ແຮງງານລາວ ບໍ່ສົນໃຈເຮັດວຽກພາຍໃນເທດ ຍ້ອນຄ່າແຮງງານຕໍ່າ

ໄຊຍາ
2024.04.05
ແຮງງານລາວ ບໍ່ສົນໃຈເຮັດວຽກພາຍໃນເທດ ຍ້ອນຄ່າແຮງງານຕໍ່າ ຄົນງານລາວ ກຳລັງເດີນທາງເຂົ້າໄປປະເທດໄທ (ເພື່ອຊອກວຽກເຮັດ) ທີ່ບໍລິເວນດ່ານວັງເຕົາ ເມືອງໂພນທາງອ ແຂວງຈຳປາສັກ. ເດືອນມີນາ ປີ 2023.
RFA

ໃນຮອບ 4 ປີ ຜ່ານມານີ້ຄ່າຈ້າງແຮງງານ ພາຍໃນປະເທດລາວຫຼຸດຕໍ່າລົງເລື້ອຍໆ ຍ້ອນເງິນກີບອ່ອນຄ່າເຮັດໃຫ້ແຮງງານລາວຈຳນວນຫຼາຍ ບໍ່ສົນໃຈເຮັດວຽກພາຍໃນປະເທດ ສົ່ງຜົນໃຫ້ພາກທຸລະກິດ ຫຼາຍຫົວໜ່ວຍ ປະສົບກັບບັນຫາຂາດແຂງແຮງງານ. ສ່ວນຜູ້ປະກອບການພາຍໃນ ຍັງບໍ່ມີກຳລັງປັບຂຶ້ນຄ່າຈ້າງເພື່ອດຶງດູດແຮງງານ ໃຫ້ເຂົ້າມາເຮັດຽກ ຍ້ອນຄວາມຈຳເປັນ ຈຶ່ງໄດ້ປະຄອງກິດຈະການໄວ້.

ດັ່ງພະນັກງານ ພັດທະນາຊັບພະຍາກອນມະນຸດ ຂອງບໍລິສັດຢູ່ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 05 ເມສາ 2024 ນີ້ວ່າ:

“ສ່ວນທີ່ວ່າຈະຊ່ອຍເຮັດໃຫ້ດຶງດູດແຮງງານ ໄດ້ກໍຄືຕ້ອງມີສະຫວັດດີການອື່ນໆ ມາຊ່ອຍອັດຕາກິນບໍ່ຫຼືວ່າອື່ນໆ ຫັ້ນນ່າແມ່ນໆ ມັນກໍມີຜົນສໍ່າໆ ກັນຜູ້ປະກອບການທີ່ຈະອັບເລື່ອງເງິນເດືອນ ແລ້ວກໍສະຫວັດດີການອີ່ຫຍັງຕ່າງໆ ມັນກໍມີຜົນກະທົບຕໍ່ລາຄາສິນຄ້າເພາະວ່າ ພາກທຸລະກິດຕ່າງໆ ຄ່າຄອງຊີບຫຼືວ່າຄ່າສິນຄ້າໃນຕະຫຼາດຫັ້ນນ່າມັນບໍ່ສາມາດ ທີ່ຈະເພີ່ມຂຶ້ນກ້າວກະໂດດໄປໃຫ້ມັນທັນກັບອັນນ່າເງິນເຟີ້ໄດ້.”

ສໍາລັບກຸ່ມແຮງງານ ທີ່ພາກສ່ວນທຸລະກິດຕ່າງໆ ຕ້ອງການເປັນຈໍານວນຫຼວງຫຼາຍ ໃນຂະນະນີ້ແມ່ນເປັນວຽກງານທີ່ຈຳເປັນຕ້ອງໃຊ້ແຮງງານ ບໍ່ແມ່ນວຽກງານທີ່ຕ້ອງໃຊ້ຄວາມຮູ້ວິຊາສະເພາະ ເປັນຕົ້ນກໍາມະກອນກໍ່ສ້າງ, ພະນັກງານຮ້ານຂາຍເຄື່ອງຍົກ-ເຄື່ອງຫຍ່ອຍ, ພະນັກງານຮັກສາຄວາມປອດໄພ ແລະພະນັກງານອານາໄມ.

