ເຈົ້າຫນ້າທີ່ ສືບສວນ ປ່າໄມ້ລົ້ມ ຫລາຍແຫ່ງ ໃນລາວ

ເຈົ້າຫນ້າທີ່ ສືບສວນປ່າໄມ້ ສປປລາວ ເຊື່ອວ່າ ກຸ່ມນັກທຸຣະກິດ ເປັນຜູ້ຮັບຜິດຊອບ ເຮັດໃຫ້ໄມ້ລົ້ມ ໃນປ່າຫລາຍແຫ່ງ ໃນລາວ ເພື່ອຈະຂໍອະນຸຍາດຕັດ ແບບຖືກຕ້ອງຕາມກົດຫມາຍ.
ສິດນີ
2009.02.09

ເຈົ້າຫນ້າທີ່ ສືບສວນປ່າໄມ້ ສປປລາວ ໃຫ້ການວ່າ ພວກທ່ານໄດ້ພົບເຫັນ ໄມ້ລົ້ມຫລາຍ ຜິດປົກກະຕິ ຕາມປ່າຫລາຍແຫ່ງ ໃນທົ່ວປະເທດ ແລະເຊື່ອວ່າ ແມ່ນກຸ່ມ ຄ້າໄມ້ເຖື່ອນ ເປັນຜູ້ຮັບຜີດຊອບ ໃນການກະທຳດັ່ງກ່າວ. ທ່ານ ເວີນວັງ ບຸດຕາລັນ ຫົວຫນ້າຫນ່ວຍສືບສວນປ່າ ຈາກກົມປ່າໄມ້ ເວົ້າວ່າ ກະຊວງກະສີກັມ ປ່າໄມ້ໄດ້ ສົ່ງພນັກງານ ອອກໄປສືບສວນ ແລະເກັບກຳຂໍ້ມູນ ກ່ຽວກັບການຄ້າ ໄມ້ເຖື່ອນໃນທົ່ວ ປະເທດພົບວ່າ ມີໄມ້ລົ້ມຫລາຍ ຜິດປົກກະຕິ ຕາມປ່າໃນລາວ ໃນທົ່ວປະເທດ ທາງຫ້ອງການ ສົງສັຍວ່າ ກຸ່ມຄ້າໄມ້ຖອ່ນ ໄດ້ຈ້າງຄົນທ້ອງຖີ່ນ ໄປຕັດຕົ້ນໄມ້ ລົງໃຫ້ເປັນໄມ້ລົ້ມ ເພື່ອຈະມາຊັກຊວນ ທາງການກ່ຽວ ຂ້ອງວ່າເປັນ ໄມ້ລົ້ມເອງແລ້ວ ພວກ ຕົນກໍ່ຈະ ສາມາດຕັດໄດ້. ກຸ່ມດັ່ງກ່າວ ຈະໃຫ້ເຫດຜົລວ່າ ໄມ້ທີ່ລົ້ມໃນປ່າ ຖ້າປະໄວ້ ກໍ່ບໍ່ເປັນປະໂຍດ ຈະເຮັດໃຫ້ເກີດ ໄຟໄຫມ້ປ່າໄດ້ ໃນອານາຄົດ ຖ້າປ່ອຍໃຫ້ ມັນແຫ້ງຫ່ຽວ ແລະເປືອ່ຍໄປ.

ເຖີງຢ່າງໃດກໍ່ຕາມ ທ່ານວ່າ ທາງການ ຍັງບໍ່ສາມາດ ຮູ້ໄດ້ວ່າ ແມ່ນກຸ່ມໃດ ເປັນຜູ້ກະທຳ ແລະກຳລັງທຳການ ສືບສວນຢູ່ ໃນເວລານີ້ ທ່ານຍັງບອກ ອີກວ່າ ເປັນການ ຍາກທີ່ຈະທຳການ ປາບປາມກຸ່ມທີ່ ລັກຕັດໄມ້ໃນລາວ ເພາະກົມປ່າໄມ້ ບໍ່ມີພນັກ ງານພຽງພໍ ໃນການກວດສອບ ຕາມປ່າຕ່າງໆ ໃນລາວ ໃຫ້ທົ່ວເຖີງ. ປະຊາຊົນລາວ ໃນເຂດຊົນນະບົດ ທີ່ທຸກຍາກ ເມື່ອມີນັກຄ້າໄມ້ ມາຈ້າງຕັດໄມ້ ຂະເຈົ້າກໍ່ຕັດໃຫ້ໂລດ ຈະບໍ່ຄຳນືງ ເຖີງກົດຫມາຍ ແຕ່ຢ່າງໃດ.







ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.