ນາຍໜ້າລາວ ຄ້າມະນຸດ ຖືກຈັບ
2010.08.04
ໜ່ວຍປາບປາມ ການຄ້າມະນຸດ ແລະ ຄ້າປະເວນີ ຂອງໄທ ໄດ້ຈັບກຸມ ນາຍຫນ້າ ຄົນລາວ ທີ່ສົ່ງເດັກນ້ອຍ ຜູ້ຍີງສາວ ລາວ ໄປຄ້າ ປະເວນີ ທີ່ປະເທດໄທ ແລະ ໃນຂນະນີ້ ກຳລັງຖືກ ດຳເນີນ ຄະດີ ໃນສານໄທ ຢູ່. ກຸ່ມດັ່ງກ່າວ ຈະປະຕິບັດ ງານການ ຄ້າປະເວນີ ຂ້າມຊາດ ແບບເປັນຂະບວນ ໂດຍມີ ນາຍຫນ້າທີ່ ເປັນຄົນໄທ ຖ້າຮັບຢູ່ ໃນບໍຣິເວນ ຊາຍແດນໄທ ເພື່ອສົ່ງ ຜູ້ຍີງລາວ ໄປຄ້າ ປະເວນີ ຕາມແຂວງຕ່າງໆ ໃນປະເທດ. ພັນຕຳຣວດ ເອກ ວໍຣະພົງ ທອງໄພບູນ ຜູ້ກຳກັບ ການໜ່ວຍ ງານ ປາບປາມ ການຄ້າ ປະເວນີ ຂອງໄທ ກ່າວວ່າ:
"ກອງບັງຄັບ ການປາບປາມ ຄ້າມະນຸດ ເຄີຍຈັບນາຍຫນ້າ ຊາວລາວ ຂໍ້ຫາ ຄ້າມະນຸດ ຄົນລາວ ເລີຍສົ່ງຟ້ອງໄປ ຄົນໄທອີກ 3 ຄົນ ເປັນຂະບວນ ການຈັບ ຍົກຂະບວນ ການເລີຍ ຄົນລາວ ເປັນຄົນເອົາ ສາວລາວ ມາສົ່ງທີ່ ຊຽງແສນ ຄົນໄທມາຮັບ ແລ້ວກໍ່ສົ່ງ ເຂົ້າກຸງເທບ".
ທ່ານກ່າວຕໍ່ ໄປວ່າ ຂັ້ນຕອນຂອງ ຂະບວນການ ຄ້າປະເວນີ ນັ້ນ ມີຫລາຍ ຮູບແບບ ໂດຍຈະເລີ້ມ ຈາກນາຍຫນ້າ ຄົນລາວ ໄປຕົວະຍົວະ ແລະ ນຳສົ່ງ ຜູ້ຍີງລາວ ມາຝັ່ງໄທ ແລະນາຍຫນ້າ ທີ່ປະເທດໄທ ຈະມາຮັບເອົາ ເດັກນ້ອຍ ສາວລາວ ເຫລົ່ານີ້ ຂື້ນຣົຖທົວຣ໌ ຫລືຣົຖຕູ້ ລົງໄປຍັງ ແຂວງພາກໃຕ້ ຫລື ກຸງເທບ ເພື່ອໃຫ້ ເຈົ້າຂອງຮ້ານ ຕິດຕໍ່ມາ ສ່ວນໃຫຍ່ ຈະຂົນສົ່ງ ໃນຍາມກາງຄືນ ຈະບັນຈຸ ເດັກສາວລາວ ໃນຣົຖ ຄັນລະ ປະມານ 10-20 ຄົນ. ທ່ານກ່າວ ເພີ້ມອີກວ່າ:
"ຫລອກມາໃຫ້ ທຳງານບ້ານ ມາເປັນ ເດັກເສີບ ມາຂາຍ ກ້ວຍຕຽວ ມາທຳໂຮງງານ ພໍມາເຖີງ ກໍ່ຕ້ອງ ເຂົ້າໄປ ໄມ໊ທຳ ກໍ່ຕ້ອງທຳ ໄປໃໜໄມ໊ໄດ້ ຄືເຂົ້າທາງ ຊ໊ອງ ຢ່າງໄທ ກັບລາວ ກຸ່ມດ່ັງກ່າວ ຂ້າມເຮືອມາ ໄມ໊ຜ່ານ ຕມ ເຫມືອນກັບ ນັ່ງເຣືອມາ ຂື້ນຊາຍຝັ່ງ ແລ້ວເດີນຂື້ນ ມາເລີຍ ມາຂື້ນຣົຖ ປິກອັບ".
ນາຍຫນ້າທີ່ ເປັນຄົນລາວ ຜູ້ທີ່ຖືກ ຈັບກຸມຄັ້ງນີ້ ໄດ້ສົ່ງ ດຳເນີນຄະດີ ທີ່ສານໄທ ໄປແລ້ວ ເມື່ອຜົລການ ຕັດສີນຄະດີ ອອກມາຢ່າງໃດ ທາງການໄທ ຈະແຈ້ງການ ໄປຍັງ ສະຖານທູດລາວ ທີ່ບາງກອກ ເພື່ອເຈົ້າຫນ້າທີ່ ຝັ່ງລາວ ຈະເປັນຜູ້ ດຳເນີນການ ໃນຂັ້ນຕໍ່ໄປ ໂດຍການ ປະສານງານ ກັບ ເຈົ້າຫນ້າທີ່ ໄທ.