ຣັຖບານຍີ່ປຸ່ນ ຊ່ວຍເຫລືອ 3ແຂວງພາກໄຕ້
2009.06.16
3ແຂວງ ທາງພາກໄຕ້ ຂອງລາວຄື ແຂວງອັຕປື ສາຣະວັນ ແລະເຊກອງ ຈະໄດ້ຮັບເງີນ ຊ່ວຍເຫລືອລ້າຈາກ ຣັຖບານຍີ່ປຸ່ນ ປະມານແຂວງລະ 2ລ້ານ6ແສນໂດລາ ສະຫະຣັດ ພາຍໄຕ້ໂຄງການ ສາມຫລ່ຽມພັທນາ ກັມພູຊາ ລາວ ວຽດນາມ ຊຶ່ງມີການ ອະນຸມັດ ໄປແລ້ວທັງໝົດ 20ລ້ານໂດລາ ສະຫະຣັດ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ການຄົມນາຄົມ ແຂວງອັຕປື:
"ຣັຖບານຍີ່ປຸ່ນ ຊ່ວຍ20ລ້ານຫລຽນ ໝາຍຄວາມວ່າ ເພິ່ນຈະແບ່ງໃຫ້ ສາມປະເທດ ມາຫານກັນ ລາວກະຢູ່ໃນ ໂຄງການ ມັນຈະມີ3ແຂວງ ຈະມີ ອັຕປື ສາຣະວັນ ແລະກໍ ເຊກອງ ອັນອັຕປື ເຮົານີ້ຕົກຖືກ 2.6ລ້ານຫລຽນ ອັຕປືໄດ້."
ທັງ 3ປະເທດ ລາວ ກໍາພູຊາ ວຽດນາມ ໄດ້ຮັບເງິນ ດັ່ງກ່າວມາແຕ່ ປີ2007 ແລະ ສາມາດຕົກລົງ ແບ່ງກັນໄດ້ ເມື່ອມໍ່ໆມານີ້ ໂດຍຈະມີການ ນໍາໄຊ້ຕາມ ໂຄງການ ສາມຫລ່ຽມພັທນາ ຊຶ່ງເປັນໂຄງການ ຊຶ່ງ3ປະເທດ ໄດ້ຮ່ວມກັນ ຈັດຕັ້ງຂຶ້ນ ເມື່ອປີ 1999 ໂດຍຮວມເອົາແຂວງ ທີ່ຢູ່ຕິດຈອດ ຊາຍແດນກັນ ຄື ໃນລາວ ມີແຂວງ ອັຕປື ສາຣະວັນ ເຊກອງ ກັມພູຊາ ມີແຂວງ ຊຽງແຕງ ຣັຕນະຄີຣີ ມົນຄົລຄີຣີ ວຽດນາມ ມີແຂວງ Gialai Daclac Dacnong Kongtum ເພື່ອສົ່ງເສີມການ ຮ່ວມມືໃນການ ພັທນາສັງຄົມ ແລະເສຖກິດ ຣະຫວ່າງກັນ ໃຫ້ມີຫລາຍຂຶ້ນ.
ແລະໃນປີ 2004 ຣັຖບານຍີ່ປຸ່ນ ໄດ້ເຂົ້າຮ່ວມ ສນັບສນູນ ໂຄງການດັ່ງກ່າວ ໃນຖານະຜູສນອງ ທຶນແລະຈັດຫາ ນັກລົງທຶນໃຫ້ ແກ່ໂຄງການ ພັທນາ ພາຍໄຕ້ຂອບ ການຮ່ວມມືນັ້ນ ໂດຍເລັ່ງໃສ່ການ ພັທນາໂຄງສ້າງ ພື້ນຖານ ການຄົມນາຄົມ ຂົນສົ່ງ ໄຟຟ້າແລະ ICT.
ນອກຈາກ ເງິນຊ່ວຍເຫລືອ ລ້າແລ້ວ ຣັຖບານຍີ່ປຸ່ນ ຍັງມີໂຄງການ ສຶກສາຄວາມ ເປັນໄປໄດ້ ໃນການພັທນາ ໂຄງການຕ່າງໆ ໃນເຂດ3ແຂວງ ພາກໄຕ້ຂອງລາວ ເຊັ່ນ ໃນແຂວງອັຕປື ມີໂຄງການ ສຶກສາ ຄວາມເປັນໄປໄດ້ ໃນການສ້າງທາງ ເລກນຶ່ງ ເຊື່ອມຕໍ່ແຂວງ ອັຕປືຂອງລາວ ກັບແຂວງ ຣັຕນະຂີຣີ ຂອງກັມພູຊາ.