ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນກາສິໂນຈີນ ທີ່ປະເທດພະມ້າ ຍັງບໍ່ຮອດບ້ານ

ສຸພັດຕາ
2023.10.09
ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນກາສິໂນຈີນ ທີ່ປະເທດພະມ້າ ຍັງບໍ່ຮອດບ້ານ ເຍົາວະຊົນລາວ ເຫຍື່ອຄ້າມະນຸສ ໄປກາສິໂນຈີນ ໃນປະເທດພະມ້າ ຈຳນວນນຶ່ງທີ່ຖືກປ່ອຍອອກມາກ່ອນໜ້ານີ້.
RFA

ເດັກນ້ອຍລາວ ຈໍານວນ 16 ຄົນ ທີ່ຕົກເປັນເຫຍື່ອການຄ້າມະນຸສ ເຊິ່ງຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລະໄດ້ອອກມາຈາກກາສິໂນດັ່ງກ່າວ ຕັ້ງແຕ່ວັນທີ 29 ສິງຫາ 2023 ທີ່ຜ່ານມານັ້ນ ຕອນນີ້ ຍັງຖືກກັກຂັງຢູ່ສະຖານີຕໍາຣວດ ກວດຄົນເຂົ້າເມືອງ ຂອງປະເທດພະມ້າ ຢູ່ ແລະຍັງບໍ່ຮູ້ວ່າ ຂະເຈົ້າມີຊີວິດການເປັນຢູ່ແນວໃດ ແລະຈະໄດ້ກັບເມືອປະເທດລາວ ໃນມື້ໃດ ກໍຍັງບໍ່ມີໃຜຮູ້ ຊຶ່ງທາງພວກພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍເລົ່ານີ້ ກໍໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ເພື່ອສອບຖາມກ່ຽວເຣື່ອງລູກເຕົ້າ ແຕ່ກໍບໍ່ມີເຈົ້າໜ້າທີ່ທ່ານໃດ ຮັບໂທຣະສັບ.

ດັ່ງແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຄົນນຶ່ງທີ 1 ທີ່ລູກຊາຍໄດ້ອອກມາ 1 ໃນຈໍານວນ 16 ຄົນ ເວົ້າໃຫ້ວິທຍຸເອເຊັຽເສຣີ ເມື່ອວັນທີ 6 ຕຸລາ 2023 ວ່າ:

“ບໍ່ ບໍ່ມີເຈົ້າໜ້າທີ່ ທາງໃດນ່າ ມື້ນີ້ກະໂທຫາຢູ່ 2 ຄົນ ກະຕິດຕໍ່ຫາເຈົ້າໜ້າທີ່ ຢູ່ທາງວຽງຫັັ້ນ ເພິ່ນກໍບໍ່ຮັບໂທຣະສັບຕື່ມ ໂທເປັນ 9 ສາຍ 10 ສາຍ ເພິ່ນກໍບໍ່ຮັບໂທຣະສັບ ຢ່າງນ້ອຍກໍ ເອີ່ ຮັບໂທຣະສັບ ລະກໍຢ່າງນ້ອຍກໍແນະນໍາແດ່ ໄປບ່ອນນີ້ບ່ອນນັ້ນເດີ້ ເຮັດແນວນີ້ແນວນັ້ນ ເອີ່ແບບນີ້ແບບນັ້ນເດີ້ ຊ່ວຍເຫຼືອບໍ່ໄດ້ ກະວ່າຊ່ອຍເຫຼືອບໍ່ໄດ້ ລະກະມີແຕ່ວ່່າ ໃຫ້ພໍ່ແມ່ນີ້ ເຂົ້າຫາຜູ້ນີ້ຜູ້ນັ້ນເດີ້ ລະເຮົາກະ ເຮົາຊິມີທາງໄປແດ່ຫັ້ນນ່າ ອັນນີ້ ໂທຫາໃຜກໍຄືວ່າ ມິດຈ້ອຍ ມິດຈ້ອຍ ບໍ່ຮັບໂທຣະສັບເລີຍ ຫຼືວ່າ ຂະເຈົ້າບໍ່ຢາກສົນໃຈລະບໍ້ ຫຼືວ່າ ເປັນແນວໃດ ຫຼືວ່າ ຣັຖບານເພິ່ນກະຄືວ່າ ບໍ່ມີການຄືບໜ້າອິຫຍັງ ລະຄືວ່າບໍ່ເລັ່ງບໍ່ແລ່ນ ຫຼືືວ່າ ຊິປ່ອຍໃຫ້ເດັກນ້ອຍເປັນແບບນັ້ນບໍ່ ຫຼືວ່າ ເປັນແນວໃດ ຄັນວ່າ ເປັນແນວນັ້ນ ຢ່າງນ້ອຍກໍໃຫ້ສື່ສານແດ່ຈັກເລັກຈັກນ້ອຍແດ່ຫັ້ນນ່າ ພໍ່ແມ່ກະເປັນຫ່ວງຢູ່ ຈັກຂະເຈົ້າກິນຫຍັງ ບໍ່ກິນຫຍັງ ຫຼືວ່າເປັນຕາຍຮ້າຍຫຍັງ ກະບໍ່ຮູ້ເລີຍຫັ້ນນ່າ.”

