ແຮງງານລາວ ແລະຜູ້ເຄາະຮ້າຍ ຈາກການຄ້າ ມະນຸດ
2009.02.09
ຕາມຂໍ້ມູນ ຂອງການສຳຫລວດ ກ່ຽວກັບການ ເຄື່ອນຍ້າຍແຮງງານ ຂອງກະຊວງແຮງງານ ແລະສະຫວັດດີ ການສັງຄົມ ຂອງລາວ ເຫັນວ່າ ປີ 2008 ຜ່ານມາມີ ຄົນງານລາວ ໄປເຮັດວຽກຢູ່ ປະເທດໄທ ຈຳນວນ 82,992 ຄົນ. ໃນນັ້ນຄົນງານ ທີ່ໄປແບບ ຖືກຕ້ອງຕາມກົດໝາຍ ຊຶ່ງບໍລິສັດ ຈັດຫາງານສົ່ງໄປມີ 8,564 ຄົນ. ແລະວ່າມີ ແຮງງານລາວ ໄດ້ພິສູດ ສັນຊາດແລ້ວ 60 ພັນຄົນ ແລະຍັງບໍ່ທັນ ໄດ້ພິສູດ ປະມານ 14 ພັນຄົນ.
ຖ້າເບິ່ງຄືນ ໃນປີ 2003 ຢູ່ 3 ແຂວງ ຄື ແຂວງ ຄຳມ່ວນ, ສາລະວັນ ແລະ ຈຳປາສັກ ໃນຈຳນວນ ພວກເຄື່ອນຍ້າຍ ແຮງງານນັ້ນ ຫລາຍກວ່າ 74 ສ່ວນຮ້ອຍ ມີອາຍຸ ແຕ່ 18 ປີ ຫາ 35 ປີ ແລະອາຍຸຕ່ຳກວ່າ 18 ປີ ມີປະມານ 26 ສ່ວນຮ້ອຍ.
ສຳລັບປີ 2004 ຕາມສະຖິຕິ ທີ່ບໍ່ເປັນ ທາງການວ່າ ມີແຮງງານລາວ ທີ່ລັກລອບໄປ ເຮັດວຽກງານ ຢູ່ປະເທດໄທ ເກືອບເຖິງ 182 ພັນຄົນ ໃນນັ້ນເປັນແມ່ຍິງ ຫລາຍກວ່າ 100 ພັນຄົນ. ຍ້ອນການເຄື່ອນຍ້າຍ ແຮງງານລາວ ຫລາຍຂື້ນນຳ ເລື້ອຍໆນັ້ນ ຈຶ່ງເຮັດໃຫ້ມີ ຄວາມສ່ຽງສູງ ໃນການທີ່ ຈະຕົກປັນເຫຍື່ອ ຫລືເປັນຜູ້ ເຄາະຮ້າຍ ຈາກການຄ້າມະນຸດ.
ແຕ່ປີ 2001 ຫາປີ 2008 ຜ່ານມານີ້ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ການ ຊ່ວຍເຫລືອເດັກນ້ອຍ ແລະແມ່ຍິງລາວ ຢູ່ປະເທດໄທ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ຈຳວນ 1,229 ຄົນ, ເປັນຍິງ 1,172 ຄົນ ຊຶ່ງໃນນັ້ນເປັນ ເດັກນ້ອຍຕ່ຳກວ່າ 18 ປີ ມີ 65 ສ່ວນຮ້ອຍ.
ເວົ້າສະເພາະ ແຂວງຈຳປາສັກ ໃນໄລຍະດັ່ງກ່າວ ກໍມີການ ສົ່ງຊາວລາວ ກັບຄືນແບບບັງຄັບ ຈາກໄທເຖິງ 28,886 ຄົນ. ແຕ່ເບິ່ງລວມແລ້ວ ເຫັນວ່າຍັງມີ ຈຳນວນເດັກນ້ອຍ ແລະແມ່່ຍິງ ລາວອີກຫລາຍ ທີ່ລັກລອບໄປ ເຮັດວຽກຢູ່ ປະເທດເພື່ອນບ້ານ ໂດຍທີ່ທາງການລາວ ບໍ່ສາມາດຮູ້ໄດ້ ຫລືວ່າໄປດ້ວຍ ຄວາມສະໝັກ ໃຈຫລືວ່າໄປ ດ້ວຍການຖືກຕວົະຍວົະ ຫລອກລວງຂອງນາຍໜ້າ ໄປຂາຍແຮງງານ.