ສປປລາວ ແລະ ຜົນກະທົບ ຈາກ ວິຕການ ເສຖກິດໂລກ.
2009.02.09
ເມື່ອບໍ່ດົນຜ່ານມາ ຣັຖບານລາວ ໄດ້ຈັດງົບປະມານເຖິງ 3,000 ຕື້ກີບ ເພື່ອລົງທຶນ ໃນໂຄງ ການໃຫຍ່ໆ ເປັນຕົ້ນ ໃນໂຄງການສ້າງ ເຂື່ອນໄຟຟ້າ ແລະໂຮງງານ ໄຟຟ້າຖ່ານຫິນ. ນອກຈາກນັ້ນ ຣັຖບານລາວ ຍັງຮຽກຮ້ອງ ໃຫ້ບໍຣິສັດ ຂອງຣັດແລະຂອງ ເອກກະຊົນ ໃນປະເທດ ໃຫ້ພະຍາຍາມ ຜລິດສິນຄ້າໃຫ້ ໄດ້ຫລາຍຂື້ນ ເຖິງວ່າຈະໄດ້ ຮັບຜົນກະທົບ ຈາກເສຖກິດ ພາຍນອກແຮງປານ ໃດກໍ່ຕາມ. ຣັຖບານລາວ ອອກມາດຕະການ ດັ່ງກ່າວ ກໍເພື່ອຢາກໃຫ້ ເສຖກິດຂອງລາວ ຂຍາຍຕົວ ຢ່າງໜ້ອຍ 7.9 ສ່ວນຮ້ອຍ ຕາມທີ່ຣັຖບານ ໄດ້ວາງແຜນ ເອົາໄວ້. ສ່ວນທະນາຄານໂລກ ແລະທະນາຄານ ພັທນາເອເຊັຍ ຄາດຄະເນວ່າ ເສຖກິດຂອງລາວ ຈະຂຍາຍ ຕົວພຽງແຕ່ 6 ສ່ວນຮ້ອຍຫລື ສູງສຸດບໍ່ເກີນ 6.5 ສ່ວນຮ້ອຍ. ນັ້ນແມ່ນຣາຍງານ ຂ່າວຂອງອົງການ ຂ່າວສານທາງການ ຂອງວຽດນາມ. ທະນາຄານໂລກ ກໍອອກ ຣາຍງານກ່ຽວກັບ ເສຖກິດຂອງລາວ ເຊັ່ນກັນ.
ບົດຣາຍງານ ສະບັບເດືອນ ພຶສຈິກາປີກາຍ ແຈ້ງວ່າ ເສຖກິດລາວ ຂຍາຍຕົວພຽງ ແຕ່ປະມານ 7 ສ່ວນຮ້ອຍເທົ່ານັ້ນ ເມື່ອປີ 2008 ຂຍາຍຕົວຊ້າ ກວ່າທີ່ຄາດຫວັງ ເອົາໄວ້ຍ້ອນ ໄດ້ຮັບຜົນກະທົບ ຈາກວິກິຕການ ດ້ານການເງິນ ຂອງໂລກ. ສ່ວນໃນປີ 2009 ນັ້ນ ຜົນຜລິດລວມຍອດ ພາຍໃນປະເທດຫລື GDP ຂອງເສຖກິດລາວ ຈະຂຍາຍຕົວ ໃນອັດຕຣາ 5 ຫລື 6 ສ່ວນຮ້ອຍ.