ຜູ້ເປັນແມ່ຜູ້ນີ້ ຍັງເວົ້າຕື່ມວ່າ:

“ເຮັດໄປເຮັດມາ ແຫ່ງມາອຸກໃຈເຫຼືອ ຈັກຊິເຮັດຈັ່ງໃດ ອຸກໃຈລະບໍ່ຮູ້ຂ່າວຄາວເລີຍ ຈັກເປັນຕາຍຮ້າຍດີຫຍັງ ໄດ້ກິນບໍ່ ຫຼືບໍ່ໄດ້ກິນຫຍັງ ມີແຕ່ວ່າ ທະຫານພະມ້າຂະເຈົ້າຈັບໄວ້ ແລ້ວຢູ່ຄຸກເນາະ ແລ້ວຢູ່ຄຸກ ກະຈັກເປັນຈັ່ງໃດ ໄດ້ກິນຫຼືບໍ່ໄດ້ກິນຫັ້ນນ່າ ເງິນອີ່ຫຍັງກໍບໍ່ມີສາ ເຄື່ອງກໍຊຸດດຽວຢູ່ ເອົາເຂົ້າໄປກໍ ໂທຣະສັບກໍພັດວ່າ ເຂົາທຸບຖິ້ມໝົດ ກະຄຶດຮອດພໍ່ຄຶດຮອດແມ່ຕີ້ ເປັນຈັ່ງໃດ ເດັກນ້ອຍກໍ ຢ່າງນ້ອຍກໍໃຫ້ຂ່າວຄາວແດ່ໜ້ອຍນຶ່ງ ກໍຊິິດີໃຈແດ່ ບໍ່ຫຼາຍ ກໍເດັກນ້ອຍຫັ້ນລົມພໍ່ລົມແມ່ແດ່ຈັກຄໍານຶ່ງ.”

ຂະນະທີ່ ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຄົນທີ 2 ທີ່ລູກໄດ້ອອກມາພ້ອມກັນ 1 ໃນຈໍານວນ 16 ຄົນນັ້ນ ກໍເວົ້າໃຫ້ຟັງ ຕອນທີ່ເພິ່ນໄດ້ລົມກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ນັ້ນວ່າ:

