ພນັກງານສາລປະຊາຊົນ ຂາດປະສົພກາຣ
2010.06.15
ເຈົ້າໜ້າທີ່ ທາງກາຣສາລ ປະຊາຊົນເວົ້າວ່າ ພນັກງານກ່ຽວຂ້ອງ ໃນຣະບົບສາລ ມີປະສົບກາຣຫນ້ອຍ ທີ່ຄວນຈະໄດ້ ຮັບກາຣຄົ້ນຄວ້າ ແລະປັບປຸງ ດັ່ງທ່ານສົມພັນ ແພງຄຳມີ ອັຍກາຣສາລ ປະຊາຊົນ ສູງສຸດ ໄດ້ກ່າວຢູ່ກອງ ປະຊຸມ ສມັຍສາມັນ ຄັ້ງທີ່ 9 ຂອງສະພາ ແຫ່ງຊາຕ ຊຸດທີ່ 6 ເມື່ອວັນທີ 14 ມີຖຸນາ 2010 ນີ້ວ່າ:
“ບັນຫາທີ່ຍັງ ຄົງຄ້າງທີ່ຈະຕ້ອງ ໄດ້ແກ້ໄຂ ຣະດັບຄວາມຮູ້ ພນັກງານ ໃນຣະບົບສາລ ປະຊາຊົນ ຍັງຈຳກັດ ພນັກງານສ່ວນຫລາຍ ແມ່ນໜຸ່ມນ້ອຍ ປະສົບກາຣ ບໍ່ທັນຫລາຍ ຄວາມຮັບຜິດຊອບ ບໍ່ທັນສູງ ຂາດຫົວຄິດ ປະດິສສ້າງ ບໍ່ມັກຄົ້ນຄວ້າ ຖືເບົາກາຣພັທນາ ຕົນເອງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣຕັດສິນຄະດີ ໃນບາງຄັ້ງຄາວ ກໍບໍ່ມີກາຣ ຄົ້ນຄວ້າ ວິຈັຍຂໍ້ມູລ ຫລັກຖານຢ່າງ ຄົບຖ້ວນ ຕລອດຮອດກາຣ ຂຽນຄໍາຕັດສິນ ໂດຽສະເພາະແມ່ນ ພາຄວິນິຈສັຍ ຍັງບໍ່ມີຄວາມ ຈະແຈ້ງ ສົ່ງຜົລໃຫ້ມີກາຣ ຕ້ອງຕິຈາກທາງ ສັງຄົມ ແລະກາຣປະສານ ສົມທົບກັບ ພາຄສ່ວນກ່ຽວຂ້ອງ ຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ.
ນອກຈາກນັ້ນ ທາງຈຳນວນພນັກງານ ວັຕຖຸອຸປກອນ ພາຫະນະທີ່ ປະກອບເຂົ້າໃນ ກາຣຈັດຕັ້ງສາລ ປະຊາຊົນ ແຕ່ລະຂັ້ນ ຍັງບໍ່ທັນມີ ພຽງພໍກັບ ຄວາມຕ້ອງກາຣ ສະນັ້ນຈຶ່ງເຫັນ ສົມຄວນໃຫ້ມີ ກາຣແກ້ໄຂ:
“ກາຣຈັດຕັ້ງແບບແຜນ ວິທີເຮັດວຽກ ເພື່ອໃຫ້ເຫັນໄດ້ ດ້ານດີດ້ານອ່ອນ ຂໍ້ຄົງຄ້າງ ແລະ ສາເຫຕທີ່ພາໃຫ້ ມີຂໍ້ຄົງຄ້າງ ກາຣສຳຣວຈກວດກາ ອັນໃດຜິດ ແມ່ນພ້ອມ ກາຣປ່ຽນແປງແກ້ໄຂ ແຕ່ນີ້ໄປ ແມ່ນບໍ່ໃຫ້ເກີດອີກ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວສຣຸບ ກ່ຽວກັບກາຣແກ້ ໄຂບັນຫາ ທີ່ຍັງຄ້າງຄາວ່າ ມາຕກາຣ ທີ່ທາງຄນະພັກ ແລະຄນະນຳຂອງ ສາລປະຊາຊົນ ສູງສຸດທີ່ວາງໄວ້ ເພື່ອໃຫ້ບັນຫາ ທີ່ເກິດຂຶ້ນນີ້ ມີກາຣປັບປຸງ ດີຂຶ້ນກວ່າເກົ່າ ແລະກໍເພື່ອບໍ່ໃຫ້ ເກີດບັນຫາ ກາຣຫຍໍ້ທໍ້ ໃນຣະບົບສາລ ສູງສຸດ ແຕ່ຢ່າງໃດ.