ສະຫະຣັຖ ໃຫ້ຄວາມຮູ້ ກ່ຽວກັບ ໂຣຄໄຂ້ຫວັດ
2009.06.15
ທີມນັກຊ່ຽວຊານ ດ້ານການແພດ ຝ່າຍທະຫານຂອງ ສະຫະຣັຖໄດ້ ໃຫ້ການສີດສອນ ຄວາມຮູ້ກ່ຽວກັບ ໂຣຄໄຂ້ຫວັດ ສາຍພັນໃຫມ່ທີ່ ກຳລັງຣະບາດ ໃນຫລາຍ ປະເທດໃນໂລກ ໃນປັດຈຸບັນ ແກ່ພນັກງານ ຫ້ອງການ ຣະບາດວີທຍາ ສປປລາວ ວ່າງອາທີດທີ່ ຜ່ານມາ. ການຮຽນຮູ້ ໄດ້ຈັດຂື້ນທີ່ ໂຮງແຮມ Lao Plaza ທີ່ ນະຄອນຫລວງ ວຽງຈັນ ຣະຫວ່າງ ວັນທີ 9-12 ມີຖຸນາ ຊື່ງມີພນັກງານ ນັກຊ່ຽວຊານທີ່ ກ່ຽວຂ້ອງ ສປປລາວ ເຂົ້າຮ່ວມເຖີງ 40ຄົນ ຈາກກະຊວງ ສາທາຣະນະສຸກ ຫ້ອງການຣະບາດ ວີທຍາ ແລະຈາກແຂວງອື່ນໆ ດັ່ງແຂວງ ສວັນນະເຂດ ຈຳປາສັກ ແລະ ວຽງຈັນເປັນຕົ້ນ.
ທ່ານ ບຸນຫລາຍ ພົມມະສັກ ຫົວຫນ້າຫ້ອງການ ຣະບາດວີທຍາ ສປປລາວ ເວົ້າວ່າເຊື້ອໂຣຄ ໄຂ້ຫວັດໃຫຍ່ ຊນີດໃຫມ່ ສາຍພັນ H1N1 ທີ່ກຳລັງ ຣະບາດໃນໂລກ ໃນປັດຈຸບັນ ເປັນພັຍນາບຂູ່ ຕໍ່ຊີວີດຂອງ ປະຊາຊົນ ໃນຫລາຍປະເທດ ໃນໂລກ ຫ້ອງການຂອງທ່ານ ເຫັນຄວາມສຳຄັນ ອັນນັ້ນ ຈື່ງໄດ້ມີການ ຫ້າງຫາຈັດການ ສັມມະນາ ກ່ຽວກັບເຮື້ອງນີ້ ຂື້ນເພື່ອຍົກ ຣະດັບຄວາມຮູ້ ຂອງພນັກງານ ສາທາຣະນະສຸກ ລາວ.
ການຢ້ຽມຢາມລາວ ຂອງທີມງານດ້ານ ສາທາຣະນະສຸກ ຝ່າຍທະຫານຂອງ ສະະາຣັຖທີ່ ໃຫ້ການອຸ້ມຊູ ແລະ ເປັນຜູ້ອຸປຖັມ ຈາກສະຖານທູດ ສະຫະຣັຖ ປະຈຳລາວ. ໂຄງການດັ່ງກ່າວ ແມ່ນການຮ່ວມມື ຣະຫວ່າງຫນ່ວຍງານ ການແພດ ຝ່າຍທະຫານຈາກ ກອງບັນຊາການ ເຂດປາຊີຟີກ ຂອງສະຫະຣັຖ ກັບຫ້ອງການ ຣະບາດ ວີທຍາ ກະຊວງ ສາທາຣະນະສຸກ ສປປລາວ ເພື່ອຍົກຣະດັບ ຄວາມສາມາດ ໃນການຕ້ານໂຣຄ ດັ່ງກ່າວໃຫ້ແກ່ ພນັກງານ ສາທາຣະນະສຸກ ລາວ.