ຕົ້ນໄມ້ປູກໃໝ່ໃນລາວ ຂາດການບໍາຣຸງຮັກສາ

ຕົ້ນໄມ້ປູກໃໝ່ ໃນລາວ ປະມານ 30 ສ່ວນຮ້ອຍ ສ່ຽງຕໍ່ ການສູນເສັຽ ຍ້ອນຂາດ ການບໍາຣຸງ ຮັກສາ ຊຶ່ງສ່ວນນຶ່ງ ກໍກ່ຽວກັບ ງົບປະມານ.

0:00 / 0:00

ການປູກຕົ້ນໄມ້ ຄືນໃໝ່ຢູ່ລາວ ດໍາເນີນໄປຢ່າງ ເປັນຂະບວນກວ້າງຂວາງ ທັງຈາກພາກຣັຖ ພາກເອກກະຊົນ ແລະຮວມທັງພາກ ການລົງທຶນ ຂອງຕ່າງປະເທດ ໃນຫລາຍປີຜ່ານ ມານີ້. ແຕ່ການປູກຕົ້ນໄມ້ ດັ່ງກ່າວ ມີອັຕຣາສ່ຽງຕໍ່ ການສູນເສັຽເຖິງ 30 ສ່ວນຮ້ອຍ ຍ້ອນຂາດການຮັກສາ ຈົນຫ່ຽວແຫ້ງຕາຍໄປ ຕອນທີ່ປູກໃໝ່ ຫລືຖືກສັດ ທໍາລາຍ ແລະອື່ນໆ. -ຕາມຄໍາເວົ້າຂອງ ຫົວໜ້າກົມປ່າໄມ້ ໃນນະຄອນຫລວງ ວຽງຈັນ.

ທ່ານວ່າຕົ້ນໄມ້ ປູກໃໝ່ຕ້ອງໄດ້ ຮັກສາເບິ່ງແຍງ ເປັນເວລາປະມານ 3 ປີ ຈຶ່ງຈະຮັປກັນໄດ້ ວ່າຈະເຕີບໃຫຍ່ ຕໍ່ໄປໄດ້. ແຕ່ການປົກປັກຮັກສາ ນັ້ນທາງພາກຣັຖ ເຮັດໄດ້ໜ້ອຍເຕັມທີ່ ສ່ວນນຶ່ງກໍຍ້ອນ ຂາດເຂີນງົປມານ ເຮັດໃຫ້ການປູກຕົ້ນໄມ້ ແບບເປັນຂະບວນ ຢູ່ລາວ ບໍ່ໄດ້ຜົລ ຕາມຄາດໝາຍ.

ແຕ່ກົງກັນຂ້າມ ການປູກຕົ້ນໄມ້ ຂອງນັກລົງທຶນ ຕ່າງປະເທດຫລື ພາກເອກກະຊົນ ພັດເຮັດໄດ້ດີ, ຕົ້ນໄມ້ປູກໃໝ່ ຂອງເຂົາເຈົ້າ ມີການເຕີບໂຕ ແລະຂຍາຍຕົວ ເຊັ່ນ ການປູກໄມ້ສັກ ຂອງປະຊາຊົນ ຢູ່ແຂວງ ຫລວງພຣະບາງ ໄຊຍະບູລີ ຫລືການປູກໄມ້ຈິກ ຢູ່ແຂວງ ທາງພາກກາງ, ການປູກຕົ້ນໄມ້ ອຸດສາຫະກັມ ຂອງບໍຣິສັດ ໂອຈິ ຈາກຍີ່ປຸ່ນ ທີ່ໄດ້ຮັບສັມ ປະທານເນື້ອທີ່ດິນ ຈາກຣັຖບານລາວ 50 ພັນເອັກຕາຣ ແລະຜ່ານມາ ບໍ່ພໍເທົ່າໃດປີ ກໍສາມາດປູກ ຕົ້ນໄມ້ໄດ້ແລ້ວ ປະມານ 30 ພັນເອັກຕາ

ກ່າວກັນວ່າ ຖ້າຂະບວນປູກ ຕົ້ນໄມ້ຂອງລາວ ໃນແຕ່ລະປີ ປູກໄດ້ຣະຫວ່າງ 20 ພັນຫາ 30 ພັນເອັກຕາຣ ຕາມສະຖິຕິ ທີ່ຮັບຮູ້ກັນ ທົ່ວໄປນັ້ນ ເມື່ອຄິດໄລ່ ແຕ່ມື້ຈັດຕັ້ງ ໃຫ້ມີວັນ ປູກຕົ້ນໄມ້ແຫ່ງຊາດ ມາຮອດປັຈຈຸບັນ ເນື້ອທີ່ຕົ້ນໄມ້ ຫລືການປົກຫຸ້ມ ຂອງປ່າໄມ້ ໃນປະເທດລາວ ກໍຄົງ ຂຍາຍຕົວຫລາຍ ອັນຈະເຮັດໃຫ້ ເປົ້າໝາຍ ຂຍາຍເນື້ອທີ່ປ່າໄມ້ ໃນທົ່ວ ປະເທດລາວ ໃຫ້ໄດ້ 70 ເປີເຊັນນັ້ນ ຈະປາກົດຜົລ ເປັນຈິງໂດຍໄວ. ກົງກັນຂ້າມ ໃນຕົວຈິງ ເນື້ອທີ່ປ່າໄມ້ ຂອງລາວຊໍ້າພັດ ຫລຸດລົງເລື້ອຍໆ.