ເດັກນ້ອຍຍິງລາວ ລັກເຂົ້າໄທເຮັດວຽກ

ເດັກນ້ອຍຍິງລາວ ລັກລອບເຂົ້າໄທ ແລະ ເຮັດວຽກແບບ ຜິດກົດໝາຍ ຕາມຮ້ານ ຄາຣາໂອເກ ໃນເຂດເມືອງ ສັຕຫີບ ແຂວງຊົນບູຣີ ຕາມຣາຍງານຂ່າວ ຜູ້ຈັດການ online ວັນທີ 8 ມິຖຸນານີ້.
ມະນີຈັນ
2010.06.08

ຊາວບ້ານ ໃນເຂດເມືອງສັຕຫິບ ໄດ້ຮ້ອງຮຽນໃຫ້ ທາງການ ເຂົ້າກວດສອບ ສະຖານບໍຣິການ ຮ້ານຄາຣາໂອເກ ຊື່ງເຫັນວ່າມີ ເດັກນ້ອຍສາວລາວ ລັກລອບເຮັດວຽກ ບໍຣິການ ນັກທ່ຽວກາງຄືນ. ໃນການເຂົ້າກວດສອບ ສະຖານບໍຣິການ ທີ່ເປີດເກີນເວລາ ຈໍານວນ 6 ຮ້ານ ແລະບໍ່ມີ ໃບອະນຸຍາດ ຈໍານວນ 4 ຮ້ານ ທາງເຈົ້າໜ້າທີ່ໄດ້ ກວດຫາ ສານເສບຕິດ ໃນປັສສະວະ ຂອງສາວບໍຣິການ ພົບວ່າມີສານ ເສບຕິດເຈືອປົນ 3 ຄົນ ຈຶ່ງຄວບຄຸມຕົວ ໄປສອບສວນ ເພື່ອສາວໄປເຖິງ ຜູ້ຄ້າຢາເສບຕິດ.

ຜູ້ຍິງຈໍານວນນຶ່ງ ເມື່ອເຫັນເຈົ້າໜ້າທີ່ ກໍຫລົບໜີອອກ ທາງຫລັງຮ້ານ. ແຕ່ເປັນໜ້າຕົກໃຈ ເມື່ອພົບວ່າ ຮ້ານຄາຣາໂອເກ ໃນເຂດນັ້ນ ມີຍິງສາວລາວ ທີ່ມີອາຍຸ ຣະຫວ່າງ 15 ປີ ຫາ 35 ປີ ຫລາຍຄົນ ລັກລອບເຮັດວຽກ. ບາງຄົນຍັງບໍ່ມີ ບັດປະຊາຊົນ ເພາະອາຍຸນ້ອຍ. ໂດຍສະເພາະ ຮ້ານອ້ອມແອ້ມ ຄາຣາໂອເກ ເຈົ້າໜ້າທີ່ກວດພົບ ຍິງສາວລາວ ຈໍານວນ 21 ຄົນ.

ເຈົ້າເມືອງສັຕຫີບ ຊາຍຊານ ອ່ຽມຈະເຣີນ ກ່າວວ່າໄດ້ມີ ປະຊາຊົນ ຮ້ອງຮຽນມາວ່າ ມີສະຖານ ບໍຣິການ ຮ້ານຄາຣາໂອເກ ໃນເຂດຕລາດ ເອກທານີ ເປີດໃຫ້ບໍຣິການ ເກີນເວລາແລະ ມີຜູ້ຍິງສາວລາວ ເດີນທາງເຂົ້າມາ ລັກເຮັດວຽກໃນ ຮ້ານຄາຣາໂອເກ ຈຶ່ງໄດ້ມີການ ສັ່ງໃຫ້ນໍາກໍາລັງ ເຂົ້າກວດສອບ ຄວາມຮຽບຮ້ອຍ ແລະເພື່ອເປັນ ການປ້ອງກັນ ແລະປາບປາມ ຢາເສບຕິດ ບໍ່ໃຫ້ແຜ່ຣະບາດ ໃນສະຖານທີ່ ບໍຣິການ ຄວບຄູ່ໄປກັບ ການຈັດຣະບຽບ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.