“ເອື້ອຍໂທຫາ ລະວ່່າບໍ່ຮູ້ຫຍັງ ລະສົ່ງເອກກະສານໂຕເກົ່າ ໄປແລ່ນແຕ່ປີກາຍພຸ້ນ ໃຫ້ເອື້ອຍເບິ່ງ ເອື້ອຍວ່າໂຕເກົ່າ ຢາກໃຫ້ແລ່ນ ໂຕວ່າ ເດັກນ້ອຍ 16 ຄົນນີ້ ຊັ້ນກະໃຫ້ຕໍາຣວດ ທະຫານພະມ້າ ທີ່ຈັບເດັກນ້ອຍນັ້ນໄປ ໂທຫາຣັຖບານລາວວ່າຊັ້ນ. ອ້າວກະບໍ່ຮູ້ແຫຼະ ຄັນຈຸຂ້ອຍຮູ້ ກະບໍ່ຫາຈຸເຈົ້າແຫຼະ ກະວ່າແນວນີ້ແຫຼະ.”

ຂະນະດຽວກັນ ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຄົນທີ 3 ທີ່ລູກໄດ້ອອກມາເຊັ່ນກັນ ແຕ່ປັດຈຸບັນ ຍັງຖືກກັກຂັງຢູ່ສະຖານີຕໍາຣວດ ກວດຄົນເຂົ້າເມືອງ ຂອງປະເທດພະມ້າ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ຕຸລາ 2023 ວ່າ:

“ດຽວນີ້ ພໍ່ແມ່ຢູ່ທາງບ້ານ ທາງເມືອງ ທາງນີ້ທາງນັ້ນກໍ ບໍ່ຕ້ອງຂີນອົກຂີນ ແນວນີ້ຢູ່ ລູກຢູ່ທາງນີ້ທາງນັ້ນ ກະບໍ່ຂ່າວບໍ່ຫຍັງ ບໍ່ສົ່ງຂ່າວກະຊິໄດ້ເດືອນປາຍແລ້ວ ເປັນແນວໃດ ເຂົາບໍ່ໃຫ້ໂທ ເປັນແນວໃດ ເຂົາກະຊິໄດ້ມາເຮືອນມາຊານຫວາ ຕໍ່ໜ້າຕໍ່ໃນເນາະ.”

ຜູ້ເປັນແມ່ຜູ້ນີ້ ຍັງເວົ້າອີກວ່າ:

“ເປັນແນວໃດ ກະສົ່ງຂ່າວສົ່ງຫຍັງໃຫ້ແມ່ເຖົ້າແດ່ ແມ່ເຖົ້າໄປນາກະໄຫ້ ເຫັນຮ່ອງຮອຍ ເຫັນເຄື່ອງເຫັນຂອງມັນກໍໄຫ້ ເປັນແນວໃດ ກໍຂໍນໍາລູກນໍາຫຼານ ໃຫ້ເບິ່ງໃຫ້ແຍງແມ່ເຖົ້າແດ່ ໄປຢູ່ຂ່າວຄາວບ່ອນໃດ ກະໃຫ້ສົ່ງຂ່າວໃຫ້ແມ່ເຖົ້າຮູ້ແນ່ ແມ່ເຖົ້າກໍໄຫ້ໆຮ້ອງໆ ບໍ່ຮູ້ແນວຈິຖາມ ແມ່ເຖົ້າກໍທຸກກໍຍາກ ນອນບໍ່ຫຼັບ ກິນບໍ່ອີ່ມ ມັນໄຫ້ໆຮ້ອງໆທຸກມື້ໆ ບໍ່ຮູ້ຊ້າຍ ຮູ້ຂວາຫຍັງ ເຖົ້າແລ້ວ ອາຍຸ 70 ປີ ນີ້ໂອ່ ແມ່ເຖົ້າກໍຢູ່ມິດໄປ ເຮັດໄຮ່ກໍໄຫ້ ນໍ້າຕາຈົນຊິໝົດ.”

