ແມ່ ແລະ ເດັກ: ວັນທີ 12 ມິຖຸນາ 2009
2009.06.15
ນັບເປັນເວລາ ຫລາຍປີມາແລ້ວ ທີ່ທາງການລາວ ຍອມຮັບວ່າ ຕົນປະເຊີນກັບ ບັນຫາ ການຄ້າມະນຸດ ຄືກັນກັບຫລາຍ ປະເທດໃນໂລກ ໂດຍສະເພາະ ບັນດາ ປະເທດອ້ອມຂ້າງ ແລະກໍໄດ້ ພະຍາຍາມ ເຄື່ອນໃຫວຕໍ່ຕ້ານ ເພື່ອຈຳກັດ ແລະກະທັ້ງ ເຮັດໃຫ້ມັນ ໝົດສີ້ນໄປຈາກ ລາວ.
ແຕ່ເຖິງແນວໃດ ກໍປາກົດວ່າ ການຕໍ່ຕ້ານການ ກຳຈັດການຄ້າ ມະນຸດທັງຢູ່ ພາຍໃນລາວແລະ ທັງຂ້າມຊາຍແດນ ໄປປະເທດ ເພື່ອນບ້ານ ເປັນຕົ້ນປະເທດ ໄທນັ້ນ ຂ້ອນຂ້າງ ຈະເຮັດໄດ້ຍາກ. ແລະເຖິງແມ່ນວ່າ ທາງການລາວ ຈະໄດ້ ພະຍາຍາມ ຕໍ່ຕ້ານຢ່າງ ເອົາຈິງເອົາຈັງ ແຕ່ປະຊາຊົນລາວ ຈຳນວນບໍ່ໜ້ອຍ ໂດຍສະເພາະຄົນ ໄວຫນຸ່ມສາວ ຮວມທັງເດັກນ້ອຍ ທີ່ອາຍຸບໍ່ທັນ ພົ້ນນິຕິພາວະ ກໍຍັງຕົກເປັນ ຜູ້ໄດ້ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ຊຶ່ງມີຈໍານວນ ຫລາຍເພີ່ມຂຶ້ນ ນຳເລື້ອຍໆ.
ເຈົ້າໜ້າທີ່ ໂຄງການຕໍ່ຕ້ານ ການຄ້າມະນຸດ ໃນນະຄອນ ຫລວງວຽງຈັນ ກ່າວກ່ຽວກັບ ເລື້ອງນີ້ ໃນຕອນນຶ່ງວ່າ:
"ຄັນຖ້າວ່າ ຕົວເລກຂອງຜູ້ ຖືກເຄາະຮ້າຍ ຖ້າມາເບິ່ງແລ້ວ ມັນບໍ່ແນ່ນອນ ເພາະວ່າໂພດໄປ ຕັ້ງແຕ່ກ່ອນ ຕົວເລກທີ່ ເປັນຜູ້ເຄາະຮ້າຍ ແຕ່ລະປີ ຕັ້ງແຕ່ປີ 2000 ມາຫາປີ 2008-2009 ຂ້ອນຂ້າງ ຈະເພິ່ມຂຶ້ນ."
ໃນຈໍານວນຊາວລາວ ທີ່ໄດ້ຮັບ ເຄາະຮ້າຍ ດ້ວຍການຕົກເປັນ ເຫຍື່ອຂອງການ ຄ້າມະນຸດ ທີ່ຖືກ ຣັຖບານໄທ ສົ່ງກັບ ປະເທດລາວ ຢ່າງເປັນທາງການ ແຕ່ປີ2001 ມາຮອດປັຈຸບັນນີ້ ຊຶ່ງມີເຖີງ ພັນກວ່າຄົນນັ້ນ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ປະສານງານ ໂຄງການ ສະຫະປະຊາຊາດ ຕ້ານການຄ້າມະນຸດ UNIAP ປະຈໍາລາວ ແລ້ວ ແມ່ນວ່າອາດມີ ທັງຄົນງານ ທີ່ລັກລອບເຂົ້າ ເມືອງໄທແບບຜິດ ກົດໝາຍ ຮວມຢູ່ນຳດ້ວຍ ກໍເປັນໄປໄດ້.
