ປັດຈຸບັນ ມີຊາວບ້ານ ຈໍານວນນຶ່ງ ໃນເຂດເມືອງສນາມໄຊ, ແຂວງອັຕປື ຈະຖືກໂຍກຍ້າຍ ອອກຈາກ ທີ່ດິນ ທີ່ບໍຣິສັດ ຊີໂນ-ລາວ ອາລູມີນຽມ ຄໍພໍເຣເຊິນ ໄດ້ຮັບສັມປະທານ ເພື່ອກໍ່ສ້າງໂຮງງານ ຫລອມ ອາລູມີນຽມ, ໂດຍຈະໄດ້ຮັບ ຄ່າຊົດເຊີຍ ໃນການໂຍກຍ້າຍ ດັ່ງກ່າວ.
ທ່ານ ສີສວັນ ຈັນທະພັຍບູນ, ຫົວໜ້າ ແຜນກແຜນການ ແລະ ການລົງທຶນ ແຂວງອັຕປື, ກ່າວ ໃນຕອນນຶ່ງ ວ່າ:
"ໂຄງການ ບໍ່ອາລູມີນຽມ ກໍມີບາງຈໍານວນ ທີ່ກໍາລັງສຶກສາ ຢູ່ວ່າ ກະທົບຫລາຍໜ້ອຍ ປານໃດ, ສ່ວນຫລາຍ ມັນເປັນດິນສວນດິນຂະເຈົ້າ, ໂຕນີ້ ທາງຜູ້ລົງທຶນ ກໍພ້ອມ ທີ່ຈະຊົດເຊີຍໃຫ້."
ທ່ານ ກ່າວ ຕື່ມວ່າ ໃນເວລານີ້ ກໍາລັງສຶກສາ ວ່າ ມີຊາວບ້ານຫລາຍປານໃດ ໃນເຂດເມືອງສນາມໄຊ ທີ່ມີບ້ານເຮືອນ ຢູ່ໃນບໍຣິເວນ ທີ່ຈະຕັ້ງ ໂຮງງານ, ຊຶ່ງທາງບໍຣິສັດ ຈະຄິດໄລ່ ຄ່າຊົດເຊີຍຕ່າງໆ ຢ່າງເປັນທັມ ໃຫ້ແກ່ພວກຂະເຈົ້າ, ຊຶ່ງ ຄາດວ່າ ການໂຍກຍ້າຍ ແລະ ຊົດເຊີຍ ຈະສໍາເຣັດ ໃນອີກບໍ່ດົນ. ເຖິງຢ່າງໃດ ກໍຕາມ, ຊາວບ້ານ ສ່ວນຫລາຍ ກໍເຂົ້າໃຈ ແລະ ຢາກໃຫ້ ໂຄງການພັທນາ ດັ່ງກ່າວ ເກີດຂຶ້ນ ເພາະຈະຊ່ອຍສ້າງສາ ຄວາມຈະເຣີນຫລາຍໆຢ່າງ ທີ່ເຂົ້າໄປ ໃນແຂວງ.
ກ່ຽວກັບ ໂຄງການ ກໍ່ສ້າງໂຮງງານ ຫລອມເຫລັກ ໃນແຂວງອັຕປືນັ້ນ, ຖືວ່າ ກຸ່ມບໍຣິສັດ ຊີໂນ-ລາວ ອາລູມີນຽມ ຄໍພໍເຣເຊິນ, ຈະນໍາເອົາແຮ່ ບັອກຊາຍ ທີ່ໄດ້ສັມປະທານ ຂຸດເປັນເວລາ 50 ປີ ຈາກແຂວງຈໍາປາສັກ, ເປັນວັດຖຸດິບ ໃນການຫລອມ ເປັນເຫລັກ ເພື່ອສົ່ງອອກ ໄປຍັງ ຕ່າງປະເທດ. ບໍຣິສັດ ດັ່ງກ່າວ ປະກາດວ່າ ຈະໃຊ້ເງິນ ລົງທຶນ ເຖິງ 4,000 ລ້ານດອນລາ ສະຫະຣັດ ເພື່ອໃຊ້ໃນ ໂຄງການ ທັງໝົດ ໃນລາວ, ເພາະບໍຣິສັດ ດັ່ງກ່າວ ເຊື່ອວ່າ ຈະສາມາດ ຜລິດ ແລະ ສົ່ງເຫລັກອອກໄດ້ ປີລະ ປະມານ 500,000 ຕັນ.
ຊີໂນ-ລາວ ອາລູມີນຽມ ຄໍພໍເຣເຊິນ ເປັນບໍຣິສັດ ຮ່ວມທຶນ ຣະຫວ່າງ ຈີນ, ໄທ ແລະ ລາວ, ຖືເປັນບໍຣິສັດ ທີ່ມີໂຄງການ ພັທນາ ຂນາດໃຫຍ່ ທີ່ຈະຊ່ອຍສ້າງສາ ພັທນາ ເສຖກິດ ໃນຂົງເຂດ ໃຫ້ຂຍາຍໂຕ. ນອກຈາກນັ້ນ, ໂຄງການນີ້ ຍັງຈະຊ່ອຍ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ໃນທ້ອງຖິນ ບໍ່ຕໍ່າກ່ວາ 5,000 ຄົນ ອີກດ້ວຍ.
0:00 / 0:00