ຮຽກຮ້ອງ ປະຕິຮູບສື່ມວນຊົນລາວ

ໄຊຍາ
2024.04.08
ຮຽກຮ້ອງ ປະຕິຮູບສື່ມວນຊົນລາວ ງານວາງສະແດງຜົລງານ ແລະ ວຽກງານ ຂອງສະຖາບັນສື່ມວນຊົນຕ່າງໆໃນລາວ ເນື່ອງໃນວັນສື່ມວນຊົນລາວ ຄົບຮອບ 65 ປີ, ເດືອນສິງຫາ 2015.
RFA

ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຮຽກຮ້ອງໃຫ້ລັດຖະບານລາວ ມີການປະຕິຮູບສື່ມວນຊົນ ໂດຍໃຫ້ສື່ມວນຊົນປະເພດຕ່າງໆ ມີສິດເສລີພາບໃນການຜະລິດຂ່າວສານ ແລະ ນໍາສະເໜີເນື້ອໃນໃໝ່ໆ ທີ່ມີຄວາມຫຼາກຫຼາຍດຶງດູດ ໃຫ້ຄົນມາຕິດຕາມ ແລະ ສ້າງລາຍຮັບເພີ່ມຈາກໂຄສະນາເຊິ່ງຈະຊ່ວຍໃຫ້ອຸດສາຫະກຳສື່ ໃນລາວຂະຫຍາຍໂຕຂຶ້ນ.

ນັກຂ່າວທີ່ເຮັດວຽກຢູ່ໜັງສືພີມວຽງຈັນທາມສ໌ ກ່າວວ່າ ການນໍາສະເໜີຂໍ້ມູນ ແລະ ຂ່າວສານຜ່ານສື່ ຕ່າງໆ ໃນປະເທດລາວ ຍັງບໍ່ມີຄວາມໜ້າສົນໃຈ, ຂາດຄວາມຫຼາກຫຼາຍ, ຫຼ້າຫຼັງ ກ້າວບໍ່ທັນການປ່ຽນແປງ ຂອງສື່ຍຸກໃໝ່ເຮັດໃຫ້ສື່ປະເພດຕ່າງໆ ໂດຍສະເພາະວິທະຍຸ ແລະ ໂທລະພາບ ບໍ່ດຶງດູດໃຫ້ຄົນມາຕິດຕາມ ແລະສ້າງລາຍຮັບເພີ່ມຈາກໂຄສະນາ.

ດັ່ງນັກຂ່າວວຽງຈັນທາມສ໌ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ເມສາ ນີ້ວ່າ:

“ຄັນວ່າກາຢາກຍົກລະດັບ ເລື່ອງລະບຽບຫຼັກການດ້ານຂໍ້ມູນຂ່າວສານ ກົດເກນຕ່າງໆ ນີ້ມັນມີຂໍ້ຜູກມັດກົດໝາຍໄດ້ອະນຸຍາດ ບອກວ່າສື່ມວນຊົນ ນີ້ມີສິດໃນການນໍາສະເໜີຂ່າວ ຄວາມເປັນຈິງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໄດ້ ກາຢາກຍາກໜ້ອຍໜຶ່ງ ເຈົ້າໜ້າທີ່ລັດຖະບານນີ້ ກາຍາກ.”

ທ່ານກ່າວເພີ່ມວ່າ ການນໍາສະເໜີຂໍ້ມູນ ແລະຂ່າວສານຢ່າງເສລີ, ມີຄວາມຫຼາກຫຼາຍ ແລະກົງໄປກົງມາຍັງບໍ່ສາມາດປະຕິບັດໄດ້ ເຖິງແມ່ນວ່າກົດໝາຍສື່ມວນຊົນ ຈະໃຫ້ສິດ-ເສລີພາບ ກັບສື່ມວນຊົນແຕ່ລັດຖະບານລາວ ແລະ ອຳນາດການປົກຄອງ ໃນລະດັບຕ່າງໆ ກາຍັງເຂັ້ມງວດກັບທຸກຂັ້ນຕອນໃນການຜະລິດຂ່າວ ແລະ ເຜີຍແຜ່ຂ່າວນັ້ນອອກໄປແລ້ວ.

