ເຣື້ອງທີ່ເກັບບັນທຶກໄວ້
2009-02-10
ເຈົ້າຫນ້າທີ່ກ່ຽວຂ້ອງ ສປປລາວ ໃຫ້ການວ່າ ມີການໃຫ້ສີນບົນ ໃນໂຄງການ ກໍ່ສ້າງປະເພດຕ່າງໆ ໃນລາວ ຣະຫວ່າງ ຜູ້ຮັບເຫມົາກໍ່ສ້າງ ແລະເຈົ້າຫນ້າທີ່ປະມູນ.
2009-02-10
ທາງການລາວ ຣະດົມໃຫ້ຊາວ ນະຄອນຫລວງວຽງຈັນ ປະພຶດຕົນໃຫ້ດີ ແລະໃຫ້ເປັນເຈົ້າພາບ ທີ່ດີໃນງານ ມະຫາກັມ ກິລາຊີເກມຄັ້ງທີ່ 25 ຢູ່ລາວໃນທ້າຍປີນີ້.
2009-02-10
ແຜນການທີ່ຈະຫ້າມ ແລ່ນລົດ ຈຳໂບ ໃນຕົວເມືອງ ເມື່ອຮອດປີ 2010 ນັ້ນ ອາດເປັນໄປໄດ້ຍາກ ເພາະຈະມີຄົນ ຫວ່າງງານເພີ່ມ ຂື້ນຕື່ມອີກ 3,000 ຄົນ.
2009-02-10
ແຂວງຜົ້ງສາລີ ບໍ່ອານຸຍາດ ໃຫ້ບໍຣິສັດຕ່າງປະເທດ ສັມປະທານທີ່ດິນໄດ້ ມີແຕ່ອານຸຍາດ ໃຫ້ລົງທືນ ດ້ານກະສິກັມ ຮ່ວມກັບ ປະຊາຊົນເທົ່ານັ້ນ
2009-02-09
ເຈົ້າຫນ້າທີ່ ສືບສວນປ່າໄມ້ ສປປລາວ ເຊື່ອວ່າ ກຸ່ມນັກທຸຣະກິດ ເປັນຜູ້ຮັບຜິດຊອບ ເຮັດໃຫ້ໄມ້ລົ້ມ ໃນປ່າຫລາຍແຫ່ງ ໃນລາວ ເພື່ອຈະຂໍອະນຸຍາດຕັດ ແບບຖືກຕ້ອງຕາມກົດຫມາຍ.
2009-02-09
ສປປລາວ ຍັງບໍ່ທັນຮູ້ ເປັນທີ່ແນ່ນອນ ວ່າຈະສາມາດ ເຂົ້າເປັນສະມາຊິກ ອົງກາຣໆຄ້າໂລກ ໃນເມື່ອນໃດແທ້
2009-02-09
ສາຣະຄະດີປະຈຳສັປດາເຮື້ອງ “ຂ້ານ້ອຍ - I little slave” ຊື່ງເປັນເຮື້ອງ ທີ່ຂຽນລົງ ໃນປື້ມແລະຈັດພີມໂດຍ Eastern Washington University Press. ໃນມື້ນີ້ແມ່ນຕອນທີ 89 ບົດທີ 16 (ພາກ 2) ເຊິງກໍເປັນຕອນ ອາວະສານຂອງ ຣາຍການດັ່ງກ່າວ. ສເນີໂດຍ : Dr. ບຸນສັງ ຄຳແກ້ວ
2009-02-09
ການພົວພັນ ລະຫວ່າງ ລາວ-ກູບາ ໄດ້ຮັບການ ຂະຫຍາຍຕົວ. ຕາມຂ່າວວ່າ ມີຄະນະຜູ້ແທນ ສ.ປ.ປ.ລາວ ໄປຢ້ຽມຢາມ ກູບາ ແຕ່ອາທິດ ທີ່ແລ້ວມາ
2009-02-09
ສະພາບການ ເຄື່ອນຍ້າຍ ຂອງແຮງງານລາວ ແລະຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ
2009-02-09
ຣັຖບານ ສປປລາວ ພະຍາຍາມ ຫລຸດຜ່ອນຜົນ ກະທົບຈາກ ວິຕການ ດ້ານເສຖກິດ ຂອງໂລກ.
2009-02-06
ໃນພາວະ ເສຖະກິດໂລກຕົກຕໍ່າ ນີ້ບັນດາຜູ້ນໍາ ໃນປະເທດ ອຸດສະຫະກັມ ຢູ່ທີ່ກອງ ປະຊຸມເວທີ ເສຖະກິດໂລກ ກ່າວເຕືອນ ກັນອີກວ່າ ບໍ່ໃຫ້ໃຊ້ ນະໂຍບາຍ ປົກປ້ອງ ການເຕີບໃຫ່ຽຂອງ ເສຖະກິດຂອງ ປະເທດຕົນ ແຕ່ຝ່າຍດຽວ.
2009-02-06
ຊາຍໜຸ່ມລາວ ຖືເປັນກຸ່ມສ່ຽງ ທີ່ສໍາຄັນ ທີ່ອາຈຕິດເຊື້ອ HIV/AIDS ຍ້ອນພຶດຕິກັມ ການມີເພດສໍາພັນ ແບບບໍຖືກຕ້ອງ ແລະ ປອດພັຍ
2009-02-06
ຊາວບ້ານ ຈໍານວນນຶ່ງ ໃນແຂວງອັຕປື ຈະຖືກໂຍກຍ້າຍ ອອກຈາກພື້ນທີ່ ທີ່ມີ ການກໍ່ສ້າງໂຮງງານ ຫລອມອາລູມີນຽມ ທີ່ພວມບຸກເບີກ ຢູ່ໃນເວລານີ້.
2009-02-06
ປັດຈຸບັນ ມີຜູ້ຕິດຢາບ້າ ຢູ່ລາວກວ່າ 3 ໝື່ນຄົນ ສ່ວນຫລາຍເປັນ ຊາວໜຸ່ມໄວລຸ້ນ.
2009-02-06
ອົງການ ນີຣະໂທດກັມສາກົນ ເວົ້າວ່າ ການທີ່ບັນຫາ ລາວມົ້ງໃນໄທ ແກ່ຍາວມາເຖິງ ປັດຈຸບັນນີ້ ກໍ່ເພາະວ່າ ຣັຖບານສາຫະຣັຖ ປ່ອຍປະລະເລີຍ ພວກມົ້ງ ຜູ້ທີ່ໄດ້ຕໍ່ສູ້ ຄຽງບ່າຄຽງໄລ່ ກັບຝ່າຍຕົນ ນັບຕັ້ງແຕ່ສົງຄາມ ວຽດນາມສິ້ນສຸດ ລົງໃນຊຸມປີ 1970.