ເຣື້ອງທີ່ເກັບບັນທຶກໄວ້
2024-04-09
ຄຸນນະພາບສາຍນໍ້າຄານ ແລະ ນໍ້າຂອງ 5 ວັນທີ່ຜ່ານມາ ຍັງປົກກະຕິ ພາຍຫຼັງທີ່ລົດຂົນສົ່ງສານເຄມີ ປະເພດຊັລຟີວຣິກ (Sulfuric Acid ຫຼື H2SO4) ທີ່ໃຊ້ໃນອຸສາຫະກຳເຄມີເຊິ່ງເປັນອັນຕະລາຍ ສາມາດເຮັດໃຫ້ຜິວໜັງໄໝ້, ຕາມົວ, ແສບຕາ ຫຼື ປອດ ອາດເຮັດໃຫ້ລະບົບຫາຍໃຈ ຕິດຂັດ ເປັນຕົ້ນ.
2024-04-08
ເພີ່ມທະວີປ້ອງກັນ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພ.ສ.2567 ຢູ່ນະຄອນຫຼວງວຽງຈັນ ໂດຍແນໃສ່ປ້ອງກັນ ບັນຫາການຈູດໝາກກະໂພກ, ສຽງດັງເນືອງນັນ, ການຂ້າມຊາຍແດນ ແລະ ການລະເມີດກົດໝາຍຈະລາຈອນ.
2024-04-08
ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຮຽກຮ້ອງໃຫ້ລັດຖະບານລາວ ມີການປະຕິຮູບສື່ມວນຊົນ ໂດຍໃຫ້ສື່ມວນຊົນປະເພດຕ່າງໆ ມີສິດເສລີພາບໃນການຜະລິດຂ່າວສານ ແລະ ນໍາສະເໜີເນື້ອໃນໃໝ່ໆ ທີ່ມີຄວາມຫຼາກຫຼາຍດຶງດູດ ໃຫ້ຄົນມາຕິດຕາມ.
2024-04-08
ປະເທດລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ຈຳນວນ 97 ແຫ່ງ, ກຳລັງຕິດຕັ້ງທັງໝົດ 4,499,46 ເມກາວັດ ແລະກວມເອົາປະມານ 95% ຂອງແຫຼ່ງຜະລິດພະລັງງານ ໄຟຟ້າທັງໝົດ ຂະນະທີ່ ແຫຼ່ງຜະລິດພະລັງງານໄຟຟ້າ ປະເພດຖ່ານຫິນ, ແສງຕາເວັນ ແລະ ພະລັງງານຊີວະມວນ ລວມກັນ ຍັງມີພຽງ 5%.
2024-04-08
ທາງການລາວຢັ້ງຢືນວ່າ ການນໍາໃຊ້ພາສາລາວ ໃນປັັັດຈຸບັນ ຍັງພົບວ່າໃນການເວົ້າ-ການຂຽນ ຍັງບໍ່ເອກະພາບກັນ, ມີພາສາຕ່າງປະເທດ ປະປົນເຖິງວ່າຈະມີຫຼັກການ ໄວຍາກອນອ້າງອີງ, ຕໍ່ບັນຫານີ້ ພາສາລາວຍັງຕ້ອງສືບຕໍ່ຄົ້ນຄ້ວາ ເພື່ອໃຫ້ສອດຄ່ອງກັບ ປັດຈຸບັນ.
2024-04-08
ຕໍາຫຼວດປາບປາມ ການຄ້າມະນຸດຂອງໄທ ຈັບເຈົ້າຂອງຮ້ານຄາຣາໂອະເກະ ສັນຊາດຄົນໄທພ້ອມດ້ວຍເມຍ ສັນຊາດລາວ ແລະແມ່ຍິງລາວອີກ 7 ຄົນ, ອາຍຸລະຫວ່າງ 21-36 ປີ ຍ້ອນຢູ່ຮ້ານຄາຣາໂອະເກະແຫ່ງນີ້ ລັກລອບເປີດເປັນສະຖານບັນເທີງ ແລະຊັກຊວນໃຫ້ແມ່ຍິງລາວ ຂາຍບໍລິການທາງເພດ.
