ໂຣຄໄຂ້ຫວັດໃຫຍ່ ສາຍພັນໃໝ່ ຊນິດ AH1N1
2009.06.15
ກາຣປະກາສຢ່າງ ເປັນທາງກາຣ ວ່າເປັນເຊື້ອ ພຍາທ ທີ່ແພ່ຣະບາດ ໃນທົ່ວໂລກ ດັ່ງກ່າວ ກໍເພື່ອເປັນກາຣ ເຕືອນໃຫ້ທາງກາຣ ກ່ຽວຂ້ອງໃນແຕ່ ລະປະເທສ ເພີ່ມ ຄວາມເອົາໃຈໃສ່ ໃນກາຣ ເຝົ້າຣະວັງ ພ້ອມກັບໃຫ້ມີ ກາຣເຣັ່ງດ້ານ ງົບປະມານ ສຳຫລັບກາຣຜລິຕ ຢາປາບປາມ ແລະປ້ອງກັນໃຫ້ ໄດ້ທ່ວງທັນກັບ ເຫຕກາຣດັ່ງ: Dr. Margaret Chan ຫົວໜ້າອົງກາຣ ອະນາມັຍໂລກ ໄດ້ກ່າວໃນ ຕອນໜື່ງວ່າ:
"ຍານາງວ່າ: “ເຊື້ອໂຣຄສາຍພັນ ໃໝ່ທີ່ກຳລັງ ແພ່ຣະບາດ ໃນປັຈຈຸບັນ ນີ້ນັ້ນ ແມ່ນເກີດຂື້ນ ພາຍໃຕ້ຄວາມ ເອົາໃຈໃສ່ຂອງ ທາງເຈົ້າໜ້າທີ່ໆ ພຍາຍາມ ປ້ອງກັນ ແລະ ປາບປາມ ແບບທີ່ບໍ່ເຄີຽ ມີມາກ່ອນ ຍ້ອນທາງກາຣ ໄດ້ພົບເຫັນແຕ່ ຂັ້ນຕົ້ນທຳອີດ ທີ່ເກີດຂື້ນ ແລະໄດ້ຕິດຕາມ ຫາວິທີທາງ ຄວບຄຸມ ແລະປາບປາມ ຢ່າງໃກ້ ຊິດຕລອດມາ”
ທາງເຈົ້າໜ້າທີ່ ອົງກາຣ ອະນາມັຍໂລກ ໄດ້ແຈ້ງເພີ່ມວ່າ: ເຖີງເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ດັ່ງກ່າວໄດ້ ແພ່ຣະບາດຢ່າງ ວ່ອງໄວ ໃນຫລາຍປະເທສ ດັ່ງ ກ່າວນີ້ ແລ້ວກໍຕາມ ແຕ່ກໍໝັ້ນໃຈ ວ່າຍັງຈະ ສາມາດຄວບຄຸມ ໄດ້ໂດຽສະເພາະ ທີ່ມີຜູ້ເສັຽ ຊີວີຕໃນທົ່ວ ໂລກເທົ່າ ປັຈຈຸບັນເຖີງ 144 ຄົນເທົ່ານັ້ນ ທຽບໃສ່ຈຳນວນ ຜູ້ເສັຽຊີວີຕ ຈາກເຊື້ອໂຣຄ ໄຂ້ຫວັດໃຫຍ່ ທັມມະດາ ໃນທົ່ວໂລກ ທີ່ມີຈຳນວນ ຫລາຍເຖີງ 500,000ຄົນ ໃນແຕ່ລະປີ.