ແຜນການ ຫ້າມແລ່ນລົດ ຈຳໂບ ໃນຕົວເມືອງ ປີ 2010
2009.02.10
ຢູ່ ສ.ປ.ປ.ລາວ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ມີລົດ ຈຳໂບ ຈຳນວນຫລາຍ ແລ່ນໄປທົ່ວທຸກແຫ່ງ ເພື່ອແກ້ໄຂການ ເດີນທາງໄປ ມາປະຈຳວັນ ຂອງປະຊາຊົນ. ແຕ່ມາໃນຂະນະນີ້ ທາງການລາວ ມີແຜນການທີ່ ຈະຫ້າມບໍ່ໃຫ້ລົດ ຈຳໂບ ຫລືລົດ ຕຸກໆ ແລ່ນໂດຍສານ ຕາມທ້ອງຖະໜົນ ໃນເຂດເທດສະບາບ ນະຄອນຫລວງ ວຽງຈັນ ໃນປີ 2010 ທີ່ຈະມາເຖິງນີ້.
ທ່ານ ຄຳສີ ເຈົ້າຂອງລົດ ຈຳໂບ ແລະຂັບລົດບໍລິການ ມາບໍ່ຕ່ຳກວ່າ 10 ປີແລ້ວນັ້ນ ກ່າວວ່າ ສັງຄົມລາວ ໄດ້ຊົມໄຊ້ລົດ ຈຳໂບ ມາໄດ້ຫລາຍສິບປີ ຄົງຈະເປັນການຍາກ ທີ່ຈະເອົາລົດ ຊະໜິດນີ້ອອກ ແລ້ວເອົາລົດຊະໜິດ ອື່ນມາແທນ ໃນມື້ນຶ່ງຍາມດຽວ. ທ່ານວ່າ ຖ້າມີແຜນການ ສັ່ງຫ້າມບໍ່ ໃຫ້ໄຊ້ລົດ ຈຳໂບ ແລະ ລົດ ຕຸກໆ ໃນປີ 2010 ແທ້ນັ້ນ ຜູ້ປະກອບການແລ່ນລົດ ໃນນະຄອນຫລວງວຽງຈັນ ທີ່ມີຈຳນວນ 3,000 ຄົນ ນັ້ນ ກໍຈະຕົກງານ.
ສ່ວນ ທ່ານ ຄຳຕິ່ງ ຖາວອນ ນັກວິຊາການ ກະຊວງໂຍທາທິການ ແລະຂົນສົ່ງຂອງລາວກ່າວວ່າ..
ທາງການອາດຈະ ເອົາລົດຕັກຊີມາແທນ. ແຕ່ປະຊາຊົນ ທີ່ທຸກຍາກ ແລະມີລາຍ ໄດ້ປານກາງ ຈະບໍ່ນິຍົມ ໄຊ້ລົດຕັກຊີ ເພາະຄາດວ່າ ຄ່າຕັກຊີ ອາດສູງເຖິງ 5,000 ກີບ ຕໍ່ກິໂລແມັດ ຫລືອາດສູງກວ່ານັ້ນ. ຖ້າທຽບໃສ່ຄ່າລົດ ຈຳໂບ ແມ່ນລື່ນກັນຫລາຍເທົ່າ.
ຕໍ່ບັນຫາດັ່ງກ່າວ ມີຊາວລາວຈຳນວນນຶ່ງ ສະແດງຄວາຄິດ ຄວາມເຫັນຂອງ ຕົນອອກວ່າ ການຫ້າມບໍ່ໃຫ້ລົດ ຈຳໂບ ແລະ ລົດຕຸກໆ ແລ່ນໃນຕົວເມືອງ ເພື່ອຮັບໄຊ້ ຄົນຊັ້ນກາງ, ຜູ້ທຸກຍາກ ແລະນັກທ່ອງທ່ຽວນັ້ນ ເຫັນວ່າຍັງບໍ່ທັນ ເຖິງເວລາ ທີ່ເໝາະສົມ ບໍ່ເໝາະກັບ ສະພາບຕົວຈິງ ຂອງລາວເນື່ອງຈາກວ່າ ຄົນສ່ວນໃຫຍ່ ຍັງມີ ລາຍໄດ້ຕ່ຳ ຊຶ່ງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ໄຊ້ ການບໍລິການ ຂອງລົດປະເທດນີ້.
ການໄຊ້ບໍລິການລົດ ຈຳໂບ ສາມາດໄປເຖິງ ເຂດທີ່ລົດຕັກຊີ ໄປບໍ່ຮອດ ທາງລົດໃຫຍ່ໄປບໍ່ເຖິງ. ນັກທ່ອງທ່ຽວ ກໍນິຍົມຂີ່ ເພາະມັນສາມາດ ພາເລາະທ່ຽວຊົມ ສະຖານທີ່ຕ່າງໆ ໄດ້ຢ່າງສະບາຍ ທັງປະຢັດເວລາ ແລະຄ່າໂດຍສານ ກໍຖືກອີກດ້ວຍ.