ການຂຸດແຮ່ທາດບ໊ອກໄຊ໊ ທີ່ແຂວງຈໍາປາສັກ

ຫ້ອງການ ສະພາບແວດລ້ອມ ແຂວງຈໍາປາສັກ ວ່າ ການຂຸດຄົ້ນ ແຮ່ທາດ bauxite ອາຈມີຜົລ ກະທົບຕໍ່ ສະພາບຂອງດິນ.
ມະນີຈັນ
2010.06.16

ໂຄງການ Slaco Bauxite ຢູ່ໃນຂັ້ນຕອນ ການສຶກສາສໍາຣວດ ຊຶ່ງໄດ້ເບິ່ງເຖິງ ຜົລກະທົບ ຕໍ່ສິ່ງແວດລ້ອມ ທີ່ອາຈເກີດຂຶ້ນ ຈາກໂຄງການ ດັ່ງກ່າວ. ໃນນັ້ນສິ່ງທີ່ ໜ້າເປັນຫ່ວງກໍຄື ຜົລກະທົບ ຕໍ່ໂຄງສ້າງດິນ ຈາກການຂຸດຄົ້ນ ທີ່ເຂດພູພຽງ ບໍລິເວນ ໃນແຂວງຈໍາປາສັກ ແລະຜົລກະທົບ ຈາກໂຮງງານປຸງແຕ່ງ ໃນແຂວງອັຕຕະປື ເປັນຕົ້ນ ແຕ່ທາງໂຄງການ ກໍໄດ້ຜ່ານ ການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ນັ້ນແລ້ວ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ສະພາບແວດລ້ອມ ແຂວງຈໍາປາສັກ:

"ມັນກໍມີຜົລ ກະທົບຢູ່ ຢູ່ບ່ອນຈໍາປາສັກ ມັນກໍມີໂຄງສ້າງ ຂອງດິນມັນ ກໍຖືກກະທົບ ຮັ້ນແຫລະ ມັນກໍເກີດການ ເຊາະເຈື່ອນຫຍັງ ຕ່າງໆນີ້ແຫລະ ເວລາເຂົາຂຸດມັນ ເປັນບ່ອນເປັນຂຸມ ເປັນຫັຍງເດ້ ຕ້ອງໄດ້ຖົມດິນ ແລະກໍປູກຕົ້ນໄມ້ ໃສ່ດິນ".

ທ່ານກ່າວຕໍ່ໄປວ່າ ທາງບໍຣິສັດ ໄດ້ສໍາຣວດພື້ນທີ່ ພູພຽງບໍຣິເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຂໍຂຸດຄົ້ນແຮ່ ບ໊ອກໄຊ໊ ແລະນອກຈາກ ເລື່ອງຜົລກະທົບ ຕໍ່ໂຄງສ້າງ ຂອງດິນແລ້ວ ການຂຸດຄົ້ນ ກໍອາຈເຮັດໃຫ້ ມີສິ່ງເປິເປື້ອນ ລົງສູ່ແຫລ່ງນໍ້າ ໃນບໍຣິເວນນັ້ນໄດ້  ແຕ່ກໍອາຈຈະ ບໍ່ຮ້າຍແຮງ ເທົ່າກັບການຂຸດຄົ້ນ ບໍ່ຄໍາ.

ໂຮງງານປຸງແຕ່ງ ທີ່ຈະກໍ່ສ້າງ ທີ່ເມືອງສນາມໄຊ ແຂວງອັຕຕະປື ກໍໜ້າເປັນຫ່ວງ ເລື່ອງຜົລກະທົບ ທີ່ອາຈຈະເກີດຂຶ້ນ ຈາກສິ່ງເສດເຫລືອ ຂອງໂຮງງານ ແຕ່ເຖິງແນວໃດ ທາງບໍຣິສັດ ກໍໄດ້ຜ່ານບົດ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ຫລື EIA ສໍາລັບໂຄງການ ນັ້ນຮຽບຮ້ອຍແລ້ວ ແລະກໍມີແຜນ ປ້ອງກັນໄວ້ແລ້ວ ເຊັ່ນ ການຖົມດິນ ເພື່ອປ້ອງກັນ ການເຊາະເຈື່ອນ ຂອງດິນ ການປ້ອງກັນນໍ້າເສັຽ ທີ່ຈະໄຫລລົງສູ່ ແຫລ່ງນໍ້າ ການຊົດເຊີຍ ແລະການຈັດສັນ ທີ່ຢູ່ສໍາລັບ ປະຊາຊົນ ທີ່ຕ້ອງໂຍກຍ້າຍ. ຖ້າມີການ ປະເມີນຜົລວ່າ ໂຄງການມີຜົລດີ ຫລາຍກວ່າຜົລເສັຽ ກໍອາຈໄດ້ເຊັນ ສັນຍາຂັ້ນສຸດທ້າຍ ເພື່ອລິເລີ່ມໂຄງການ ໃນຂັ້ນຕໍ່ໄປ.

ໂຄງການ Slaco Bauxite ຫລືບໍຣິສັດ ຊີໂນລາວ ອາລຸຍມີນຽມ Corporation ຈໍາກັດ ເປັນການລົງທຶນ ຮ່ວມກັນ ຂອງນັກລົງທຶນ ຈາກໄທ ລາວ ແລະຈີນ ໄດ້ຂໍເຂົ້າລົງທຶນ ສໍາຣວດຂຸດຄົ້ນ ແຮ່ທາດບ໊ອກໄຊ໊ ໃນແຂວງຈໍາປາສັກ ແລະອັຕຕະປື ຕັ້ງແຕ່ປີ 2007.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.