ນັກວິຊາການ ດ້ານສື່ມວນຊົນ ຈາກສະຖາບັນ ເຕັກໂນໂລຊີ ສຸດສະກະ ກ່າວວ່າ ເຫັນດີກັບການຮຽກຮ້ອງຂອງທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ເນື່ອງຈາກສື່ມວນຊົນໃນລາວ ເກືອບທັງໝົດໂດຍສະເພາະ ສື່ຫຼັກຂອງປະເທດ ມີແຕ່ນໍາສະເໜີຂໍ້ມູນ ແລະຂ່າວສານ ຂອງລັດຖະບານ ແລະຂໍ້ມູນທີ່ລັດຖະບານຕ້ອງການເຜີຍແຜ່ ໃຫ້ຄົນຮັບຮູ້ເທົ່ານັ້ນ.

ສື່ມວນຊົນ ຂອງພາກເອກະຊົນກາມີເນື້ອໃນຈໍາກັດ, ບໍ່ມີຄວາມຫຼາກຫຼາຍ, ລາຍລະອຽດ ໃນການນຳສະເໜີບໍ່ຄົບຖ້ວນ, ຮູບແບບການນໍາສະເໜີຍັງຫຼ້າຫຼັງ ບໍ່ມີຄວາມທັນສະໄໝ ແລະ ດຶງດູດໃຫ້ຄົນມາຕິດຕາມ ແລະ ຊື້ໂຄສະນາ, ປັດໃຈທີ່ເຮັດໃຫ້ສື່ມວນຊົນ ໃນລາວບໍ່ມີຄວາມໜ້າສົນໃຈ ທັງໃນດ້ານຂອງຜູ້ຕິດຕາມ ແລະ ຊື້ໂຄສະນາ ຍ້ອນວ່າລັດຖະບານລາວ ມີການຈຳ ກັດເສລີພາບ ຂອງສື່ມວນຊົນ ໃນການນຳສະເໜີຂໍ້ມູນ ແລະຂ່າວສານຈົນເກີນໄປ.

ດັ່ງນັກວິຊາ ການດ້ານສື່ມວນຊົນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ຖ້າ ສື່ວິທະຍຸ, ສື່ໂທລະພາບນີ້ ຄິດວ່າດຽວນີ້ເກືອບຈະບໍ່ມີສະປ້ອນເຊີ້ແລ້ວ ເພາະວ່າຫຍັງຂະເຈົ້າບໍ່ຢາກຈ້າງ ເພາະມັນເປັນຂອງລັດ ແລ້ວກາມັນຢູ່ສື່ໆ ມັນມີແຕ່ນໍາສະເໜີຂໍ້ມູນຂ່າວສານ ຂອງພາກລັດສື່ໆ ຂະໜາດຢູ່ລາວນີ້ເຮົາ ຊິຕັ້ງຊ່ອງຢູທູບເນາະຍັງຍາກ.”

ນັກຂ່າວຂອງໜັງສືພີມລາວ ສະຫວັນພັດທະນາ ແຂວງສະຫວັນນະເຂດ ກ່າວວ່າ ການນໍາສະເໜີຂໍ້ມູນ ແລະ ຂ່າວສານຕ້ອງຢູ່ພາຍໃຕ້ ການຄຸ້ມຄອງຂອງທາງການ ຢ່າງເຂັ້ມງວດ ໂດຍເນື້ອໃນຂອງຂໍ້ມູນ ແລະ ຂ່າວສານຕ້ອງຜ່ານການກວດສອບ ຂອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວກ່ອນທຸກຄັ້ງ ເຖິງຈະເຜີຍແຜ່ໄດ້.