ທາງດ້ານພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍໃນແຂວງຫຼວງນໍ້າທາ ຜູ້ທີນຶ່ງ ທີ່ລູກເຕົ້າ ຍັງຕິດຄ້າງ ຢູ່ໂຮງກາສິໂນຂອງຈີນ ໃນປະເທດພະມ້າ ກໍຂໍຝາກຖາມ ເຈົ້າໜ້າທີ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນດັ່ງກ່າວ ນັ້ນວ່າ:

“ແມ່ກໍອຸກໃຈ ບອກອັນນັ້ນ ບອກສະຖານທູດ ບອກນໍາເຈົ້າໜ້າທີ່ເຂົາ ໃຫ້ເຂົາຊ່ວຍ ຊ່ວຍລູກຂອງອີ່ແມ່ນີ້ ໃຫ້ເຂົາມາ ເຮົາບໍ່ເວົ້າຫຍັງ ເຂົາຢາກໄດ້ເງິນໃຫ້ເຂົາບອກ ເຂົາຈີ່ເອົາທໍ່ໃດ ແມ່ບໍ່ມີ ແມ່ຈິໄປຫາຍາດຕິພີ່ນ້ອງ ຫາຜູ້ອື່ນມາຊ່ວຍ ຍ້ອນເປັນຫ່ວງລູກ ລູກກະມີແຕ່ຄົນດຽວ ບໍ່ແມ່ນເຂົາຢາກໄປ ກໍຍ້ອນຕົກງານ ໄປເຮັດງານເຮັດວຽກຢູ່ໄສ ຈົບວຽກຈົບງານໃຫ້ມາເຮັດ ເຂົາວ່າ ຢູ່ໃສກະເຕັມໆ.”

ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາຜູ້ທີສອງ ທີ່ລູກຍັງຕິດຄ້າງຢູ່ ໂຮງກາສິໂນຂອງຈີນ ໃນພະມ້າ ເຊິ່ງຫາກໍໄດ້ລົມກັບລູກຊາຍ ວ່າງຕົ້ນເດືອນຕຸລານີ້ ກໍເວົ້າໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:

“ຜູ້ທີ່ຕິດຢູ່ໃນນັ້ນ ເຂົາກະຍັງລົງໂທດຢູ່ ລົງໂທດໃຫ້ຢືນຕາກແດດ ໃຜເຮັດບໍ່ໄດ້ ກະໃຫ້ຢືນຕາກແດດເປັນຊົ່ວໂມງ ລະເຂົາຊິປ່ຽນຄໍາໄປຈັ່ງໃດອີກບຸແມ່ເອີ່ຍ ລູກຊາຍໂທມາ ໄດ້ລົມນ້ອຍນຶ່ງ ວັນທີ 3 ວັນທີ 4 ນີ້.”

ໃນມື້ວັນທີ 9 ຕຸລາ 2023 ນີ້ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ວຽງຈັນ ຫຼາຍຄັ້ງ ເພື່ອສອບຖາມຣາຍລະອຽດ ກ່ຽວກັບເດັກນ້ອຍ 16 ຄົນ ທີ່ທາງການພະມ້າ ຢາກຜັກດັນກັບປະເທດລາວ ແຕ່ປະກົດວ່າ ໂທໄປຕິດສຽງດັງ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດຮັບສາຍ.

ຈາກນັ້ນແລ້ວ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດໄປຍັງສະຖານທູດລາວ ປະຈໍາປະເທດພະມ້າ ເຊິ່ງເຈົ້າໜ້າທີ່ສະຖານທູດລາວ ທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງເດັກນ້ອຍລາວ 16 ຄົນ ທີ່ຍັງຖືກກັກຂັງ ຢູ່ທີ່ສະຖານີຕໍາຣວດກວດຄົນເຂົ້າເມືອງ ຂອງພະມ້ານັ້ນວ່າ:

“ດຽວນີ້ເຮົາຣາຍງານ ພວກເພິ່ນຍັງບໍ່ທັນຕອນຫຍັງມາເທື່ອ ເພິ່ນບໍ່ໄດ້ໃຫ້ຄໍາຊີ້ນໍາຫຍັງມາເທື່ອ ກະຊິໄດ້ກັບ ໄດ້ກັບຫັ້ນແຫຼະ ແຕ່ວ່າຂັ້ນຕອນ ຂະເຈົ້າຊິເຮັດຈັ່ງໃດຫັ້ນຍັງບໍ່ຮູ້ ວິທີຊິສົ່ງກັບຫັ້ນນ່າ. ຍັງຖ້າເອກກະສານ ເພິ່ນຊີ້ນໍາມາແຕ່ທາງບ້ານນໍ້ (ທາງປະເທດລາວ) ເພິ່ນເຮັດຈັ່ງໃດ ເຮົາກະລໍຖ້າເພິ່ນຢູ່ເດ້ ລໍຖ້າການຊີ້ນໍາ ວິທີຊິເອົາອອກ ລະຊິໄປທາງໃດ ຄ່າໃຊ້ຈ່າຍຈັ່ງໃດ ກະຈັ່ງຊິໄດ້ແຈ້ງ ໃຫ້ທາງຄອບຄົວຂະເຈົ້າພຸ້ນແຫຼະເນາະ ວິທີການຊິເອົາໄປ ຄ່າໃຊ້ຈ່າຍເໝິດທໍ່ໃດ.”

ສໍາລັບເຣື່ອງ ທີ່ພໍ່ແມ່ຜູ້ປົກຄອງ ຢາກຕິດຕໍ່ຫາລູກເຕົ້າ ທີ່ໄດ້ອອກມາຈາກໂຮງກາສິໂນຂອງຈີນນັ້ນ ເຈົ້າໜ້າທີ່ສະຖານທູດລາວ ທ່ານດຽວກັນນີ້ ກໍກ່າວວ່າ:

“ເຈົ້າໜ້າທີ່ ຕ.ມ ຂະເຈົ້າແຈ້ງມາ ທາງກະຊວງການຕ່າງປະເທດນ່າ ຂະເຈົ້າບໍ່ໄດ້ບອກເບີໂທມາ ຕໍາຣວດກວດຄົນເຂົ້າເມືອງ ແຈ້ງມາໃຫ້ກະຊວງພາຍໃນພະມ້າ ກະຊວງພາຍໃນພະມ້າ ແຈ້ງໃຫ້ ກະຊວງການຕ່າງປະເທດ ກະຊວງການຕ່າງປະເທດພະມ້າ ແຈ້ງມາສະຖານທູດ (ສະຖານທູດລາວ) ສະຖານທູດແຈ້ງຕໍ່ ມັນຫຼາຍຂັ້ນຕອນ ມັນຫຼາຍຂອດ ແຈ້ງໄປທາງບ້ານເຮົາ (ແຈ້ງໄປປະເທດລາວ).”

ກ່ຽວກັບຂັ້ນຕອນ ທີ່ຈະສົ່ງເດັກນ້ອຍລາວ ຈໍານວນ 16 ຄົນນີ້ ກັບປະເທດລາວ ຜູ້ປົກຄອງຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຜູ້ດຽວກັບຂ້າງເທິງ ກໍມີຄວາມເຫັນວ່າ:

“ຂັ້ນຕອນຫັ້ນ ກະຄືມາດົນແທະ ຄືສືບສວນດົນແທະ ເປັນໃດກໍ ຕິດຕໍ່ຫາພໍ່ແມ່ແຕ່ລະຄົນແດ່ ອີກຢ່າງກໍ ເອີ່..ເຮົາຊິເຮັດວິທີນີ້ ວິທີນັ້ນ ແກ້ໄຂຊ່ວຍແດ່ ແບບນີ້ແບບນັ້ນ ກໍຍັງແງນໂອ່ ອັນນີ້ ຄືປັກດັນຢູ່ ແບບບໍ່ຮູ້ຂ່າວຄາວຫຍັງເລີຍຫັ້ນນ່າ.”