ດັ່ງພະນັກງານ ພັດທະນາຊັບພະຍາກອນມະນຸດ ບໍລິສັດຢູ່ແຂວງຈຳປາສັກທ່ານໄດ້ກ່າວຕື່ມວ່າ:

“ອີກໍແມ່ນກໍມີສ່ວນຄ່າແຮງງານຕໍ່າ ເງິນເຟີ້ແລ້ວກໍຄ່າແຮງງານຕໍ່າ ແລ້ວກໍເຮັດໃຫ້ແຮງງານທີ່ເປັນປະເພດກຳມະກອນນີ້ແຫຼະ ສ່ວນຫຼາຍອອກໄປເຮັດວຽກຢູ່ຕ່າງປະເທດ ບໍ່ເປັນວີຊາຊີບວ່າຊັ້ນສະອ່າມີຄ່າ ຈ້າງທີ່ວ່າຍັງເປັນເລດຕໍ່າໆ ຢູ່ກໍຊິມີປະມານ 2 ລ້ານກີບກໍຍັງບໍ່ເຖິງຂະໜາດປິດກິດຈະການແຕ່ກໍມີໆ ການຂາດແຄນແຮງງານຫຼາຍໆ ກິດຈະການຕ້ອງການແຮງງານຫັ້ນແຫຼະ ເປັນຕົ້ນອະນາໄມ, ເສີບ ແລ້ວກໍພວກຮັກສາຄວາມປອດໄພ ອິຫຍັງເປັນພະນັກງານ ຜູ້ໃຊ້ແຮງງານວ່າຊັ້ນສະ.”

ສາເຫດອັນສໍາຄັນ ທີ່ເຮັດໃຫ້ແຮງງານລາວບໍ່ສົນໃຈ ເຮັດວຽກນໍາຫົວໜ່ວຍທຸລະກິດ ພາຍໃນປະເທດເປັນຍ້ອນຄ່າຈ້າງແຮງງານຕໍ່າ ແລະປະເທດລາວຍັງບໍ່ທັນສາມາດຜະລິດສິນຄ້າ ພາຍໃນປະເທດໄດ້ຈຶ່ງຈຳເປັນຕ້ອງໄດ້ນໍາເຂົ້າ ຈາກຕ່າງປະເທດໂດຍສະເພາະ ຈາກປະເທດໄທ, ຈີນ ແລະ ຫວຽດນາມ ທ່າມກາງສະພາບເງິນກີບອ່ອນຄ່າ ລົງຢ່າງຕໍ່ເນື່ອງໃນຮອບ 3-4 ປີຜ່ານມານີ້.

ດັ່ງນັກວິຊາການ ດ້ານເສດຖະສາດ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ສ່ວນໃຫຍ່ກໍເປັນເຂົາວ່າຢູ່ແຕ່ວ່າ ຜູ້ທີ່ໄປຕື່ມເຂົາຢາກສ້າງເສດຖະກິດ ຄອບຄົວຂອງເຂົາໃຫ້ຫຼຍຂຶ້ນຫັ້ນນ່າ. ເຂົາກໍເລີຍໄປຫັ້ນນ່າໄປເຮັດວຽກຢູ່ຕ່າງປະເທດ ແຕ່ປົກກະຕິກໍເຫັນຄອບຄົວຫຼາຍຄອບຄົວ ເຂົາກໍບໍ່ໄປຖ້າວ່າຄອບຄົວເຂົາມີເງື່ອນໄຂ ສາມາດມີທຸລະກິດສ່ວນໂຕໄດ້ ຫຼືວ່າສາມາດເຮັດວຽກໄດ້ເຂົາກໍບໍ່ໄປ.”

ເຖິງແມ່ນວ່າແຮງງານລາວຈໍານວນໜຶ່ງ ຈະໄດ້ຮັບຄ່າຈ້າງແຮງງານຂັ້ນຕໍ່າ ໃນແຕ່ລະເດືອນສູງກ່ວາອັດຕາທີ່ທາງການລາວ ກຳນົດແລ້ວແຕ່ຍັງເປັນຈໍານວນໜ້ອຍຫຼາຍ ຖ້າທຽບໃສ່ສະພາບເສດຖະກິດ ທີ່ເງິນກີບອ່ອນຄ່າ. ສະນັ້ນການເດີນທາງໄປເຮັດວຽກຢູ່ປະເທດໄທ ຈຶ່ງຍັງຄົງເປັນເປົ້າໝາຍປາຍທາງ ຂອງແຮງງານລາວໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດລາວ.

