍປາບປາມ ແລະ ການຊົດຊ່ວຍ ຜູ້ທີ່ໄດ້ຮັບ ເຄາະຮ້າຍ.