ນອກນັ້ນກໍຍັງ ມີອີກຈໍານວນນຶ່ງ ທີ່ຖືກສົ່ງກັບ ແບບບໍ່ເປັນທາງການ. ຄົນຈຳນວນນັ້ນ ເປັນຄົນງານເຂົ້າເມືອງ ຜິດກົດໝາຍ ຖືກຈັບ ຖືກຜັກດັນໃຫ້ກັບປະເທດ ຊຶ່ງໃນ ນັ້ນກໍອາດມີ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຮວມຢູ່ນຳດ້ວຍ ກໍເປັນໄດ້. ແລະການທີ່ມີ ສູນຮອງຮັບພວກ ດັ່ງກ່າວຫລາຍຂຶ້ນ ຊຶ່ງແຕ່ກ່ອນກໍມີ ແຕ່ສູນພັກ ຊົ່ວຄາວ ຂອງກະຊວງ ແຮງງານລາວ ເທົ່ານັ້ນ ກໍບໍ່ໄດ້ໝາຍ ວ່າບັນຫາການ ຄ້າມະນຸດ ໃນລາວ ມີສະພາບທີ່ ໜັກໜ່ວງຂຶ້ນ ແຕ່ຢ່າງໃດ. Dr. ຊູກຽດ ປັນຍານຸວົງ ຊີ້ແຈງວ່າ:
"ດຽວນີ້ກໍມີ ສູນອະຟິຊິດ ພາຍໄຕ້ການຊີ້ນໍາ… ຢູ່ແຂວງ ກໍາແພງນະຄອນ ກັບຢູ່ ສວັນນະເຂດ ລະກະມີສູນ ຂອງໂຄງການບ້ານ ເກັບສຸກ ຢູ່ຈໍາປາສັກ ລະກະມີສູນ ຂອງສະຫະພັນ ແມ່ຍິງ ຊຶ່ງມາຮັບໄຊ້ ທັງຜູ້ຍິງແລະ ເດັກນ້ອຍ ນີ້ບ່ອນຮອງຮັບ ກໍຖືວ່າຫລາຍ ກວ່າແຕ່ກີ້ ສູນຕ້ອນຮັບຊົ່ວຄາວ ເພິ່ນຮັບໄດ້ ແຕ່7ມື້ ດຽວນີ້ຄັນເຮົາມີ ສູນຂຶ້ນມາຫລາຍ ເຮົາກໍຮັບໄດ້ ຫລາຍກວ່າ 7ມື້ ບາງເທື່ອກໍອາດຊິ 3ເດືອນ 6ເດືອນ ແບບຊິນະ ຊຶ່ງວ່າ ສູນຕ້ອນຮັບ ຊົ່ວຄາວກະຊວງ ແຮງງານ ຂະເຈົ້າບໍ່ທັນໄດ້ ພ້ອມຊິກັບບ້ານ ເຮົາກະເອົາເຂົ້າສູນ ຂອງສະຫະພັນ ແມ່ຍີງບໍ່ ເຂົ້າສູນຂອງ ອາຟິຊີດບໍ່ ກໍບໍ່ໄດ້ໝາຍ ຄວາມວ່າ ຊິເພິ່ມຂຶ້ນ."
ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ UNIAP ແຂວງຕ່າງໆ ຂອງລາວ ປະເຊີນກັບ ອັນທີ່ເອີ້ນວ່າ ການເຂື່ອນຍ້າຍ ແຮງງານ labor migration ເພື່ອຊອກຫາ ວຽກເຮັດ ງານທໍາ ຫລາຍກວ່າທີ່ຈະ ເວົ້າວ່າປະເຊີນ ກັບບັນຫາ ການຄ້າມະນຸດ ເພາະບໍ່ແມ່ນ ໝົດທຸກຄົນ ທີ່ໄປຊອກ ວຽກເຮັດນັ້ນ ຈະເປັນຜູ້ ເຄາະຮ້າຍຈາກການ ຄ້າມະນຸດ ໄປໝົດ ຫາກອາດຈະມີ ຈໍານວນຫນ້ອຍນຶ່ງ ເທົ່ານັ້ນ ແຕ່ຫາກຍັງ ບໍ່ມີຂໍ້ມູນ ກ່ຽວກັບການເຂື່ອນ ຍ້າຍຂອງຜູ້ຄົນ ເຫລົ່ານັນ ຈົນມາຮອດ ເວລານີ້.
ແຕ່ຖ້າຈະວ່າ ສະພາບການຄ້າ ມະນຸດໃນລາວ ໜັກໜ່ວງຂຶ້ນ ຫລືວ່າຫລຸດຜ່ອນ ລົງນັ້ນກໍວ່າ ຂ້ອນຂ້າງເວົ້າໄດ້ຍາກ ເພາະບໍ່ທັນໄດ້ ມີການສໍາຣວດ ເທື່ອ:
"ຄັນຊິວ່າເບົາ ກໍບໍ່ເບົາ ໜັກກໍບໍ່ໜັກ ເພາະເຮົາບໍ່ທັນ ໄດ້ສໍາຣວດເທື່ອ ກໍາລັງເຮັດ ຜົນສໍາຣວດ UNIAP ຮ່ວມກັບພາກຣັດ ແຕ່ສົ່ງກັບມາ ແບບບໍ່ເປັນ ທາງການ ລະພວກຜັກດັນ ຈາກໄທກໍຖື ວ່າຫລາຍ."
