ໂຮງໝໍລາວ ຮ່ວມມືກັບໂຮງໝໍໄທຍ ໃນການຜ່າຕັດ ປ່ຽນໝາກໄຂ່ຫລັງ

ຈຳປາທອງ
2023.10.09
ໂຮງໝໍລາວ ຮ່ວມມືກັບໂຮງໝໍໄທຍ ໃນການຜ່າຕັດ ປ່ຽນໝາກໄຂ່ຫລັງ ຄົນເຈັບນອນປິ່ນປົວ ຢູ່ໂຮງໝໍມິຕພາບ ນະຄອນຫຼວງວຽງຈັນ ເດືອນມີນາ ປີ 2022.
ນັກຂ່າວ ພົລເມືອງ

ດຣ. ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິຕພາບ ແລະຮອງສາສຕຣາຈານ ສຸຣະສັກ ກັນຕະຊູເວສສິຣິ ຫົວໜ້າສູນປູກຖ່າຍອະໄວຍະວະ ໂຮງໝໍຣາມາທິບໍດີ ມະຫາວິທຍາໄລມະຫິດົນ ປະເທດໄທຍ ໄດ້ເຊັນຂໍ້ຕົກລົງຮ່ວມມືກັນ ລະຫວ່າງສອງໂຮງໝໍ ເພື່ອໃຫ້ຂໍ້ມູນກ່ຽວກັບການຜ່າຕັດ ປ່ຽນໝາກໄຂ່ຫລັງ, ສ້າງຫ້ອງທົດລອງ ແລະຈັດສໍາມະນາ ເພື່ອສນັບສນູນການວຽກງານການຜ່າ ຕັດໝາກໄຂ່ຫລັງ ຢູ່ໂຮງໝໍຂອງລາວ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຄະນະແພດສາດ ໂຮງໝໍຣາມາທິບໍດີ ມະຫາວິທຍາໄລມະຫິດົນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ຕຸລານີ້ວ່າ:

“ປູກຖ່າຍໄຂ່ຫລັງ ໄປໃຫ້ຄວາມຮູ້ ໄປສອນວິຊາການ ເປັນຄ້າຍໆການຟອກເລືອດ ແຕ່ມີຊື່ເອີ້ນສະເພາະເປັນ Plasmapheresis (ການກອງພລາສມາ) ທີ່ເຮັດໂຄງການ ຈະເຮັດຜ່ານຫ້ອງປູກຖ່າຍອະໄວຍະວະ.”

ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບຮ່ວມມືດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງໂຮງໝໍມິຕພາບ ທີ່ນະຄອນຫລວງວຽງຈັນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ຢູ່ປະເທດລາວ ເຣື່ອງການຜ່າຕັດປ່ຽນໝາກໄຂ່ຫລັງ ຍັງຂາດເຂີນໝາກໄຂ່ຫລັງຫລາຍ, ຫາກຈະປ່ຽນໝາກໄຂ່ຫລັງ ກໍຕ້ອງໄດ້ລົງທະບຽນ ຕິດຕໍ່ຫາຜູ້ທີ່ຈະບໍຣິຈາກ ຫລືຜູ້ທີ່ຢາກຂາຍໝາກໄຂ່ຫລັງກ່ອນ ຊຶ່ງຕ້ອງໄດ້ລໍຖ້າດົນ ເຖິງ 2 ເດືອນປາຍ ກ່ອນຈະເຖິງຄິວ.

ດັ່ງທ່ານໝໍ ຢູ່ໂຮງໝໍນ້ອຍແຫ່ງນຶ່ງ ໃນແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ມັນບໍ່ມີອະໄວຍະວະ ນະ. ແມ່ນແລ້ວ ກໍຍັງຂາດເຂີນຢູ່ ແຕ່ວ່າມັນຕ້ອງໄດ້ລົງທະບຽນກ່ອນ ຕິດຕໍ່ຜູ້ທີ່ວ່າບໍຣິຈາກຫັ້ນ ຫລືວ່າຜູ້ທີ່ຈະຂາຍໃຫ້ເຮົານັ້ນນໍ.

ໃນຂະນະດຽວກັນ ພໍ່ຄ້າຂາຍສມຸນໄພ ປົວໝາກໄຂ່ຫລັງ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ນອກຈາກຈະຂາດເຂີນ ໝາກໄຂ່ຫລັງນັ້ນແລ້ວ ບຸກຄະລາກອນການແພດ ທີ່ມີຄວາມຮູ້ ແລະຄວາມຊ່ຽວຊານ ໃນດ້ານນີ້ຢູ່ລາວ ຍັງມີໜ້ອຍ, ໂຮງໝໍຫລາຍແຫ່ງ ກໍຍັງບໍ່ມີອຸປະກອນການແພດຄົບຖ້ວນ, ເຮັດໃຫ້ຜູ້ທີ່ຕ້ອງການປ່ຽນໝາກໄຂ່ຫລັງ ໄປປ່ຽນຢູ່ປະເທດໄທຍຫລືວຽດນາມ.

“ຖ້າວ່າປ່ຽນໄຂ່ຫລັງ ກໍຫລາຍເຕີບຢູ່ ແຕ່ຢູ່ລາວນີ້ ຄວາມປອດພັຍມັນບໍ່ເທົ່າກັບຢູ່ໄທຍ ຢູ່ໄທຍ ມັນຈະປອດພັຍກວ່າ ເພາະວ່າເຄື່ອງມືໃນການຜ່າຕັດ ຫລືວ່າແພດໝໍ, ປະສົບການກໍຍັງບໍ່ຫລາຍເທົ່າຢູ່ຕ່າງ ປະເທດນໍ.