ການເປັນສື່ມວນຊົນໃນລາວ ເຖິງຈະຮັບຮູ້ວ່າເຫດການທີ່ເກີດຂຶ້ນ ບໍ່ມີຄວາມຖືກຕ້ອງ, ກະທົບຕໍ່ຄວາມໝັ້ນຄົງຂອງລັດ ຫຼື ເຮັດໃຫ້ລັດເສື່ອມເສຍ ພາບພົດ ກາບໍ່ສາມາດໄປລາຍງານຂ່າວ ໄດ້ຢ່າງເສລີ ຕາມທີ່ກົດໝາຍສື່ມວນຊົນ ກຳນົດໄວ້ ຫາກຈະມີການປະຕິຮູບສື່ມວນຊົນ ໃນລາວເຫັນວ່າຍັງເປັນໄປໄດ້ຍາກຫຼາຍ.

ດັ່ງນັກຂ່າວທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ຊິເວົ້າເລື່ອງການພັດທະນາຂ່າວ ເຮົາມັນບໍ່ຄ່ອຍສົມດຸນກັນປານໃດຫັ້ນນ່າ. ເຮົາກາບໍ່ໄດ້ພາດພີງວ່າໃສ່ພາສ່ວນນັ້ນ ພາກສ່ວນນີ້ກາຕ້ອງໄດ້ໄປເບິ່ງໂຕຈິງ ເວົ້າດ້ວຍຄວາມລະມັດລະວັງ.”

ຊາວລາວໃນແຂວງຈໍາປາສັກກ່າວວ່າ ການນໍາສະເໜີຂໍ້ມູນ ແລະຂ່າວສານ ໃນລາວບໍ່ມີຄວາມໜ້າສົນໃຈມີແຕ່ຂ່າວທີ່ທາງການລາວ ຕ້ອງການໃຫ້ປະຊາຊົນຮັບຮູ້ເຊັ່ນຂ່າວການລົງຢ້ຽມຢາມພື້ນທີ່, ຂ່າວກອງປະຊຸມຕ່າງໆ, ຂ່າວການພັດທະນາ ແລະ ລົງທຶນຂອງຕ່າງປະເທດ ເຮັດໃຫ້ປະຊາຊົນສ່ວນຫຼາຍຫັນໄປ ຕິດຕາມຂ່າວຈາກສື່ສັງຄົມອ໋ອນລາຍນ໌ ແລະ ຂ່າວສານ ຈາກປະເທດໄທ ເພາະມີຄວາມຫຼາກຫຼາຍ ຂອງເນື້ອຫາ, ລາຍລະອຽດ ຂອງຂ່າວຄົບຖ້ວນແລະ ຮູບແບບການນຳສະເໜີ ທີ່ຫຼາກຫຼາຍບໍ່ໜ້າເບື່ອ.

ດັ່ງຊາວບ້ານ ໃນແຂວງຈຳປາສັກ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຕ່ລາວເຮົາກາເບິ່ງຢູ່ຂ່າວກາເບິ່ງ ສ່ວນໃດສ່ວນໜຶ່ງສ່ວນຫຼາຍ ເຂົາກາມັກເບິ່ງຂອງໄທ ຫຼາຍກ່ວາ ຊ່ອງລາວນີ້ ເຈົ້າຂອງກາຍັງບໍ່ໄດ້ເບິ່ງຊໍ້ານ່າ ສ່ວນຫຼາຍເຂົາກາເບິ່ງຢູທູບ ເບິ່ງເຟສນີ້ແຫຼະ ຫຼາຍກ່ວາມັນສະດວກກ່ວາຫັ້ນນ່າ ດຽວນີ້ສັນຍານກາດີ.”

ຊາວລາວ ໃນນະຄອນຫຼວງວຽງຈັນກ່າວວ່າ ສື່ມວນຊົນລາວມີໜ້າທີ່ໃນການນໍາສະເໜີຂໍ້ມູນ ແລະຂ່າວສານລັດຖະບານເທົ່ານັ້ນ ແຕ່ໃນເມື່ອລັດຖະບານລາວມີການຈັດເນື້ອຫາ ແລະ ຄວບຄຸມເສລີພາບ ຂອງສື່ມວນຊົນຈຶ່ງເຮັດໃຫ້ປະຊາຊົນລາວ ຫັນໄປຕິດຕາມສື່ອ໋ອນລາຍນ໌ ແລະ ສື່ຈາກຕ່າງປະເທດຫຼາຍຂຶ້ນ.

