ເຣື້ອງທີ່ເກັບບັນທຶກໄວ້
2023-10-10
ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງແຮງງານ ແລະສວັດດີການສັງຄົມ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ເພື່ອຕຣຽມໂຕເຂົ້າຮ່ວມກອງປະຊຸມອາຊ້ຽນ ວ່າດ້ວຍແຮງງານຂ້າມຊາຕ ຄັ້ງທີ 16 ຢູ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊັຽ ໃນວັນທີ 25-26 ຕຸລາ ນີ້.
2023-10-10
ເສັ້ນທາງຫຼວງແຫ່ງຊາຕ ເປ່ເພໜັກ ໂດຍສະເພາະ ໃນໄລຍະຣະດູຝົນ ເຊິ່ງສ້າງຄວາມເດືອດຮ້ອນ ໃນການສັນຈອນ ຂອງປະຊາຊົນ ແຕ່ເຖິງຢ່າງນັ້ນກໍຕາມ ຍັງບໍ່ການແກ້ໄຂ ໃຫ້ສະດວກ, ປອດໄພ ໂດຍສະເພາະ ໃນເຂດນະຄອນຫຼວງວຽງຈັນ.
2023-10-10
ໜີ້ສິນສາທາຣະນະ ແລະການຄ້ຳປະກັນ ຂອງຣັຖ ທະລຸ 112% ຂອງລວມຍອດຜລິຕພັນ ມວນລວມພາຍໃນ ໃນປີ 2022 ເຊິ່ງຄິດເປັນ ປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ ແລະ ສິ່ງນີ້ໄດ້ຊ້ຳຕື່ມ ປະເທດ ໃຫ້ໜັກໄປກວ່າເກົ່າ ພາຍຫຼັງໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.
2023-10-10
ຝົນຕົກໜັກ ແລະ ນໍ້າປ່າໄຫຼຫຼາກ ໃນວັນທີ 09 ຕຸລາ 2023 ເວລາປະມານ 03 ໂມງເຊົ້າ ໂດຍທີ່ຊາວບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ເປັນຕົ້ນບ້ານຕາກແດດ, ບ້ານປ່າໄລ່, ບ້ານຫ້ວຍໄຮ ແລະ ບ້ານປາກແລງ ໄດ້ຮັບຜົລກະທົບ, ຊັບສິນຈຳນວນນຶ່ງ ໄດ້ຮັບຄວາມເສັຍຫາຍ.
2023-10-10
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ແລະ ສູນຄວາມຮ່ວມມື ຊັພຍາກອນນໍ້າ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ສຶກສາຮ່ວມກັນ ພາຍໃຕ້ຫົວຂໍ້ ການສຶກສາຮູບແບບ ການປ່ຽນແປງ ສະພາບອຸທົກກະວິທະຍາ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະຍຸທສາດການປັບໂຕ.
2023-10-09
ຣັຖບານ ຈະສ້າງພື້ນຖານໂຄງຮ່າງ ດິຈີຕອລ ສູນຂໍ້ມູນແຫ່ງຊາຕ 4 ແຫ່ງ ຢູ່ພາກເໜືອ, ພາກໃຕ້ ແລະ ນະຄອນຫຼວງວຽງຈັນ (2 ແຫ່ງ) ເພື່ອໃຫ້ປະເທດລາວກາຍ ເປັນປະເທດທີ່ມີການເຊື່ອມໂຍງ ທາງດ້ານດິຈີຕອລ ແລະ ເປັນປະຕູຜ່ານຈາກຈີນ ໄປຫາບັນດາປະເທດອາຊ້ຽນ.
2023-10-09
ເດັກນ້ອຍລາວ 16 ຄົນ ທີ່ອອກມາຈາກໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ວັນທີ 29 ສິງຫາ 2023 ປັດຈຸບັນ ຍັງຖືກກັກຂັງຢູ່ສະຖານີຕໍາຣວດ ກວດຄົນເຂົ້າເມືອງ ຂອງພະມ້າ ແລະຍັງບໍ່ຮູ້ວ່າ ເມື່ອໃດ ຈະໄດ້ກັບປະເທດລາວ.
