ເຣື້ອງທີ່ເກັບບັນທຶກໄວ້
2009-06-16
ໃນມື້ວັນສຸກ ຜ່ານມາ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາຕ ໄດ້ຮັບຜ່ານຢ່າງ ເປັນເອກສັນ ຍັດຕິສບັບນື່ງ ເພື່ອລົງໂທດ ເກົາຫລີເໜືອ ໜັກຂື້ນຕື່ມ ທີ່ໄດ້ທົດລອງ nuclear ເມື່ອວັນທີ່ 25 ພຶສພາຜ່ານມາ. ເນື້ອໃນໃຈຄວາມ ຂອງມະຕິສບັບ ດັ່ງກ່າວ ມີຫຍັງແດ່? ແລະພາໃຫ້ເກີດ ທ່າທີຢ່າງໃດແດ່ ໃນບັນດາປະເທດ ທີ່ກ່ຽວຂ້ອງ ທາງກົງຫລື ທາງອ້ອມ ກັບບັນຫານີ້. ວຽງໄຊ ມີຄຳຕອບ ມາສເນີທ່ານ ໃນອັນດັບຕໍ່ໄປ…….
2009-06-16
ທາງກາຣໄທຽ ວ່າຈະນຳເອົາ ປື້ມຄູ່ມື ກ່ຽວກັບ “ໂຣຄໄຂ້ຫວັດ ໃຫຍ່ສາຍພັນໃໝ່” ຊນິດ AH1N1 ບໍ່ຕໍ່າກວ່າ 1 ລ້ານສະບັບ ອອກແຈກຢາຍ ໃຫ້ປະຊາຊົນອ່ານ ເປັນກາຣຮຽນຮູ້ ກ່ຽວກັບກາຣ ເປັນມາຂອງ ເຊື້ອໂຣຄ ແລະວິທີ ປ້ອງກັນຕ່າງໆ.
2009-06-16
3 ແຂວງພາກໄຕ້ ຂອງລາວ ຈະໄດ້ຮັບທຶນ ຊ່ວຍເຫລືອຈາກ ຣັຖບານຍີ່ປຸ່ນ ພາຍໄຕ້ການ ຮ່ວມມື ໂຄງການສາມຫລ່ຽມ ພັທນາ ກັມພູຊາ-ລາວ-ວຽດນາມ ຫລື CLV.
2009-06-16
ກົດຣະບຽບ ວ່າດ້ວຍກາຣ ສັມປະທານ ທີ່ດິນທີ່ຖືກ ປັບປຸງໃໝ່ ຍັງບໍ່ທັນຜ່ານ ສະພາ ແຫ່ງຊາຕເທື່ອ.
2009-06-16
ສປປລາວ ມີງົບປະມານ ທີ່ຈຳກັດ ໃນກາຣແກ້ໄຂ ບັນຫາກາຣ ລັກລອບ ຄ້າມະນຸສ ໃນປັຈຈຸບັນນີ້.
2009-06-15
ໂຣຄໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຊນິດ AH1N1 ທີ່ຖືກພົບເຫັນ ແພ່ຣະບາຕ ຢູ່ປະເທສ Mexico ໃນທ້າຍເດືອນ ເມສາ ແລ້ວຕິດຕໍ່ໄປ ຮອດສະຫະຣັຖ ຄານາດາ ກ່ອນທີ່ຈະແພ່ ຂຍາຍອອກໄປ ໃນເຂຕ ທະວີບອື່ນໆ ແລະເຮັດໃຫ້ມີ ຜູ້ຄົນ ເສັຽຊີວີຕ ໄປເຖີງ 144 ຄົນໃນຈຳນວນ ຜູ້ຄົນປ່ວຍ ຕິດເຊື້ອໄວຣັສ ທັງໝົດເກືອບ 29,000ຄົນ ໃນບໍ່ຕໍ່າກວ່າ 74 ປະເທສ ໃນທົ່ວໂລກ ປັຈຈຸບັນນີ້ ເຮັດໃຫ້ທາງ ອົງກາຣອະນາມັຍ ໂລກຫລື WHO ໄດ້ປະກາສ ຢ່າງເປັນທາງກາຣ ໃນມື້ ວັນພຣະຫັດ ຜ່ານມາວ່າ: “ເປັນໂຣຄຣະບາດ” ທີ່ເກີດຂື້ນ ໃນທົ່ວໂລກ ເປັນເທື່ອທຳອິດ ໃນຣະຍະ 41 ປີຜ່ານມາ.
