ສປປລາວ ບໍ່ແນ່ນອນ ຈະສາມາດເຂົ້າເປັນ ສະມາຊິກອົງກາຣໆຄ້າໂລກ

ສປປລາວ ຍັງບໍ່ທັນຮູ້ ເປັນທີ່ແນ່ນອນ ວ່າຈະສາມາດ ເຂົ້າເປັນສະມາຊິກ ອົງກາຣໆຄ້າໂລກ ໃນເມື່ອນໃດແທ້
ຫວາດ ສີມູນ
2009.02.09

ທ່ານນາມ ວິຍະເກຕ ຣັຖມົນຕຣີກາຣຄ້າ ແລະອຸຕສາຫະກັມ ສປປລາວ ວ່າ: ຍັງບໍ່ທັນຮູ້ ເປັນທີ່ແນ່ນອນ ໃນກາຣທີ່ຈະຖືກ ຮັບເຂົ້າເປັນ ສະມາຊິກຂອງ ອົງກາຣໆ ຄ້າໂລກເທື່ອ ໃນປັຈຈຸບັນນີ້ ເຖີງແມ່ນວ່າໄດ້ ຜ່ານກາຣປະຊຸມ ຮ່ວມກັບທາງ ເຈົ້າໜ້າທີ່ ກ່ຽວຂ້ອງຂອງ ສະມາຊິກຂອງ ອົງກາຣຫລາຍຄັ້ງ ມາກ່ອນແລ້ວ ກໍຕາມ.

ດຣ. ນາມ ວິຍະເກຕ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ: ກ່ອນທີ່ ສປປລາວ ຈະຖືກຮັບເຂົ້າ ເປັນສະມາຊິກ ຖາວອນຂອງ ອົງກາຣໄດ້ນັ້ນ ກໍຈະຕ້ອງໄດ້ ປະຕິບັຕຕາມ ກົດຣະບຽບ ໃຫ້ສອດຄ່ອງກັບ ກົດໝາຍສາກົລ ກ່ຽວກັບ ສະພາບແວດລ້ອມ ທຸກຢ່າງເສັຽກ່ອ ແລະວ່າ:

ກ່ຽວກັບເຣື່ອງນີ້ ທາງກາຣກ່ຽວຂ້ອງ ຝ່າຍລາວກໍໄດ້ ພິຈາຣະນາ ປັບປຸງຄາວທີ່ມີ ກາຣປະຊຸມ ໃນຕົ້ນປີ 2009 ນີ້ເພື່ອນຳສເນີ ໃນຂັ້ນຕໍ່ໄປ ທາງບັນດາ ປະເທສ ສະມາຊິກຕ່າງໆ ຂອງອົງກາຣຄ້າ ໂລກກໍວ່າໄດ້ ມີກາຣພິຈາຣະນາ ເປັນພິເສດ ເພື່ອໃຫ້ທາງ ຝ່າຍລາວຖືກຮັບ ເຂົ້າເປັນສະມາຊິກ ໃນໄວໆຊື່ງ ຈະເປັນກາຣຊ່ວຍ ເຮັດໃຫ້ເມືອງລາວ ລຸດພົ້ນອອກ ຈາກຖານະກາຣ ເປັນປະເທສທີ່ ຍາກຈົນປະເທສ ໜື່ງໃນໂລກໃຫ້ໄດ້.

ແຕ່ສະເພາະ ບັນຫາກີດກັ້ນ ທີ່ອາຈຈະເຮັດ ໃຫ້ມີກາຣລ້າຊ້າ ນັ້ນກໍຮວມທັງ ຣະບົບກາຣ ທະນາຄາຣ ແລະກາຣຄຸ້ມຄອງ ອື່ນໆຫລາຍໆຢ່າງ.

ຢ່າງໃດກໍຕາມ ໃນຣະຍະຜ່ານມາ ທາງກາຣ ສປປລາວ ແມ່ນໄດ້ຮັບ ຖານະແບບພິເສດ ຈາກທາງສະຫະພາບ ຢູໂຣປໃນກາຣ ຍົກເວັ້ນພາສີ ສິນຄ້າບາງຢ່າງ ແຕ່ສະເພາະກາຣ ທີ່ຈະຖືກຮັບ ເຂົ້າເປັນສະມາຊິກ ຂອງອົງກາຣຄ້າ ໂລກດັ່ງກ່າວນີ້ ຈະຕ້ອງແມ່ນໄດ້ ປະຕິບັຕຕາມກົດ ຣະບຽບຂອງສາກົລ ຢ່າງເຄັ່ງຄັດເສັຽກ່ອນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.