ເຖິງແນວໃດກໍດີ ປັດຈຸບັນນີ້ ທາງການກ່ຽວຂ້ອງ ຂອງລາວໄດ້ຈັດ 3ແຂວງທາງພາກໄຕ້ ຄື ແຂວງສວັນນະເຂດ ສາຣະວັນແລະ ຈໍາປາສັກ ເປັນພື້ນທີ່ເປົ້າ ໝາຍ ຫລັກໃນການ ປະຕິບັດງານ ປ້ອງກັນ ແລະປາບປາມ ການຄ້າມະນຸດ ຊຶ່ງມີການ ໂຄສນາ ເປັນການໃຫຍ່ ເພື່ອໃຫ້ຂໍ້ມູນ ຄວາມຮູ້ກ່ຽວກັບ ຜົນຮ້າຍ ທີ່ເກີດຈາກການ ຕົກເປັນເຍື່ອຂອງ ພວກຄ້າມະນຸດ ໃຫ້ປະຊາຊົນ ໃນພື້ນທີ່ນັ້ນ ໄດ້ຮູ້ເພື່ອຈະມີ ສະຕິຣະວັງຕົວ ຫລາຍຂຶ້ນ. ແລະເມື່ອໄວໆ ມານີ້ກໍປາກົດ ວ່າເຈົ້າໜ້າທີ່ ຫ້ອງການຕໍ່ ຕ້ານ ການຄ້າມະນຸດ ກະຊວງຮັກສາ ຄວາມສະງົບພາຍ ໃນກໍໄດ້ລົງ ໄປໃຫ້ການ ຝຶກອົບຮົມ ແກ່ເຈົ້າໜ້າທີ່ ທ້ອງຖີ່ນເພື່ອໃຫ້ ມີຄວາມຮູ້ ຄວາມສາມາດ ເລື່ອງການ ສືບສວນສອບສວນ ຮູ້ທັນເລ້ຫລ່ຽມ ຂອງພວກ ຄ້າມະນຸດ ເພິ່ມຕຶ່ມ ພ້ອມດຽວກັນ ກໍທໍາການ ສືບສວນສອບສວນ ເພື່ອພະຍາຍາມ ດໍາເນີນຄະດີ ພວກຄ້າມະນຸດ ທີ່ແຝງຕົວຢູ່ ໃນພື້ນທີ່ນັ້ນ ທັ້ງນີ້ກໍເພື່ອ ຫວັງຈະຊ່ວຍ ຫລຸດຜ່ອນ ການຄ້າມະນຸດ ຢູ່ລາວໃຫ້ ເບົາບາງລົງ. ເຈົ້າໜ້າທີ່ ອົງການຕໍ່ຕ້ານ ການຄ້າມະນຸດ ແຫ່ງຊາດ ຂອງລາວ ກ່າວກ່ຽວກັບລື້ອງ ນີ້ໂດຍມີໃຈ ຄວາມສໍາຄັນ ຕອນນຶ່ງວ່າ:
"ກໍຍັງຈະເປັນ ທາງພາກໄຕ້ ຫັ້ນລະຈະມີ ຜູ້ຖືກເຄາະຮ້າຍ ຈາກການ ຄ້າມະນຸດ 3ແຂວງເປົ້າໝາຍ ພາກໄຕ້ຫັ້ນລະ ຫລາຍກວ່າໝູ່ ຈໍາປາສັກ ສາລະວັນ ແລະ ສວັນນະເຂດ."
ແລະຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ເມື່ອປີກາຍ ແຂວງທີ່ມີຄົນ ໄວຫນຸ່ມສາວລາວ ໂດຍສ່ວນໃຫຍ່ ອາຍຸຈະຢູ່ ໃນລະຫວ່າງ 12ປີ ຫາ 18ປີ ລັກລອບ ໄປເຮັດວຽກ ແບບຜິດກົດໝາຍ ຢູ່ໄທຫລາຍ ອັນດັບນຶ່ງ ກໍຄືແຂວງ ສວັນນະເຂດ ຈໍາປາສັກ ສາຣະວັນ ເຂດນະຄອນຫລວງ ວຽງຈັນ ແລະຄໍາມ່ວນ ຕາມ ລໍາດັບ ຊຶ່ງສ່ວນນຶ່ງ ກໍຍ້ອນເປັນແຂວງ ທີ່ຢູ່ຕິດກັບ ຊາຍແດນໄທ ແລະການ ຂ້າມໄປຂ້າມມາ ກໍສດວກສບາຍ.
