ຣະບຽບໃໝ່ ສັມປະທານທີ່ດິນ ຖ້າຜ່ານສະພາ

ກົດຣະບຽບ ວ່າດ້ວຍກາຣ ສັມປະທານ ທີ່ດິນທີ່ຖືກ ປັບປຸງໃໝ່ ຍັງບໍ່ທັນຜ່ານ ສະພາ ແຫ່ງຊາຕເທື່ອ.
ຫວາດ ສີມູນ
2009.06.16

ສປປລາວ ມີກາຣໃຊ້ດຳຣັສ ກາຣສັມປະທານ ທີ່ດິນທີ່ໄດ້ ເຣີ່ມແຕ່ເດືອນ ພຶສພາ ຜ່ານມາແລະມີ ກາຣປັບປຸງໃໝ່ ພາຍຫລັງທີ່ມີ ກາຣປະກາສໃຫ້ ຍຸຕິກາຣ ສັມປະທານ ທີ່ດິນ ບາງກໍຣະນີ ຍ້ອນວ່າ ໃນຣະຍະທີ່ ຜ່ານມານັ້ນບໍ່ ໄດ້ຜ່ານກາຣ ຈັດສັນຢ່າງເປັນ ຣະບຽບ ຈື່ງເກີດມີບັນຫາ ດັ່ງຍານາງ ບົວຄຳ ສຸຣີວັນ ເລຂາ ຣັຖມົນຕຣີ ປະຈຳສຳນັກ ງານນາຍົກ ຣັຖມົນຕຣີ ດ້ານຄຸ້ມຄອງ ທີ່ດີນແຫ່ງຊາຕ ໄດ້ກ່າວວ່າ:

“ປັຈຈຸບັນນີ້ ພວກເຮົາມີດຳຣັສ ອອກມາກ່ຽວກັບ ກາຣເຊົ່າ ສັມປະທານທີ່ດິນ ເພີ່ງຈະອອກເດືອນ ທີ່ແລ້ວເລຂທີ່ 135 ຣະບຽບກໍຍັງ ຖ້າຣັຖບັນຍັຕ ກ່ຽວກັບອັຕຣາ ຄ່າເຊົ່າ ແລະສັມປະທານ ປັບປຸງໃໝ່ ຍັງບໍ່ທັນໄດ້ ຜ່ານທາງສະພາ”

ຍານາງບົວຄຳ ໄດ້ໃຫ້ກາຣ ອິທີບາຍ ເພີ່ມວ່າ: ສະເພາະກາຣໃຫ້ ສັມປະທານ ໃນຣະຍະຜ່ານມາ ທີ່ເກີດມີບັນ ຫານັ້ນ ກໍຍ້ອນວ່າມີ ກາຣບຸກຣຸກ ທີ່ດິນ ຂອງປະຊາຊົນ ແລະສຳຫລັບ ດຳຣັສ ໃໝ່ນີ້ກ່ອນທີ່ ຈະໃຫ້ທາງກຸ່ມ ບໍຣິສັທຮັບ ສັມປະທານ ໄປນັ້ນ ທາງອົງກາຣ ຄຸ້ມຄອງທີ່ດີນ ແຫ່ງຊາຕ ຈະມີກາຣ ສໍາຣວຈ ຢ່າງລະອຽດ ພ້ອມ ກັບໃຫ້ມີກາຣ ແບ່ງເຂຕຣະຫວ່າງ ດິນປ່າສງວນ ດິນຂອງ ປະຊາຊົນ ແລະດິນຂອງ ປ່າໄມ້ ທີ່ຈະຕ້ອງ ມີກາຣຄັດແຍກ ອອກຈາກພື້ນທີ່ ໃຫ້ກາຣ ສັມປະທານ ເພື່ອບໍ່ ໃຫ້ເກີດມີ ຜົລກະທົບ ຕໍ່ປະຊາຊົນ ທ້ອງຖີ່ນແລະ ສີ່ງແວດລ້ອມ ດັ່ງທີ່ເຄີຽມີ ມາກ່ອນແລ້ວນັ້ນ ດັ່ງ ຍານາງບົວຄຳ ໄດ້ກ່າວກ່ຽວກັບ ເຣື່ອງນີ້ຕື່ມວ່າ:

“In the future (ໃນອະນາຄົຕ) ຈະບໍ່ໃຫ້ມັນມີ ບໍ່ໃຫ້ບຸກຣຸກ ອັນນີ້ແມ່ນ ທີ່ດິນຂອງຣັຖ ທີ່ດິນປ່າສງວນ ທີ່ດີນທີ່ເຮົາ ອະນຸຮັກໄວ້ ເປັນເຂຕທ່ອງທ່ຽວ ແຫລ່ງ ທັມຊາຕ ເຂຕທີ່ຈະເປັນ ຕົ້ນນ້ຳໃຫ້ແກ່ ກາຣຜລີຕ ແຫລ່ງໄຟຟ້າ ນ້ຳຕົກ”

ພ້ອມດຽວກັນນີ້ ຍານາງບົວຄຳ ກໍໄດ້ກ່າວ ເນັ້ນວ່າ: ກາຣສັມປະທານ ທີ່ດີນໃຫ້ກັບ ນັກລົງທຶນ ຕ່າງຊາຕນັ້ນ ຈະບໍ່ອະນຸຍາຕ ໃຫ້ມີກາຣ ສະຊາຍ ໂດຽໃຫ້ທາງຝ່າຍ ຮັບສັມປະທານ ທີ່ດິນຕ້ອງໄດ້ ເຮັດເອກສາຣ ເພື່ອຢືນຢັນໄປ ຍັງທາງຣັຖບາລ ແລະໃນເມື່ອ ທາງຣັຖບາລ ຮັບຮອງເອົາແລ້ວ ທາງອົງກາຣ ຄຸ້ມຄອງທີ່ດິນ ແຫ່ງຊາຕ ກໍຈະໄດ້ມີ ກາຣປະສານງານ ກັບທາງ ບໍຣິສັທຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.