2009-06-15
ພຣະທາດຫລວງ ວຽງຈັນ ເປັນ ປູຊະນິຍະຖານ ປະຈຳຊາດ ຊຶ່ງແຕ່ໃດໆມາ ປະຊາຊົນລາວ ພາກັນ ບູຣະນະ ສັກຣະບູຊາ. ຕັ້ງແຕ່ປີ 1991 ເປັນຕົ້ນມາ ຣັຖບານລາວ ຍັງເອົາໃສ່ໃນ ຕຣາສັນສາລັກ ປະຈຳປະເທດ ເຮົາຮູ້ວ່າ ທາດຫລວງ ຖືກກໍສ້າງໃນ ຣາຊການ ຂອງພຣະເຈົ້າ ໄຊຍະເສຖາທິຣາດ ໃນສັຕວັດທີ່ 16 ແຕ່ປະຫວັດການ ກໍ່ສ້າງ ພຣະທາດຫລວງ ມີມາແນວໃດ? ເຊີນທ່ານຮັບຟັງ ບົດສາຣະຄະດີ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ພົງສວັນ
2009-06-15
ຫນ່ວຍງານກ່ຽວຂ້ອງ ສປປລາວ ເປີດເຜີຍເຖີງ ສາເຫດທີ່ເຮັດ ໃຫ້ປາຕາຍ ໃນເຂດຫນອງຫານ ປາກງື່ມວ່າ ສ່ວນໃຫຍ່ແມ່ນ ມາຈາກສານ ເຄມີ ປະເພດຊາຍນາຍ ຫລາຍກວ່າ.
2009-06-15
ທີມນັກຊ່ຽວຊານ ດ້ານການແພດ ຝ່າຍທະຫານ ຈາກກອງ ບັນຊາການເຂດ ປາຊີຟີກ ຂອງສະຫະຣັຖ ໃຫ້ຄວາມຮູ້ ກ່ຽວກັບ ໂຣຄໄຂ້ຫວັດ ສາຍພັນໃຫມ່ ແກ່ພນັກງານ ສາທາຣະນະສຸກ ສປປລາວ.
2009-06-15
ທາງການຈີນ ສາມາດ ຊ່ອຍເຫລືອ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ.
2009-06-15
ຄົນງານລາວ ຢູ່ປະເທດໄທ ສ່ວນໃຫຍ່ແມ່ນ ເຮັດວຽກ ໃນຄອບຄົວ ຫລືຕາມໂຮງງານ ຂະໜາດນ້ອຍ ອັນເປັນການຍາກ ທີ່ຈະຄຸ້ມຄອງໄດ້.
2009-06-15
ໃນຣາຍການ ໝໍລຳລາວ ປະຈຳສັປດານີ້ ຂໍເຊີນທ່ານ ຟັງລຳລ່ອງ (ລາວຫລົງ) ຈາກໝໍລຳ ເຂັມທອງ ສຽງໃສ ຕິດຕາມດ້ວຍ ລຳລ່ອງ (ຊິວິດຕ່າງແດນ) ຈາກໝໍລຳ ຄຳແສນ ສີຈຳປານະຄອນ.
2009-06-15
ແຂວງຕ່າງໆຂອງລາວ ໂດຍສະເພາະ 3ແຂວງພາກໄຕ້ ຕົກເປັນເປົ້າໝາຍ ໃນການ ຊອກຫາເຫຍື່ອ ຂອງພວກຄ້າມະນຸດ ຊຶ່ງທາງການ ຈະຕ້ອງໄດ້ ເຝົ້າຣະວັງ ເປັນພິເສດ ເພື່ອພະຍາຍາມ ສະກັດກັ້ນຂັດຂວາງ.
2009-06-12
ແຂວງອັຕປືເລັ່ງລັດ ໃນການສ້າງສາ ອາຄານ ສຳນັກງານ ດ່ານສາກົນ ພູເກື້ອ ຊາຍແດນເຂົ້າອອກ ກັບວຽດນາມ ທີ່ແຂວງ ກວງຕຸມ ຄາດວ່າຈະໃຫ້ ແລ້ວໃນປີ 2010 ຫລັງຈາກ ມີການຊັກຊ້າ ຊົ່ວລະຍະນື່ງ.
2009-06-12
ສປປລາວ ບໍ່ສາມາດ ເກັບກຳ ຈຳນວນໂຕເລກ ຂອງຜູ້ເຄາະຮ້າຍ ຈາກການ ຄ້າມະນຸດໄດ້.