ບໍ່ຮູ້ຈຳນວນ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ
2009.06.12
ປັດຈຸບັນນີ້ ສປປລາວ ຍັງບໍ່ສາມາດ ຮວບຮວມ ຈຳນວນໂຕເລກ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ທົ່ວທຸກແຂວງໃນ ສປປລາວ ໄດ້ຍ້ອນວ່າຕ້ອງ ໄດ້ອາສັຍການ ຮ່ວມມືຈາກ ເຈົ້າໜ້າທີ່ກ່ຽວຂ້ອງ ຫລາຍພາກສ່ວນ.
ດັ່ງເຈົ້າໜ້າທີ່ ຂັ້ນສູງ ຈາກຫ້ອງການ ແຮງງານ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ນະຄອນຫລວງ ວຽງຈັນ ໄດ້ເປີດເຜີຍວ່າ:
"ກະຊິເປັນ ໄປບໍ່ໄດ້ ບໍ່ມີດອກ ປັດຈຸບັນເພິ່ນກໍ ພະຍາຍາມຢູ່ ແຕ່ວ່າມັນກໍ ຍັງບໍ່ເກີດເທື່ອ ມັນອາດຈະແມ່ນ ຄວາມພ້ອມ ມັນເປັນໄປ ບໍ່ໄດ້ ທີ່ຈະໄປຊອກ ເກັບວ່າມີຜູ້ ຖືກຄ້າມະນຸດ ເທົ່ານີ້ ກໍຊິເປັນ ໄປບໍ່ໄດ້."
ເຈົ້າໜ້າທີ່ຍັງ ເວົ້າອີກວ່າ ນອກຈາກຕ້ອງ ອາສັຍການຮ່ວມມື ຈາກຫລາຍໜ່ວຍ ງານແລ້ວຍັງຕ້ອງ ໄດ້ໃຊ້ ງົປມານອີກ ຫລາຍພໍສົມຄວນ ເພື່ອການລົງພື້ນ ທີ່ກວດ ສອບເກັບກຳ ຂໍ້ມູນຕ່າງໆໃນການ ເຮັດສະຖິຕິ ກ່ຽວກັບ ແຮງງານເດັກ ແລະ ແຮງງານແມ່ຍິງ ທີ່ຖືກຫລອກລວງ ເພື່ອການ ຄ້າມະນຸດ. ເນື່ອງຈາກວ່າ ສປປລາວ ບໍ່ ສາມາດຮວບຮວມ ຈຳນວນໂຕເລກ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ໄດ້ນີ້ ລາວຈຶ່ງບໍ່ຮູ້ວ່າ ຜູ້ເຄາະຮ້າຍ ໃນແຕ່ລະປີ ຈາກການ ຄ້າມະນຸດ ມີຈຳນວນ ເພີ້ມຂື້ນຫລື ຫລຸດລົງ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ປັດຈຸບັນນີ້ ກໍຍາກ ທີ່ຈະຕອບຢູ່ ເພາະວ່າຫລາຍໆ ອົງການ ທີ່ເຮັດວຽກຢູ່ ລາວ ຊ່ວງ 4-5ປີມານີ້ ຂະເຈົ້າກໍບໍ່ ເຮັດສຳຣວດ ກໍເລີຍບໍ່ຮູ້ ຊິເວົ້າແນວໃດ໋."
ເຈົ້າໜ້າທີ່ໄດ້ ເວົ້າສະຫລຸບວ່າ ສຳລັບ ນະໂຍບາຍ ແຜນການໃນການ ເກັບກຳຂໍ້ມູນ ຈຳນວນໂຕເລກ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດນັ້ນ ມີມາ ແຕ່ດົນແລ້ວ ແຕ່ບໍ່ ມີການປັບປຸງ ແກ້ໄຂແລະ ດຳເນີນການ ເພາະແຕ່ລະແຂວງ ຍັງໃຊ້ຣະບົບ ແບບເກົ່າ ຊຶ່ງຍາກໃນການ ຕິດຕໍ່ຄົ້ນຫາ ແລະຈັດເກັບໃຫ້ ເປັນຮູບ ເປັນຮ່າງໄດ້.