ດັ່ງຄົນງານລາວ ທີ່ຕ້ອງການເດີນທາງໄປເຮັດວຽກຢູ່ປະເທດໄທ ຍານາງກ່າວວ່າ:

“ເສດຖະກິດແບບວ່າ ຢູ່ລາວເງິນເຟີ້ແຮງເນາະແບບວ່າເສດຖະກິດ ບໍ່ດີປານໃດແລ້ວເຮັດພັດຢາກໄປຫັ້ນນ່າ ອັນເຮັດວຽກຢູ່ໄທຫັ້ນເຂົາແບບວ່າຄືວ່າ ຢູ່ລາວນີ້ເງິນເດືອນສໍ່ານັ້ນແຕ່ວ່າ ເຂົ້າແມ່ນຂອງເຮົາແຕ່ວ່າກໍຄືວ່າ 4-5 ລ້ານຢູ່ເນາະ ແຕ່ວ່າເຂົ້າຫັ້ນລ້ຽງເຮົາເອັງຫັ້ນນ່າ. ແຕ່ວ່າກິນເດືອນໜຶງຊິໝົດ 3-4 ລ້ານແລ້ວຄູ່ຜົວເມັຍຫັ້ນນ່າຄິດວ່າ ເຮັດໄປກໍໂອ້ບໍ່ໄດ້ສໍ່າໃດຫັ້ນນ່າກິນຊື້ອັນເທື່ອດຽວກິນເນາະ 50-60 ພັນ, ແລ້ວກໍບໍ່ອີ່ມຫັ້ນນ່າ ບໍ່ມີເງິນສົ່ງໃຫ້ລູກແດ່ຄ່າກິນຄ່ານໍ້າ, ຄ່າໄຟ ມັນກໍໝົດແລ້ວ.”

ເຖິງແມ່ນວ່າທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ເລື່ອງດັ່ງກ່າວ ແລະໄດ້ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າຈາກ 1.3 ລ້ານກີບ ມາເປັນ 1.6 ລ້ານກີບຕໍ່ເດືອນ ໃນໄລຍະທ້າຍປີ 2023 ທີ່ຜ່ານມາ. ສ່ວນນາຍຈ້າງແລະຜູ້ປະກອບການຈໍານວນຫຼາຍ ໄດ້ປັບຂຶ້ນຄ່າຈ້າງແຮງງານກາຍອັດຕາທີ່ ທາງການລາວກຳນົດ ແຕ່ກໍຍັງບໍ່ສາມາດດຶງດູດໃຫ້ແຮງງານລາວ ເຂົ້າມາເຮັດວຽກນໍາໄດ້.

ດັ່ງພະນັກງານບໍລິສັດຈັດຫາງານ ນາງກ່າວວ່າ:

“ໂຕນີ້ໜ້າຈະເປັນເລື່ອງຂອງຄ່າຈ້າງ ຂອງແຮງງານລາບໍ່ຂັ້ນຕໍ່າ ຂັ້ນຕໍ່າ 2 ລ້ານ ບໍ່ເທົ່າທີ່ເຫັນປະກາດກໍປະມານ 2 ລ້ານເປັນເສີບພາດທາມສ໌ ກໍປະມານ 1.5 ລ້ານ ສ່ວນຫຼາຍຈະເລີ່ມຕົ້ນຢູ່ທີ່ 2 ລ້ານອໍຖ້າທຽບກໍໜ້າຈະບໍ່ພຽງພໍ ຖ້າສົມມຸດວ່າເປັນຄົນຕ່າງແຂວງທີ່ລົງມາເຮັດວຽກ ຫາວຽກເຮັດໃນນະຄອນຫຼວງວຽງຈັນເພາະວ່າມັນຈະມີເລື່ອງຂອງຄ່າຫ້ອງ ກັບຄ່າຄອງຊີບຫັ້ນແຫຼະ ມັນຈະມີເລື່ອງຂອງຄ່າຄອງຊີບ.”

ຄ່າຈ້າງແຮງງານຂັ້ນຕໍ່າ ພາຍໃນປະເທດອາດຈະມີການປັບຂຶ້ນອີກຄັ້ງ ໃນໄລຍະບໍ່ດົນນີ້ເພື່ອໃຫ້ສອດຄ່ອງກັບອັດຕາເງິນເຟີ້ ແລະຫຼຸດຜ່ອນບັນຫາການຂາດແຄນແຮງງານ ພາຍໃນປະເທດຍ້ອນຄົນງານລາວຈຳນວນຫຼາຍ ຫຼັ່ງໄຫຼອອກໄປເຮັດວຽກຢູ່ປະເທດໄທ ທັງແບບຖືກກົດໝາຍ ແລະຜິດກົດໝາຍເປັນຈຳນວນຫຼາຍ ໃນແຕ່ລະປີ.

ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານກ່າວວ່າ:

ແມ່ນສາເຫດແມ່ນຄ່າແຮງງານ ໂຮງຈັກໂຮງງານຖືກຢູ່ປະມານຂັ້ນຕໍ່າມັນ 1.6 ລ້ານ ຖືກຢູ່ 2,000 ປາຍບາດໄທ, 3 ລ້ານ, 3 ລ້ານປາຍເຂົາເຮັດພວກຂາດແຄນ ແມ່ນໂຮງງານຕີ້ ແມ່ນສ່ວນຫຼາຍພວກໂຮງງານທີ່ວ່າ ມາຕັ້ງພວກຂະເຈົ້າກໍຍັງຂາດແຫຼະ ພະນັກງານກໍຢາກລາອອກໄປຊອກວຽກໃໝ່ ເພາະວ່າເງິນເດືອນມັນຖືກກໍປະມານນີ້ແຫຼະ ໂຕນີ້ຂ້ອຍຍັງຕອບບໍ່ໄດ້ເດີ້ຂະເຈົ້າກຳລັງປະຊຸມກັນຢູ່ ກຳລັງອົບຮົມກັນຢູ່ເນາະຫຼັງຈາກນີ້ຄືຊິມີການປັບຂຶ້ນຢູ່ ຂະເຈົ້າກຳລັງລົມກໍກຳລັງປຶກສາກັນຢູ່”

ກ່ຽວກັບເລື່ອງນີ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງຖ້າບໍ່ເລັ່ງແກ້ໄຂ ບັນຫາການຫວ່າງງານ ແລະການຂາດແຄນແຮງງານ ດັ່ງກ່າວນີ້ກໍອາດສົ່ງຜົນເສຍຕໍ່ລະບົບເສດຖະກິດ ຂອງປະເທດໃນຕໍ່ໜ້າ.

ດັ່ງທ່ານ ສົມສັກ ແສງສັກດາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 10 ກໍລະກົດ 2023 ຜ່ານມາວ່າ:

“ກໍຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນ ໃນສະພາບການປັດຈຸບັນແຮງງານ ແຮງງານຂອງ ສປປ ລາວເຮົາຫຼັ່ງໄຫຼອອກໄປອອກແຮງງານ ຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ ດ້ວຍເຫດຜົນທີ່ແຕກຕ່າງກັນ ບໍ່ວ່າຈະເປັນຄ່າຕອບແທນແຮງງານພາຍໃນ ທີ່ບໍ່ພຽງພໍຕໍ່ກັບຄ່າຄອງຊີບບໍ່ພຽງຕໍ່ກັບການລ້ຽງດູຄອບຄົວ ຫຼືວ່າເງິນກີບອ່ອນຄ່າ ລະດັບລາຄາສິນຄ້າເພີ່ມສູງຂຶ້ນ ບໍ່ວ່າຈະເປັນຄ່ານິຍົມຂອງແຮງງານ ລາວເອງ ຫຼືວ່າວຽກເຮັດງານທຳຂອງ ສປປ ລາວເຮົາມີໜ້ອຍ.

ກ່ອນໜ້ານີ້ໃນວັນທີ 28 ມີນາ ກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ອອກແຈ້ງການແນະນໍາໄປຍັງຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ແລະຈະເດີນທາງກັບປະເທດລາວ ໃນໄລຍະງານບຸນປີໃໝ່ລາວປະຈຳປີ 2024 ນີ້ໃຫ້ພວກຂະເຈົ້າພິຈາລະນາ ຊອກວຽກເຮັດງານທຳພາຍໃນປະເທດ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພາຍໃນ ທັງນີ້ຖ້າຫາກຕ້ອງການເດີນທາງ ກັບໄປເຮັດວຽກຢູ່ປະເທດໄທຄືເກົ່າ ກໍຈະຕ້ອງປະຕິບັດຕາມລະບຽບກົດໝາຍ ການເດີນທາງຂ້າມແດນແບບຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.