2023-10-09
ໂຮງໝໍລາວ ແລະໂຮງໝໍໄທຍ ຮ່ວມມືກັນ ໃນການຜ່າຕັດ ປ່ຽນໝາກໄຂ່ຫລັງ ຍ້ອນຢູ່ລາວຂາດເຂີນໝາກໄຂ່ຫລັງ, ຜູ້ຊ່ຽວຊານ ແລະ ອຸປະກອນການແພດ ໃນດ້ານນີ້.
2023-10-09
ເຂື່ອນໄຟຟ້າດອນສະໂຮງ ໃນແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈະຂຍາຍກໍາລັງການຜລິດຕື່ມອີກ 65 ເມກະວັດ ເປັນ 325 ເມກະວັດ ຊຶ່ງອາດສ້າງສໍາເຣັດ ພາຍໃນປີ 2024 ຂະນະທີ່ບາງພາກສ່ວນ ຢາກໃຫ້ມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມກ່ອນ.
2023-10-09
ທາງການແຂວງຫົວພັນ ໄດ້ປະຕິບັດວິໄນພະນັກງານຣັຖກອນ ຈໍານວນ 55 ຄົນ ຍ້ອນລະເມີດກົດລະບຽບພັກຄື ມົ້ວສຸມຢາເສບຕິດ ແລະ ອື່ນໆ ໂດຍໃນນັ້ນໄດ້ຖືກຕິຕຽນ 19 ຄົນ, ກ່າວເຕືອນ 5 ຄົນ ໂຈະການເຂົ້າຮ່ວມຊີວິດ 13 ຄົນ, ປົດຕຳແໜ່ງ 2 ຄົນ ແລະ ໄລ່ອອກຈາກພັກ 16 ຄົນ.
2023-10-08
ຄຣູ-ອາຈານ ຢູ່ປະເທດພະມ້າ 130,000 ຄົນ ຢຸດການຮຽນການສອນ ເພື່ອເຮັດການປະທ້ວງແບບອະຣິຍະຂັດຂືນ ເນື່ອງໃນວັນທີຄຣູສາກົລ.
2023-10-08
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-10-07
ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ ໄຊຊະນະ ພັທນາໂຄງການ ພະລັງງານສະອາດ, ເຂື່ອນຈີນ ກັກນ້ຳ ເຮັດໃຫ້ນ້ຳ ຂອງຫລຸດລົງ ສົ່ງຜົນ ກະທົບ ຕໍ່ ປະຊາຊົນ, ສວນກ້ວຍ ຂອງຈີນ ບ້ານຖິ່ນຍຸງ ເມືອງວຽງຄໍາ ປ່ອຍສານເຄມີ.
2023-10-06
ບັນຫາຄວາມທຸກຍາກ ໃນ ສປປ ລາວ ຖືວ່າເປັນຊ່ອງວ່າງທີ່ສູງຂຶ້ນ ເນື່ອງມາຈາກຫຼາຍປັດໄຈ ໂດຍສະເພາະ ການພັທນາປະເທດທີ່ອາໄສ ຄວາມຊ່ວຍເຫຼືອ ຈາກຕ່າງປະເທດ ເຮັດໃຫ້ຊ່ອງວ່າງ ລະຫວ່າງ ຄົນທຸກຍາກ ກັບຄົນຮັ່ງມີ ເພີ່ມຂຶ້ນ.
2023-10-06
ຣັຖບານໄທຍ ຂຍາຍເວລາ ໃຫ້ຄົນງານລາວ ທີ່ຢູ່ລະຫວ່າງ ຕໍ່ໃບອະນຸຍາດເຮັດວຽກ ສາມາດເຮັດວຽກຢູ່ໄທຍ ຮອດເດືອນມົກກະຣາ 2024.