ແລະຕາມການ ສລຸບຂອງ ຍານາງ ດາຣາຣາຍ ຣັກສາສິຣິພົງ ເຈົ້າໜ້າທີ່ ໂຄງການຊ່ວຍເຫລືອ ແມ່ຍິງແລະເດັກນ້ອຍ ຕ່າງດ້າວໃນໄທ ກ່າວຕໍ່ກອງ ປະຊຸມສັມມະນາ ກ່ຽວກັບ ເລື້ອງທີ່ວ່າ “ໃຜຈະຊ່ອຍ ແຮງງານແມ່ຍິງ ແລະເດັກນ້ອຍ ເຮັດວຽກບ້ານ” ເມື່ອໄວໆມານີ້ ແລ້ວເຫັນວ່າ ແມ່ຍິງແລະເດັກນ້ອຍ ທີ່ຕົກເປັນເຫຍື່ອ ຂອງກຸ່ມ ແຮງງານ ທີ່ເຮັດວຽກຮັບ ໄຊ້ຕາມບ້ານເຮືອນ ນັ້ນສ່ວນໃຫຍ່ແມ່ນ ມາຈາກແຂວງ ພາກໄຕ້ຂອງລາວ ເປັນຕົ້ນແຂວງ ສວັນນະເຂດ ສາຣະວັນ ແລະ ຈໍາປາສັກ ຊຶ່ງ ພວກເຂົາຕ້ອງໄດ້ ຈ່າຍໃຫ້ນາຍໜ້າ 2000ບາດ ຫາ 5000ບາດ ຕໍ່ຄົນເພື່ອທີ່ ຈະໄດ້ໄປ ເຮັດວຽກຢູ່ໄທ.
ແລະໃນຈໍານວນ ກໍຣະນີ ຫລືເຫດການ ທີ່ເຈົ້າໜ້າທີ່ ຕໍາຣວດໄທໄດ້ ຊ່ວຍແມ່ຍິງ ເດັກນ້ອຍລາວ ໃຫ້ລຸດພົ້ນຈາກ ການຖືກກົດຂີ່ ແຮງງານເຖິງຂັ້ນ ເປັນໄພຂົ່ມຂູ່ ຕໍ່ສຸຂພາບໂດຍ ບໍ່ໄດ້ຮັບຄ່າ ແຮງງານ ເມື່ອໄວໆມານີ້ ກໍວ່າເປັນ ເດັກນ້ອຍ ແມ່ຍິງລາວ ຈາກເຂດແຂວງ ສວັນນະເຂດ ອາຍຸຣະຫວ່າງ 12ຫາ17ປີ ຈໍານວນ19ຄົນ ຮວມຢູ່ດ້ວຍ. ທັງ19ຄົນ ດັ່ງກ່າວຖືກ ຫລອກລວງ ໃຫ້ມາເຮັດວຽກ ຢູ່ທີ່ ປະເທດໄທ ແບບຜິດກົດໝາຍ ໂດຍໄດ້ເຮັດວຽກ ຮ້ອຍພວງມະໄລ ທັງເວນທັງຄືນ ໂດຍ ຈໍານວນນຶ່ງ ມືເນົ່າເປື່ອຍ ຍ້ອນຖືກນໍ້າກົດ ແລະກ່ວາຈະໄດ້ ມາເຮັດວຽກຢູ່ ເມືອງໄທ ພວກນາງຕ້ອງໄດ້ ເສັຽຄ່ານາຍໜ້າ ຄົນລະ 4500ບາດ. ມາຮອດເວລານີ້ ພວກນາງປາກົດ ວ່າຍັງຢູ່ ຣະຫວ່າງການ ຟື້ນຟູທັງທາງ ຮ່າງກາຍແລະຈິດໃຈ ຢູ່ທີ່ ສູນຊ່ວຍເຫລືອ ແມ່ຍີງ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໃນໄທ ກ່ອນໜ້າຈະຖືກ ສົ່ງກັບ ປະເທດລາວ. ນັ້ນກໍເປັນ ຕົວຢ່າງພຽງ ກໍຣະນີດຽວ ໃນຈໍານວນອີກ ຫລາຍກໍຣະນີ ທີ່ແມ່ຍິງ ເດັກນ້ອຍລາວ ໄດ້ຕົກເປັນເຫຍື່ອ ການຄ້າມະນຸດ.