ຈີນຈະສ້າງຂົວ ແລະເຂື່ອນໄຟຟ້າ ໃຫ້ລາວ

ຮອງປະທານ ປະເທດຈີນ ທ່ານ ສີຈິນຜິງ ມີກໍານົດ ທີ່ຈະເດີນທາງ ມາຢ້ຽມຢາມ ສປປລາວ ໃນມື້ວັນ ອັງຄານ ທີ 15 ມິຖຸນາ 2010 ເປັນເວລາ ສອງມື້.

0:00 / 0:00

ໃນການຢ້ຽມຢາມ ເທື່ອນີ້ ຣັຖບານ ສປປລາວ ແລະສປຈີນ ຈະຕົກລົງກັນ ຍົກລະດັບມູນຄ່າ ການຄ້າຂື້ນເປັນ 1 ຕື້ໂດລາ ສະຫະຣັຖ ພາຍໃນປີນີ້ ຈາກ 744 ລ້ານໂດລາ ສະຫະຣັຖ ໃນປີທີ່ຜ່ານມາ. ນອກຈາກນັ້ນ ຍັງຈະມີການ ເຊັນສັນຍາການຮ່ວມມື ລະຫວ່າງສອງປະເທດ ອີກໃນຫຼາຍດ້ານ.

ຕາມລາຍງານຂອງ ແຫລ່ງຂ່າວທາງການ ຈີນໄດ້ຕົກລົງ ຊ່ວຍເຫລືອລາວ ເພື່ອສ້າງຖນົນຫລວງ ສາຍສຳຄັນຫລາຍສາຍ ພ້ອມທັງສ້າງຂົວ ອີກຫລາຍແຫ່ງ ຮ່ວມທັງຂົວຂ້າມ ແມ່ນ້ຳຂອງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຊຶ່ງເປັນທາງ ເຊື່ອມຕໍ່ສຳຄັນ ສຳລັບການ ຄົມມະນາຄົມ ຂົນສົ່ງລະຫວ່າງ ໄທ-ລາວ-ວຽດນາມ ແລະ ໄທ-ລາວ-ຈີນ. ນອກຈາກນີ້ຍັງ ຈະຊ່ວຍລາວ ກໍ່ສ້າງສນາມບິນ ທາງແຂວງພາກເໜືອ ອີກສາມແຫ່ງອີກດ້ວຍ.

ປັດຈຸບັນນີ້ ນັກລົງທຶນຈາກຈີນ ກໍກຳລັງສຳຣວດ ໂຄງການສ້າງເຂື່ອນ ຜລິດໄຟຟ້າ ຂນາດໃຫຍ່ ຫລາຍແຫ່ງໃນລາວ ຮວມທັງເຂື່ອນກັ້ນ ລຳແມ່ນ້ຳຂອງ ຢູ່ປາກແບງ ແລະ ອີກບ່ອນນຶ່ງຢູ່ ແຂວງໄຊຍະບຸຣີ.

ເມື່ອປີກາຍນີ້ ບໍຣິສັດ Minmetals ຈາກຈີນກໍໄດ້ ຊື້ກິຈການບໍ່ຄຳ ບໍ່ທອງແດງ ທີ່ໃຫຍ່ທີ່ສຸດ ໃນລາວ ຈາກບໍຣິສັດ OZ Minerals ຈາກອອສເຕຣເລັຍ.
ນອກຈາກນີ້ ບໍຣິສັດບໍແຣ່ ທີ່ໃຫຍ່ແຫ່ງນຶ່ງ ຂອງຈີນກໍກຳລັງ ສຳຣວດ ແຮ່ບອ໋ກໄຊ ຢູ່ເຂດພາກໃຕ້ ຂອງລາວ.

ພ້ອມດຽວກັນນີ້ ໃນຫລາຍໆແຂວງ ກໍມີຫລາຍ ບໍຣິສັດທີ່ ເຂົ້າມາລົງທຶນ ປູກພືດເສຖກິດ ໃນລາວ ໂດຍສະເພາະແມ່ນ ຢາງພາລາ ທີ່ສົ່ງກັບ ໄປປ້ອນ ອຸດສາຫະກັມ ໃນຈີນ.