2024-04-07
ຊາວມຽນມ້າ ຈໍານວນຫຼາຍ ພາກັນຫຼັ່ງໄຫຼລົງທະບຽນສະໝັກໄປເຮັດວຽກ ຕາມລະດູການຢູ່ປະເທດເກົາຫຼີໃຕ້.
2024-04-07
ການນໍາໃຊ້ພາສາລາວໃໝ່ ແມ່ນປະກົດຂື້ນແຕ່ປີ 1975 ເປັນຕົ້ນມາ ໂດຍໄປຕາມການເມືອງການປົກຄອງ.
2024-04-06
ໃນລາຍການ ເມືອງລາວ ປະຈໍາສັບປະດາPodcast EP-40 ພາກທີ 1 ໄດ້ສຳພາດ ທ່ານນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos ເວົ້າວ່າ ມີປະຊາຊົນ ປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກສານພິດ ຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້ ຂອງປະເທດລາວ.
2024-04-05
ແມ່ນໍ້າຂອງ ກຳລັງປະເຊີນກັບໄພຄຸກຄາມຫຼາຍດ້ານ, ເຮັດໃຫ້ມີຜົນກະທົບ ຕໍ່ຄວາມຍືນຍົງ ຂອງແມ່ນໍ້າຂອງ ຊຶ່ງຫຼາຍພາກສ່ວນ ໃນສັງຄົມ ຢາກໃຫ້ມີມາດຕະການແກ້ໄຂຮ່ວມກັນ ຢ່າງເປັນຮູບປະທໍາ.
2024-04-05
ນະຄອນຫຼວງວຽງຈັນກະກຽມການສະຫຼອງບຸນປີໃໝ່ລາວ ໂດຍອອກຄຳສັ່ງ ວ່າດ້ວຍການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພ.ສ. 2567 ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະໄດ້ອອກຂໍ້ປະຕິບັດ 6 ຂໍ້ ເພື່ອໃຫ້ຈົບງາມ.
2024-04-05
ພະແນກສຶກສາທິການ ແລະກິລາ ແຂວງສາລະວັນ ຈັດພິທີສອບເສັງຄັດເລືອກ ບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ການສອບເສັງຄັດເລືອກໃນຄັ້ງນີ້ ມີຄູອາສາ ຈາກ 8 ເມືອງ ເຂົ້າຮ່ວມສອບເສັງທັງໝົດ 114 ຄົນ ຂະນະທີ່ການສອບເສັງຄັດເລືອກ ເອົາຄູຈຳນວນໜ້ອຍ ເຮັດໃຫ້ຫຼາຍຄົນ ບໍ່ຖືກບັນຈຸ.
2024-04-05
ສ່ວນຜູ້ປະກອບການ ບໍ່ມີກຳລັງປັບຂຶ້ນຄ່າຈ້າງ ຈຶ່ງໄດ້ປະຄອງກິດຈະການໄວ້ ຂະນະທີ່ ຄ່າຈ້າງແຮງງານ ພາຍໃນປະເທດ ຫຼຸດຕໍ່າລົງເລື້ອຍໆ ເຮັດໃຫ້ແຮງງານລາວຈຳນວນຫຼາຍ ບໍ່ສົນໃຈເຮັດວຽກພາຍໃນປະເທດ ສົ່ງຜົນໃຫ້ປະສົບກັບບັນຫາ ຂາດແຂງແຮງງານ.
2024-04-05
ໃນປະເທດລາວ ມີໂຄງການຂຸດຄົ້ນບໍ່ແຮ່ ຫຼາຍແຫ່ງ ທີ່ຂຸດຄົ້ນບໍ່ໄດ້ມາດຕະຖານ ຍ້ອນຂາດເຂີນຜູ້ຊ່ຽວຊານດ້ານເຕັກນິກ, ອຸປະກອນ ແລະທຶນໃນການຂຸດຄົ້ນ ບາງກໍລະນີ ບໍລິສັດໜຶ່ງ ໄດ້ສໍາປະທານ ເຮັດໂຄງການຂຸດຄົ້ນ ຫຼາຍກວ່າ 1 ໂຄງການ.
2024-04-04
ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຕ້ອງໄດ້ພາກັນສົ່ງເງິນໃຫ້ລູກ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາໃຊ້ຈ່າຍ ຊື້ຢູ່ຊື້ກິນ.