ທ່ານກ່າວຕື່ມວ່າ ການຕົກລົງຮ່ວມມືກັນ ລະຫວ່າງ 2 ໂຮງໝໍ ລາວ-ໄທຍ ທີ່ວ່ານັ້ນ ເປັນເຣື່ອງດີຫລາຍ ແລະອາດເຮັດໃຫ້ຄ່າໃຊ້ຈ່າຍ ໃນການຜ່າຕັດປ່ຽນ ໝາກໄຂ່ຫລັງຫລຸດລົງ.

“ມັນເປັນການດີ ດີຫລາຍ ແມ່ນໆ ຄ່າຮັກສາກໍຈະຜ່ອນກວ່າຢູ່ຕ່າງປະເທດແນ່ນອນ ເຈົ້າ ເຄື່ອງມືນໍ ມັນກໍຢູ່ພາຍໃນປະເທດ ເຮົາກໍອາຈບໍ່ແພງກວ່າ ຄືຢູ່ຕ່າງປະເທດ ແຕ່ວ່າ ຄັນວ່າມີຄົນລາວ ກໍຈະບໍ່ອອກນອກປະເທດຫລາຍ ເພາະວ່າສ່ວນໃຫຍ່ ເຄື່ອງມືມັນບໍ່ມີ ເຄື່ອງມືທາງການແພດມັນບໍ່ມີ.

ໂຮງໝໍສູນກາງ 103 ຂອງກອງທັບປະຊາຊົນລາວ ແລະ ໂຮງໝໍ 103 ຂອງກອງທັບປະຊາຊົນວຽດນາມ ໄດ້ຮ່ວມມືກັນຜ່າຕັດ ປ່ຽນໝາກໄຂ່ຫລັງຢູ່ລາວ 2 ກໍຣະນີ ດ້ວຍຜົລສໍາເຣັດ ໃນມື້ວັນທີ 2 ສິງຫາທີ່ຜ່ານມາ ຄືກໍຣະນີທີ 6 ແລະທີ 7 ທີ່ໄດ້ປ່ຽນສໍາເຮັດມາແລ້ວ.

ນຶ່ງໃນຈໍານວນນັ້ນ ເປັນແມ່ຍິງ ອາຍຸ 49 ປີ ຢູ່ບ້ານວຽງຈະເຣີນ ເມືອງໄຊເສດຖາ ນະຄອນຫລວງວຍງຈັນ ຊຶ່ງໄດ້ເສັຍຄ່າຜ່າຕັດ ປ່ຽນໝາກໄຂ່ຫລັງ 300 ປາຍລ້ານກີບ, ແຕ່ປະຊາຊົນຫລາຍຄົນ ຍັງບໍ່ຮູ້ວ່າ ຢູ່ລາວ ປ່ຽນໝາກໄຂ່ຫລັງໄດ້.

ດັ່ງແມ່ຄ້າຂາຍສມຸນໄພ ຮັກສາໝາກໄຂ່ຫລັງ ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີວ່າ:

ແມ່ນ ຢູ່ລາວເຮົາ ຍັງບໍ່ມີເທື່ອ ມີແຕ່ວ່າຮັກສາ ຄືເວົ້າຫັ້ນແຫລະ ລາວເຮົາບໍ່ອັນນັ້ນສິນ່າ ມີແຕ່ຮັກສາ ແບບນີ້ ໄປກວດກໍມາແຕ່ກິນຢາບໍ ຫລືວ່າຂະເຈົ້າຜ່າຕັດເປັນໜິ້ວ ກໍກິນແບບນີ້ ຖ້າເປັນໝາກໄຂ່ຫລັງ ຖ້າເຖິງຟອກ ເຮົາມີແຕ່ຟອກນໍາໄຂ່ຫັລງສິນ່າ ມັນກໍຍັງບໍ່ທັນມີເທື່ອ ທີ່ຈະປ່ຽນໝາກໄຂ່ ຫລັງ ຍັງບໍ່ທັນມີເທື່ອ.

ການຜ່າຕັດ ປ່ຽນໝາກໄຂ່ຫລັງ ຢູ່ລາວສໍາເຣັດຄັ້ງທໍາອິດ ເມື່ອວັນທີ 31 ທັນວາ 2022 ໂດຍການຮ່ວມມື ຣະຫວ່າງໂຮງໝໍສູນກາງ 103 ຂອງກອງທັບ ສອງປະເທດ ລາວ-ວຽດນາມ ທີ່ໄດ້ຜ່າຕັດ ປ່ຽນໝາກໄຂ່ຫລັງ 2 ກໍຣະນີ ສໍາເຣັດ. ຢູ່ ສປປລາວ ຈໍານວນຜູ້ປ່ວຍ ທີ່ມີອາການ ໝາກໄຂ່ຫລັງວາຍ ໄລຍະສຸດທ້າຍ ກໍາລັງເພີ່ມຂຶ້ນເລື້ອຍໆ, ມີການປະເມີນວ່າ ປັດຈຸບັນ ໃນທົ່ວປະເທດ ມີຫລາຍກວ່າ 1,000 ຄົນ ກໍາລັງຟອກໝາກໄຂ່ຫລັງ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.