ເຖີງແມ່ນທາງກາຣ ສປປລາວ ໃຫ້ຄວາມສົນໃຈ ໃນກາຣແກ້ໄຂ ບັນຫາແຮງງານ ເດັກແລະແຮງງານ ທີ່ຖືກຫລອກລວງ ໄປເຮັດວຽກ ຢູ່ຕ່າງປະເທສ ໃນຣະຍະຜ່ານ ມານັ້ນກໍຕາມ ແຕ່ກໍຍັງມີ ບັນຫາ ທີ່ບໍ່ສາມາດ ແກ້ໄຂ ໃຫ້ໄດ້ໝົດ ຍ້ອນມີ ງົບປະມານ ທີ່ຈຳກັດແລະ ໃນຂັ້ນຕໍ່ໄປ ນີ້ກໍວ່າຈະມີ ກາຣຝຶກອົບຮົມ ແລະສ້າງປື້ມ ຂໍ້ມູລພື້ນ ຖານກ່ຽວກັບກາຣ ຄ້າມະນຸສ ດັ່ງກ່າວ ໃຫ້ກັບ ປະຊາຊົນ ພ້ອມກັບກາຣ ວາງແຜນປາບປາມ ຄົນລາວ ທີ່ວ່າເປັນພວກ ນາຍໜ້ານັ້ນ.
ດັ່ງເຈົ້າໜ້າທີ່ ຫ້ອງການສູນກາງ ຊາວໜຸ່ມລາວ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ກຳລັງເຮັດ ປາບປາມ ຜູ້ທີ່ຄົນລາວ ນີ້ແຫລະທີ່ສົ່ງ ໄປໃຫ້ໄທຽ ໄທຽກໍສົ່ງໄປ ຕ່າງປະເທສ ຫລືວ່າໄປ ໂຮງງານ ໃດກໍບໍ່ຮູ້ ແຕ່ວ່າຄົນລາວ ທີ່ມາເຮັດ ເປັນນາຍໜ້າ ນີ້ນ໋ະ ກໍມີກາຣ ວາງແຜນ ເຮົາກໍຍັງຈັບ ຕົວຈີງ ເຂົາບໍ່ໄດ້ເທື່ອ ເຮົາບໍ່ທັນໄດ້ ມີງົບປະມານ ຈະລົງໄປຫາ ຂະເຈົ້າ”
ສຳຫລັບກາຣ ແກ້ໄຂທີ່ທາງ ກາຣຣັຖບາລລາວ ກຳລັງ ພະຍາຍາມ ປະຕິບັຕໃນ ປັຈຈຸບັນນີ້ນັ້ນ ຍານາງກໍວ່າ ມີກາຣດຳເນີນ ວຽກງານ ຕາມແຜນຕ້ານກາຣ ຄ້າມະນຸສ ແຜນງານຕ້ານກາຣ ລະເມີດແລະຂູດຮີດ ທາງເພສ ໂດຽມີກາຣ ຮ່ວມມື ປະສານງານກັບ ປະເທສເພື່ອນບ້ານ ດຳເນີນຕາມ ມາຕກາຣທາງ ດ້ານກົດໝາຍ ຕລອດ ຮອດໃຫ້ມີກາຣ ໂຄສະນາໃຫ້ ຄວາມຮູ້ແລະ ປູກຈີຕສຳນືກ ແກ່ປະຊາຊົນ ທີ່ຖືກຫລອກລວງ ໄປເປັນເຫຍື່ອຂອງ ຂະບວນກາຣ ໃຊ້ແຮງງານເດັກ ຮວມໄປເຖີງກາຣ ສ້າງໜ່ວຍງານ ຕໍ່ຕ້ານກາຣ ຄ້າມະນຸສ ໃນຣະດັບແຂວງ ແລະດຳເນີນກາຣ ສືບສວນສອບສວນ ເອົາຜູ້ກະທໍາ ຜິດໄປລົງໂທສ ຕາມກົດໝາຍ.
ນັບແຕ່ປີ 2001 ເປັນຕົ້ນມາ ມີເດັກນ້ອຍແລະ ສຕຣີລາວ ຜູ້ເຄາະຮ້າຍ ທີ່ໄດ້ໄປຮັບກາຣ ຊ່ວຍເຫລືອຢູ່ ບ້ານເກຣຕຕະກາຣ ແລະຖືກສົ່ງກັບ ຄືນປະເທສລາວ ຮວມ ເປັນທັງໝົດບໍ່ ຕໍ່າກວ່າ 1,000ຄົນ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ໄດ້ກ່າວວ່າ:
“ມີ (ແມ່) ຍີງຫລາຍທີ່ສຸດ ໂດຽສະເພາະຍີງ ທີ່ອາຍຸຕໍ່າກວ່າ 18ປີ ເປັນເດັກນີ້ຫລາຍ ແລະໃນຈຳນວນ ນັ້ນກໍຍັງມີ ເດັກຊົນເຜົ່ານຳ ເດັກຊົນເຜົ່າ ສະເພາະແມ່ນ ມາຈາກ ແຂວງສາຣະວັນ ພວກຕະໂອຽ ພວກອື່ນໆຕ່າງໆ ພາຄເໜືອກໍເປັນ ພວກຂະມຸກໍມີ ຄືກັນ”
ທ່ານໄດ້ກ່າວ ເນັ້ນວ່າ ສາເຫຕສຳຄັນ ນັ້ນກໍຍ້ອນວ່າ ພວກແຮງງານລາວ ຕ້ອງກາຣທີ່ຈະ ໄປຊອກວຽກເຮັດ ງານທຳຢູ່ ໃນປະເທສໄທຽ ແລະອີກບັນຫາ ໜື່ງກໍຄືກາຣ ຂາດຂໍ້ມູລຂ່າວ ສາຣໃຫ້ ແກ່ປະຊາຊົນ ໄດ້ຮູ້ຈັກເຖີງ ພັຍອັນຕຣາຍ ທີ່ເຮັດພວກເດັກ ແລະແມ່ຍີງລາວ ຖືກຫລອກລວງໄປ ຍັງປະເທສໄທຽ ຈຳນວນຫລວງຫລາຍ ໃນແຕ່ ລະປີ.