ໃນເຂດໜອງຫານ ປາຕາຍ ຍ້ອນເຄມີຊາຍນາຍ
2009.06.15
ລາຍງານຈາກ ນະຄອນຫລວງ ວຽງຈັນ ແຈ້ງມາວ່າເມື່ອ ວັນພຣະຫັດ ວັນທີ 11ມີຖຸນາ ທີ່ຜ່ານມາ ໄດ້ມີການ ຈັດຖແລງຂ່າວ ຢ່າງເປັນທາງການ ກ່ຽວກັບ ຜົລວີຈັຍ ນ້ຳເສັຽ ທີ່ເຮັດໃຫ້ ປາຕາຍເປັນຈຳນວນ ຫລວງຫລາຍ ໃນເຂດຫນອງຫານ ປາກງື່ມ ຂອງ ຄນະວີຈັຍຈາກ 3ພາກສ່ວນ ຂອງຣັຖບານຄື ສະຖາບັນຄົ້ນຄົ້ວ ຊັພຍາ ກອນນ້ຳ ແລະສີ່ງແວດລ້ອມ ສູນວີຈັຍ ນ້ຳປະປາ ແລະຫນ່ວຍງານ ກວດກາສັດນ້ຳ ຂອງກົມລ້ຽງປາ ແລະການປະໂມງ ໂດຍຊ້ອງຫນ້າ ທ່ານ ພູວົງ ວົງຄຳຊາວ ຮອງ ຫົວຫນ້າຫ້ອງການ ຄນະ ເລຂາທິການ ຮັຖບານ ປະກອບດ້ວຍ ເຈົ້າຫນ້າທີ່ ຣະດັບສູງ ເມືອງປາກງື່ມແລະ ບັນດາອຳນາດ ປົກຄອງ ແຕ່ລະບ້ານ ພ້ອມດ້ວຍ ປະຊາຊົນ ທ້ອງຖີ່ນມາຮ່ວມ ຟັງຖແລງການ.
ນັກວິຊາການ ຈາກສະຖາບັນ ຄົ້ນຄົ້ວ ຊັພຍາກອນນ້ຳແ ລະສີ່ງແວດລ້ອມ ໃຫ້ການວ່າຫລັງ ຈາກໄດ້ນຳຕົວ ຢ່າງນ້ຳຈາກຫ ນອງຫານໄປວິຈັຍ ພົບວ່າມີສານ ປະເພດ tss ຊື່ງເປັນສານທີ່ ມີຄວາມແຂງບໍ່ ລະລາຍໃນນ້ຳ ສູງກວ່າມາຕຖານ ແລະພົບເຫັນ ທາດນ້ຳມັນຫລື grease oil ທີ່ປະປົນໃນນ້ຳ ທີ່ສູງຜີດ ປົກກະຕິ ທີ່ສຳຄັນກໍ່ ແມ່ນການພົບເຫັນ ສານຊາຍນາຍ Cyanide ຊື່ງເປັນສານທີ່ ເຮັດໃຫ້ປາຕາຍ.
ສ່ວນນັກ ວີຊາການ ຈາກສູນວີຈັຍ ນ້ຳປະປາ ໃຫ້ການວ່າພວກ ຕົນໄດ້ພົບເຫັນທາດ DOD ໃນນ້ຳສູງກວ່າ ມາຕຖານປົກຕິ ຊື່ງຕາມ ທັມມະດາ ຈະມີຢູ່ ປະມານ 30 ມີ່ນລີກຣາມ ຕໍ່ນື່ງລີດ ທີ່ນີ້ມີຢູ່ 300ມີນລີກຣາມ ຕໍ່ນື່ງລີດ ນອກຈາກນັ້ນ ກໍ່ພົບເຫັນທາດ ຊາຍນາຍແລະທາດ ອາໂມເນັຽ ນຳອີກ.
ສຳລັບຫ້ອງການ ສັດນ້ຳ ແລະການປະໂມງ ກໍ່ບອກວ່າ ສະພາບປາທີ່ ຕາຍນັ້ນແມ່ນ ເກີດຈາກຈຸດ ດ່າງດຳໃນຕັບ ແລະຫມາກໃຂ່ຫລັງ ຂອງປາ ກໍ່ບວບຊ້ຳ ຈື່ງທຳໃຫ້ ປາຕາຍ. ຫນ່ວຍງານທັງ 3 ໃຫ້ການເປັນ ສຽງດຽວກັນວ່າ ປາຕາຍ ແມ່ນເກີດຈາກສານ ຊາຍນາຍ.