ໜຸ່ມລາວ ເປັນກຸ່ມສ່ຽງ ທີ່ອາຈຕິດເຊື້ອ HIV/AIDS ຍ້ອນພຶດຕິກັມ ທາງເພດສໍາພັນ
2009.02.06
ບັນຫາ HIV/AIDS ຖືເປັນບັນຫາ ສໍາຄັນ ຄຽງຄູ່ ກັບຄວາມຈະເຣີນ ທີ່ກໍາລັງຂຍາຍໂຕແດ່ແລ້ວ ໃນລາວ, ກ່ຽວກັບ ເຣື້ອງນີ້ ດຣ. ແພງເພັດ ເພັດວິໄຊ, ຫົວໜ້າ ຜແນກໂຄສນາ ສຸຂສຶກສາ ປະຈໍາສູນ ຕ້ານເອດສ ແຫ່ງຊາດລາວ, ກ່າວເຖິງ ກຸ່ມຊາວໜຸ່ມ ຊຶ່ງປັດຈຸບັນ ຖືເປັນ ກຸ່ມສ່ຽງອັນດັບຕົ້ນຕໍ ທີ່ມີໂອກາດ ຕິດເຊື້ອ HIV/AIDs ວ່າ:
“ຕ່າງແຕ່ວ່າ ເຣື້ອງພຶດຕິກັມສ່ຽງ ໃນການມີເພດສັມພັນ ມັນກໍມີແນ່ນອນ, ສັງຄົມ ປັດຈຸບັນ ຍຸກສມັຍ ມັນປ່ຽນໄປໄວ ວ່າ ທີ່ພວກເຮົາຄຶດ ຂໍ້ມູນຂ່າວສານ ພວກເຮົາ ໄປເຖິງຂະເຈົ້າ ບໍ່ທັນ ແຕ່ວ່າ ພວກເຮົາ ກໍມີ ໂຄງການ ຢູ່ແລ້ວ ໃນແຕ່ລະສະຖາບັນ.”
ເນື່ອງຈາກວ່າ ຍຸກສມັຍ ທີ່ປ່ຽນແປງ ໄປ ເຮັດໃຫ້ ຄ່ານິຍົມ ແລະ ພຶດຕິກັມ ຂອງຊາວໜຸ່ມລາວ ອາຈມີຄວາມສ່ຽງ ໃນການມີເພດສັມພັນ ໄວຂຶ້ນ, ມີການປ່ຽນຄູ່ ຫລາຍຂຶ້ນ, ຕລອດຮອດ ການຂາດສະຕິ ໃນການປ້ອງກັນຕົນເອງ ໃນເວລາ ມີເພດສັມພັນ. ດັ່ງນັ້ນ ທາງການ ກ່ຽວຂ້ອງ ພະຍາຍາມ ທຸກວິທີທາງ ທີ່ຈະກະຕຸ້ນ ໃຫ້ຂະເຈົ້າ ມີສະຕິຕື່ນໂຕ ໃນເຣື້ອງນີ້ ໂດຍຕລອດ, ເປັນຕົ້ນ ການຈັດຫລັກສູດ ເຣື້ອງການປ້ອງກັນ ເຊື້ອ HIV ຕາມສະຖານບັນການສຶກສາ ຕັ້ງແຕ່ ຂັ້ນມັທຍົມຕົ້ນ ຂຶ້ນໄປຮອດ ມະຫາວິທຍາລັຍ, ຮວມໄປເຖິງ ການຈັດກິຈກັມ ສຸຂສຶກສາ ນອກສະຖານທີ່ ໃນຮູບແບບ ບັນເທີງ ເພື່ອດຶງດູດ ໃຫ້ຊາວໜຸ່ມ ມີຄວາມສົນໃຈ ຕລອດຮອດ ການຈັດໂຄງການ ເພື່ອສອນ ໝູ່ເພື່ອນ ກ່ຽວກັບ ຄວາມຮູ້ ຄວາມເຂົ້າໃຈ ທີ່ຖືກຕ້ອງ ໃນເຣື້ອງດັ່ງກ່າວ.
ຕາມໂຕເລກ ຫລ້າສຸດ ຂອງທາງການລາວແລ້ວ, ມີການກວດພົບ ຜູ້ຕິດເຊື້ອ HIV/AIDS ໃນລາວ ປະມານ 2,800 ກ່ວາຄົນ, ໃນນັ້ນ ເສັຍຊີວິດ ຍ້ອນພະຍາດ ໂບ່ມຊ້ອນຕ່າງໆ ຈາກ ເອດສ໌ ປະມານ 870 ຄົນ, ຊຶ່ງນອກຈາກກຸ່ມ ຊາວໜຸ່ມ ທີ່ຖືວ່າ ເປັນກຸ່ມສ່ຽງແລ້ວ, ກຸ່ມແຮງງານ ເຄື່ອນທີ່, ກຸ່ມສາວຂາຍບໍຣິການ, ແລະ ກຸ່ມຮັກຮ່ວມເພດ, ກໍຍັງຖືເປັນກຸ່ມ ທີ່ສ່ຽງ ທີ່ທາງການລາວ ໃຫ້ຄວາມສໍາຄັນ.