ຜົ້ງສາລີ ບໍ່ອານຸຍາດ ສັມປະທານທີ່ດິນ ໃຫ້ບໍຣິສັດ ຕ່າງປະເທດ

ແຂວງຜົ້ງສາລີ ບໍ່ອານຸຍາດ ໃຫ້ບໍຣິສັດຕ່າງປະເທດ ສັມປະທານທີ່ດິນໄດ້ ມີແຕ່ອານຸຍາດ ໃຫ້ລົງທືນ ດ້ານກະສິກັມ ຮ່ວມກັບ ປະຊາຊົນເທົ່ານັ້ນ
ຈຳປາທອງ
2009.02.10

ໃນປັດຈຸບັນນີ້ ແຂວງຜົ້ງສາລີ ຍັງບໍ່ທັນສາມາດ ອານຸຍາດ ໃຫ້ບໍຣິສັດ ລົງທືນຈາກຕ່າງປະເທດ ມາສັມປະທານ ທີ່ດິນໄດ້ຢ່າງເຕັມສ່ວນ ເນື່ອງຈາກວ່າກົດໝາຍ ເກົ່າທີ່ໃຊ້ ຢູ່ໃນປັດຈຸບັນ ນີ້ບໍ່ມີການ ລະບຸຢ່າງລະອຽດພໍ, ແຕ່ທາງແຂວງ ອານຸຍາດໃຫ້ບໍຣິສັດ ຕ່າງປະເທດລົງທືນ ດ້ານ ກະສິກໍາຮ່ວມ ກັບປະຊາຊົນ ພາຍໄຕ້ ຫລັກການ 2+3 ເທົ່ານັ້ນ,  ໝາຍຄວາມວ່າ ປະຊາຊົນ ປະກອບສວ່ນດິນ ແລະແຮງງານ, ສ່ວນນັກລົງທືນ ເປັນຜູ້ປະກອບສ່ວນ ດ້ານວິຊາການ ດ້ານພັນປູກ ແລະຮັບປະກັນ ຕະລາດຂາຍຜະລິດຕະຜົນ. ຕາມທີ່ເຈົ້າໜ້າທີ່ ສິ່ງແວດລ້ອມປະຈໍາແຂວງ ໄດ້ເປີດເຜີຽວ່າ…

ຢູ່ນີ້ບໍ່ມີ ສໍາປະທານພື້ນທີ່ ບໍ່ມີ ມີແຕ່ພື້ນທີ່ ທີ່ຮ່ວມກັບປະຊາຊົນ 2+3 ບໍ່. ຜົ້ງສາລີບໍ່ມີ ສໍາປະທານ ບໍ່ມີ, ເຂົາກໍຂໍຢູ່ ແຕ່ວ່າກໍບໍ່ໃຫ້ ມີແຕ່ວ່າໃຫ້ ເປັນໂຄງການຮ່ວມ ມືກັບປະຊາຊົນ.

ທ່ານວ່າ ເຫດຜົນທີ່ທາງແຂວງ ບໍ່ສາມາດອານຸມັດ ໃຫ້ບໍຣິສັດຕ່າງປະເທດ ສັມປະທານທີ່ດິນ ຢ່າງເຕັມສ່ວນໄດ້ ກໍເນື່ອງຈາກວ່າ …

ເພາະວ່າ ນື່ງມາກໍໃນ ດ້ານນິຕິກັມ ສປປ ລາວຍັງບໍ່ ທັນປະກາດ ໃຂ້ເປັນຈະແຈ້ງເທື່ອ. ໂຕເກົ່າຫັ້ນຖືວ່າ ຢາກລືບລ້າງ ແລະດຽວນີ້ລໍຖ້າ ໂຕໃໝ່ຢູ່ ບາງທີ່ເພິ່ນໃຫ້ ສັມປະທານສູງສຸດ ນີ້ກໍບໍຣິສັດນື່ງ ແຂວງອານຸມັດໄດ້ມີແຕ່ 100 ເຮັກຕາ. 

ໃນສັປະດາຜ່ານມາ ເຈົ້າໜ້າທີ່ ສິ່ງແວດລ້ອມໄດ້ ກ່າວວ່າທາງແຂວງໄດ້ ກະກຽມພື້ນ ທີ່ເພື່ອໃຫ້  ນັກລົງທືນຈີນ ມາລົງທືນ ປູກຕົ້ນຢາງພາຣາ ໃນແຂວງ ດັ່ງທ່ານໄດ້ກ່າວວ່າ……

ລະຍະນີ້ຢູ່ ໃນເຂດຕິດ ຕາມກວດກາກ່ອນ ການຈັດສັນພື້ນທີ່ດິນ. ກະກຽມພື້ນທີ ຢູ່ປະມານ 5,000 ກ່ວາເຮັກຕາ ຢູ່ໃນທົ່ວແຂວງ ກ່ຽວກັບການ ປູກຢາງພາຣາ. ກ່ອນກຽມພື້ນທີ່ນີ້ ໄດ້ລົງສໍາຣວດ ວັດແທກໃຫ້ພາກສ່ວນ ນັກລົງທືນຈີນ. ມາຮອດຂະນະນີ້ ປະຊາຊົນລາວ ໃນທົ່ວປະເທດ ຍັງບໍ່ເຂົ້າ ໃຈຢ່າງຄັກແນ່ ກ່ຽວກັບຄວາມ ແຕກຕ່າງລະຫ່ວາງການ ໃຫ້ບໍຣິສັດຕ່າງປະເທດ ສັມປະທານທີ່ດິນ ກັບການໃຫ້ ສັມປະທານແບບ 2+3 ດັ່ງທີ່ໄດ້ ກ່າວມານັ້ນ.

ຜ່ານມາທາງການ ໄດ້ໃຫ້ບໍຣິສັດຈາກ ວຽດນາມແລະຈາກຈີນ ເປັນຕົ້ນ ສັມປະທານທີ່ດິນ ໄປຫລາຍໝື່ນເຮັກຕາແລ້ວ ແລະເຫັນວ່າ ການໃຫ້ສັມປະທານ ທີ່ດິນ ແກ່ນັກລົງທືນ ຈາກຕ່າງປະເທດນີ້ ນັກລົງທືນສາມາດ ນໍາເອົາແຮງ ງານຂອງຕົນ ທັງຄອບທັງຄົວ ເຂົ້າມາເຮັດວຽກ ໃນໂຄງການ ນັບເປັນຫລາຍ ສິບປີໂດຍບໍ່ຮູ້ວ່າ ຄົນງານເລົ່ານັ້ນ ຈະກັບຄືນບ້ານຫລືບໍ່.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.