ວ່າງຕົ້ນເດືອນຕຸລາ 2023 ນີ້ ຍັງມີເດັກນ້ອຍລາວ ທີ່ຖືກຕົວະໄປປະເທດພະມ້າ ຮ້ອງຂໍການຊ່ອຍເຫຼືອ ມາຍັງສະຖານທູດລາວ ປະຈໍາປະເທດພະມ້າ ຢູ່.

ດັ່ງເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດພະມ້າ ທ່ານດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

“ຍັງມີຄົນລາວອີກ ຂໍຮ້ອງມາ ເຂົາລັກພາມາອີກ ໄປພຸ້ນທາງເໜືອພຸ້ນບາດນີ້ ຜູ້ນຶ່ງ ໂຕນີ້ ຫາກະມາໃໝ່ ວັນທີ 5 (ຕຸລາ) ນີ້ ຮູ້ໂຕວ່າຖືກຕົວະ ລະລາວບໍ່ໄປນໍາເຂົາ ຜູ້ຊາຍ ມື້ກ່ອນນີ້ກະມີ ບໍຣິສັດນຶ່ງ ຄົນຢູ່ໃນຫັ້ນແຫຼະ ເຫັນເອົາຜູ້ຍິງ 3 ຄົນ ຂຶ້ນເມືອ ຂຶ້ນເມືອລະອີຕົນຈຸນັ້ນເນາະ ລະແຈ້ງມາສະຖານທູດ ລະບໍ່ຮູ້ທີ່ຢູ່ຂະເຈົ້າບາດນີ້ນ່າ ຂະເຈົ້າບໍ່ບອກ ຖ້າແຈ້ງກະຢ້ານຖືກຈັບຄືກັນ ຢ້ານຖືກເຂົາຂ້າຄືກັນ ຄົນພະມ້ານີ້ແຫຼະ ຂະເຈົ້າອີ່ຕົນຄົນລາວຫັ້ນນ່າ ຣັຖສານນີ້ແຫຼະ ໂຕທີ່ຫາມາໃໝ່ໆນີ້ນ່າ ເມັຽວະດີ ຫັ້ນບໍ່ມີຫຍັງແລ້ວ ບໍ່ມີການເຄື່ອນໄຫວແລ້ວ ຣັຖສານຍັງມີຫຼາຍໆ ບໍ່ແມ່ນແຕ່ຄົນລາວ, ຄົນໃຕ້ຫວັນ, ຄົນເຢັຍລະມັນ, ຄົນມາເລເຊັຍ ໄປນໍາກັນ 4-5 ຄົນ ໄປເຂດວ້າແດງ.”

ເຖິງແນວໃດກໍດີ ອີງຕາມທີ່ໄດ້ລົມກັບ ບັນດາພວກພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍແຂວງຫຼວງນໍ້າທາ ທີ່ລູກເຕົ້າໄດ້ອອກມາຈາກກາສິໂນ ຂອງຈີນ ແລະຍັງມີຈໍານວນ 16 ຄົນ ທີ່ຄົນຈີນຍັງໃຫ້ເຮັດວຽກຢູ່ໂຮງກາສິໂນ ໃນເມືອງເມັຽວະດີ ປະເທດມ້າ ພວກພໍ່ແມ່ ກໍຫວັງວ່າ ລູກເຕົ້າທີ່ຍັງຕິດຄ້າງຢູ່ພະມ້ານີ້ ຄົງໄດ້ຮັບການຊ່ອຍເຫຼືອ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ໄດ້ອອກມາຈາກທີ່ນັ້ນໂດຍໄວ ເພາະບໍ່ຮູ້ວ່າ ໃນຕໍ່ໜ້າ ເດັກນ້ອຍເລົ່ານີ້ ຈະຖືກທາຮຸນແບບໃດອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.