ດັ່ງຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ສ່ວນຫຼາຍນີ້ປະຊາຊົນ ຂະເຈົ້າກາບໍ່ຢາກສົນໃຈປານໃດ ເລື່ອງສື່ຂອງລາວເຮົານີ້ນ່າ. ມັນບໍ່ຮັບໃຊ້ສັງຄົມໄດ້ 100 ສ່ວນ 100 ນ່າ. ກົດໝາຍມີຫຼັກການມີ ແຕ່ບໍ່ປະຕິບັດເລື່ອງສື່ ຂອງລາວນີ້ນ່າ.”

ປັດຈຸບັນປະຊາຊົນລາວ ໃນປະເທດມີການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ເພີ່ມຂຶ້ນຫຼາຍ ໂດຍໃນປີ 2023 ນີ້ປະຊາຊົນລາວ 85% ມີໂທລະສັບສະມາດໂຟນ ໃຊ້ 65% ຂອງປະຊາກອນລາວ ສາມາດເຂົ້າເຖິງອິນເຕີເນັດ ແລະ 44.2% ມີການນໍາໃຊ້ສື່ສັງຄົມອ໋ອນລາຍນ໌ ເຊັ່ນເຟສບຸກ, ອິນສະຕຣາແກຣມ, ທະວິດເຕິີ້ ແລະ ຢູທູບ.

ຂະນະທີ່ລັດຖະບານລາວ ເຝົ້າຕິດຕາມເບິ່ງ ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຢ່າງໃກ້ຊິດ ຖ້າພົບເຫັນບຸກຄົນໃດມີການເຜີຍແຜ່ ຂໍ້ມູນຂ່າວສານປອມ ຫຼື ມີການວິພາກວິຈານ ການເຮັດວຽກຂອງລັດ ທີ່ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ຂອງລັດ ຫຼື ປະເທດ ຈະຖືກຮຽກຕົວມາກ່າວຕັກເຕືອນ ແລະ ສັ່ງໃຫ້ປິດສື່ດັ່ງກ່າວທັນທີ.

ສໍາລັບອົງການສື່ມວນຊົນໃນລາວ ທີ່ໄດ້ຂຶ້ນທະບຽນພາຍໃຕ້ການຄວບຄຸມ ຂອງລັດຖະບານປະກອບມີ ໜັງສືພີມ 24 ແຫ່ງ, ສະຖານີໂທລະພາບ 32 ແຫ່ງ, ສະຖານີວິທະຍຸ 44 ແຫ່ງຊາດ. ອົງການຂ່າວທັງໝົດຫ້າມສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ທີ່ມີລັກສະນະລາມົກອານາຈານ, ບິດເບືອນ, ສົ່ງເສີມການກໍ່ການຮ້າຍ ຫຼື ຕໍ່ຕ້ານລັດຖະບານ ແຫ່ງ ສປປ ລາວ ຖ້າລະເມີດຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ ແລະ ລົງໂທດ ທາງອາຍາ ແລ້ວແຕ່ກໍລະນີໜັກ ຫຼື ເບົາ. ໃນປີ 2023 ອົງການ Reporters Without Borders ໄດ້ລາຍງານວ່າ ລັດຖະບານລາວ ຍັງໃຊ້ອຳນາດຄວບຄຸມສື່ມວນຊົນລາວ ຢ່າງເດັດຂາດ ເຮັດໃຫ້ເສລີພາບຂອງສື່ມວນຊົນລາວ ຖືກຈັດຢູ່ໃນອັນດັບ 160 ຈາກທັງໝົດ 180 ປະເທດທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.