ຄວນລົງໂທດໜັກ ພວກນາຍໜ້າຄ້າມະນຸສ
2010.05.27
ອົງກາຣ Save Children ປະຈຳພູມີພາຄ ເອເຊັຽຕາເວັນອອກ ສ່ຽງໃຕ້ ສເນີໃຫ້ທາງກາຣ ສປປລາວ ເອົາມາຕກາຣ ປາບປາມ ຂະບວນກາຣຄ້າ ມະນຸສ ຢ່າງເຂັ້ມງວດ ໂດຽໃຫ້ມີກາຣອອກ ກົດໝາຍເອົາຄວາມຜິດ ນຳຜູ້ເປັນນາຍໜ້າ ໃຫ້ໜັກກວ່າເກົ່າ ເປັນກາຣຕັດຕົ້ນ ຕໍຂອງບັນຫາ ໃຫ້ໝົດສິ້ນໄປ ຈາກສັງຄົມ. ໃນຂະນະດຽວກັນ ກໍຄວນທີ່ຈະຈັດ ໃຫ້ມີໂຄງກາຣ ຝຶກອົບຮົມວິຊາຊີພ ໃຫ້ແກ່ປະຊາຊົນ ທີ່ຂາດກາຣສຶກສາ ໃຫ້ມີຫລາຍເພີ່ມຂຶ້ນ ດັ່ງຍານາງສຸພອນ ຈັນທະວິໄລ ຈາກອົງກາຣ Save Children ໄດ້ກ່າວວ່າ:
“ກໍຕ້ອງຮ່ວມມືກັນ ກັບບັນດາ ປະເທສ ທີ່ເປັນປະເທສ ປາຍທາງເນາະ ໂດຽອັນໜຶ່ງ ກໍຄືກາຣ ວາງກົດໝາຍ ເຣື່ອງກາຣບັງຄັບ Brokers (ນາຍໜ້າ) ເນາະ”.
ພ້ອມດຽວກັນນີ້ ຍານາງກໍວ່າ ບັນຫາຂອງກາຣ ຄ້າປະເວນີ ພວກໜຸ່ມນ້ອຍ ຍິງສາວຊາວລາວ ນັ້ນກໍຕ້ອງໃຫ້ ສາມາດແກ້ໄຂໄດ້ ດ້ວຍວິທີກາຣ ກຳຈັດຜູ້ເປັນ ນາຍໜ້າ ຂອງຂະບວນ ກາຣຄ້າມະນຸສ ທັ້ງຢູ່ໃນ ເມືອງລາວ ແລະ ໃນປະເທສໄທຽ ທີ່ເປັນຜູ້ຊັກຊວນ ເອົາເດັກໜຸ່ມນ້ອຍ ຍິງ ສາວຊາວລາວ ເຂົ້າໃນວົງກາຣ ຂາຍບໍຣິກາຣ ທາງເພສ ພ້ອມກັບໃຫ້ມີ ໂຄງກາຣສົ່ງເສີມ ດ້ານໃຫ້ຂໍ້ມູລ ແລະ ວິຊາຄວາມຮູ້ ແກ່ກຸ່ມຍິງສາວ ດັ່ງກ່າວນີ້ ຢ່າງທົ່ວເຖິງກັນ ພາຍໃຕ້ ຄວາມຮ່ວມມື ຂອງທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃນປະເທສເພື່ອນ ບ້ານນຳດ້ວຍ.
ຢ່າງໃດກໍຕາມ ສະຖານະກາຣ ດ້ານກາຣຄ້າມະນຸສ ຢູ່ ສປປລາວ ແລະທາງພາຄອີສານ ຂອງໄທຽ ໃນປັຈຈຸບັນ ມັກຈະພົບເຫັນ ຍິງສາວຊາວລາວ ເຂົ້າມາຄ້າ ປະເວນີ ຕາມເຂຕຊາຍແດນ ຫລາຍເພີ່ມຂຶ້ນ ແລະມີກາຣ ແພ່ຂຍາຍໄປໃນ ຫລາຍເຂຕແຂວງຂອງໄທຽ ຫລາຍກວ່າເກົ່າ ດັ່ງຈະເຫັນໄດ້ ຕາມຫ້າງຮ້ານ ຄາຣາໂອເກ໋ະ ຕ່າງໆ ຢ່າງຫລວງຫລາຍ ໂດຽສະເພາະທີ່ ແຂວງໜອງຄາຍ ນະຄອນພະນົມ ມຸກດາຫາຣ ອຸບົລ ແລະ ອຸດອນທານີ.