ຄະດີທີ່ດິນໃນລາວ ຍັງມີບັນຫາສັບສົນ
2010.06.16
ໃນປັຈຈຸບັນນີ້ ທາງກາຣສາລ ປະຊາຊົນລາວ ມີກາຣນຳໃຊ້ ກົດໝາຍສະບັບ ປັບປຸງໃໝ່ ແຕ່ວ່າ ກາຣພິຈາຣະນາ ຄະດີ ກ່ຽວກັບທີ່ດິນ ຍັງມີບັນຫາ ຫຍຸ້ງຍາກຍ້ອນ ຂໍ້ມູລຫລັກຖານ ບໍ່ແຈ່ມແຈ້ງ ແລະຂາດຄວາມເອົາ ໃຈໃສ່ ຂອງທາງເຈົ້າໜ້າທີ່ ໃນແຕ່ລະໜ່ວຍງານ ດັ່ງທ່ານສົມພັນ ແພງຄຳມີ ອັຍກາຣສາລ ປະຊາຊົນ ສູງສຸດ ໄດ້ກ່າວ ຢູ່ກອງປະຊຸມ ສມັຍສາມັນ ຄັ້ງທີ່ 9 ຂອງສະພາແຫ່ງຊາຕ ຊຸດທີ່ 6 ວ່າ:
“ຍັງພົບຄວາມ ຫຍຸ້ງຍາກຫລາຍ ໂດຽສະເພາະແມ່ນ ຄະດີກ່ຽວກັບ ທີ່ດິນເຊັ່ນ ຂໍ້ມູລຫລັກຖານ ບາງກໍຣະນີ ບໍ່ຈະແຈ້ງ ກາຣເຮັດສັນຍາ ບໍ່ຖືກຕ້ອງ ກາຣບໍ່ປະຕິບັຕ ຕາມສັນຍາ ກາຣອອກໃບຕາດິນ ຊ້ຳຊ້ອນ ແລະ ບໍ່ຖືກຕ້ອງຕາມ ຂັ້ນຕອນ”.
ນອກຈາກນັ້ນ ທ່ານກໍວ່າ ກາຣອອກໝາຍຮຽກ ໝາຍເຊີນຄູ່ຄວາມ ເຂົ້າມາສາລຫລາຍເທື່ອ ທາງຄູ່ຄວາມ ກໍບໍ່ເຂົ້າມາ ຫລືວ່າ ເຂົ້າມາແລ້ວ ແຕ່ບໍ່ໄດ້ໃຫ້ ຂໍ້ມູລຫລືຫລັກ ຖານແຕ່ຢ່າງໃດ ເຮັດໃຫ້ມາຕກາຣ ຂອງສາລ ບໍ່ໄດ້ຮັບກາຣ ເຄົາຣົພ ແລະປະຕິບັຕ ຕາມແຕ່ຢ່າງໃດ.
ສາເຫຕສຳຄັນ ອີກອັນໜຶ່ງ ກ່ຽວກັບ ກາຣພິຈາຣະນາ ທີ່ດິນ ທີ່ວ່າຍັງມີ ຄວາມຫຍຸ້ງຍາກ ແລະຫລ້າຊ້ານັ້ນ ກໍຍ້ອນວ່າໜ່ວຍງານ ຫລືບຸຄຄົລ ທີ່ກ່ຽວຂ້ອງ ບໍ່ໃຫ້ຄວາມ ຮ່ວມມື ໃນກາຣປະຕິບັຕ ໜ້າທີ່ຢ່າງແທ້ຈິງ:
“ມີຫລາຍອົງກາຣ ຄຸ້ມຄອງ ອົງກາຣປົກຄອງ ບ້ານບາງບ່ອນ ເຊັນຮັບຮູ້ ເອກກະສາຣ ທີ່ດິນຕອນດຽວ ໃຫ້ທັງ (ຜູ້) ໂຈທແລະທັງຈຳເລີຽ ພາກສ່ວນກ່ຽວຂ້ອງ ບໍ່ໃຫ້ຄວາມຮ່ວມມື ຫລືໃຫ້ ຄວາມຮ່ວມມື ກໍຊັກຊ້າ”.
ເຈົ້າໜ້າທີ່ ອັຍກາຣສາລ ປະຊາຊົນ ສູງສຸດທ່ານນີ້ ໄດ້ກ່າວຢ້ຳວ່າ ກາຣພິຈາຣະນາ ຄະດີທີ່ດິນ ທີ່ມັກຈະມີບັນຫາ ແລະ ເກີດຂຶ້ນເລື້ອຽໆນັ້ນ ກໍຈະເປັນຫາງສຽງ ຈາກບາງໜ່ວຍງານ ຫລືຈາກສ່ວນບຸຄຄົລ ທີ່ກ່າວຫາວ່າ ທາງກາຣສາລ ຕັດສິນບໍ່ຖືກຕ້ອງ ແຕ່ຄວາມຈິງແລ້ວ ທາງກາຣສາລກໍໄດ້ ປະຕິບັຕຕາມ ຂັ້ນຕອນຂອງ ກົດໝາຍທຸກຢ່າງ.