ເຣື້ອງທີ່ເກັບບັນທຶກໄວ້
2010-01-11
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 22 ໃນມື້ນີ້ຈະໄດ້ກ່າວເຖິງ ຕອນທີ່ເລົ່ານັກໂທດ ນາຍຮ້ອຍ ກຳລັງພາກັນໂຕນໜີ ຢ່າງເປັນຂະບວບ ທີ່ສູນສັມມະນາ ບ້ານທ່າໂຄ່ງ. ສເນີໂດຍ : ໂມທະນາ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-11
ສະມາຊິກ ສະພາສູງສະຫະຣັຖ ຈະປະສານງານ ກັບເຈົ້າໜ້າທີ່ ຣັບຖານ ເພື່ອສເນີໃຫ້ລາວ ເປີດເຜີຍ ແລະ ອະນຸຍາດໃຫ້ ນາໆຊາດ ເຂົ້າໄປຕິດຕາມ ຂັ້ນຕອນ ການສົ່ງ ຊາວເຜົ່າມົ້ງ ກັບພູມລໍານໍາ ຂອງຂະເຈົ້າ.
2010-01-11
ຜແນກສາທາຣະນະສຸຂ ເມືອງວຽງພູຄາ ແຂວງຫລວງນ້ຳທາ ຈັດແຜນການຄອຍລະວັງ ການແຜ່ລະບາດ ຂອງເຊື້ອໂຣກໄຂ້ຫວັດໝູ ສາຍພັນ A/H1N1 ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ມີການແຜ່ລະບາດ ຂອງວາຍຣັສນີ້ ໃນລະດູໜາວຊຶ່ງມີ ອຸນຫະພູມທີ່ ຫລຸດລົງເລື້ອຍໆ ຊຶ່ງປ່ອຍໃຫ້ເຊື້ອໂຣກ ແຜ່ຂຍາຍໄດ້ງ່າຍ.
2010-01-11
ເດັກນ້ອຍຍິງລາວ ທີ່ຕົກເປັນເຫຍື່ອຂອງ ກຸ່ມຄ້າມະນຸດ ທີ່ຖືກນາຍຈ້າງທາຣຸນ ໃນໄທ ທີ່ໄດ້ອອກຂ່າວວ່າງ ມື້ກ່ອນ ໄດ້ຮັບການດູ ແລ ເອົາໃຈໃສ່ຈາກ ຫ້ອງການສວັດດີການ ແລະ ຄຸ້ມຄອງແຮງງານໄທ.
2010-01-11
ສະມາຊິກສະພາຕໍ່າ ສະຫະຣັຖ ຖືກນຳພາໄປຢ້ຽມຢາມ ຊາວມົ້ງລາວ ທີ່ກັບຈາກໄທຽ ໄປຢູ່ບ້ານຜາຫລັກ ແຕ່ບໍ່ໄດ້ໄປເບີ່ງ ແລະ ສັງເກດກາຣພວກ ທີ່ຖືກສົ່ງໄປຢູ່ ແຂວງບໍຣິຄຳໄຊ ແຕ່ຢ່າງໃດ.
2010-01-11
ແຂວງອຸດົມໄຊ ສາມາດຊັກຊວນ ໃຫ້ເດັກນ້ອຍເຂົ້າໂຮງຮຽນ ໄດ້ຫລາຍກ່ວາ 90% ໃນສົກປີສືກສາ 2008-2009.
2010-01-11
ອົງກາຣອັຍກາຣສູງສຸດ ສປປລາວ ສຣຸບຄະດີແພ່ງ ປະຈຳປີ 2008-2009 ຈຳນວນ 767 ເຣື່ອງ.
2010-01-11
ທາງການລາວໄດ້ຈັດສົ່ງ ຊາວມົ້ງລາວ ກວ່າສາມພັນຄົນ ກັບໄປສູ່ຖິ່ນຖານທີ່ເດີມ ຂອງພວກຂະເຈົ້າແລ້ວ.
2010-01-08
ຣາຍການຕອບຈົດໝາຍ ປະຈຳສັປດາ ຈັດສເນີທ່ານໂດຍ : ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-08
ຊາຕາກັມຂອງຊາວມົ້ງລາວ 4 ພັນກວ່າຄົນ ທີ່ຖືກທາງການໄທ ສົ່ງກັບຄືນລາວ ໃນທ້າຍເດືອນ ທັນວາ 2009 ນັ້ນຈະເປັນໄປ ແນວໃດໃນເມື່ອ ທາງການລາວຍັງ ບໍ່ອະນຸຍາດ ໃຫ້ຕ່າງປະເທດ ເຂົ້າໄປເບີ່ງຂະນະທີ່ ຍາດພີ່ນ້ອງຂອງພວກຂະເຈົ້າ ຢູ່ນອກປະເທດ ມີຄວາມວິຕົກກັງວົນ ແລະ ເປັນຫ່ວງເປັນໄຍນຳ ຍ້ອນວ່າ ພວກຂະເຈົ້າບໍ່ ສະໝັກໃຈກັບ. ຈຳປາທອງ ມີລາຍງານກ່ຽວກັບ ເລື່ອງນີ້ ມາສະເໜີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-08
ທາງກາຣລາວ ຕຣຽມກໍ່ສ້າງຫໍຫລັກເມືອງ ຂອງນະຄອນຫລວງວຽງຈັນ ໃນເດືອນ ກຸມພາ 2010 ນີ້.
2010-01-08
ລາວ ແລະ ກັມພູຊາ ສໍາເຣັດກອງປະຊຸມ ຄະນະກັມມາທິການ ຮ່ວມມື 2 ຝ່າຍ ໂດຍພ້ອມທີ່ຈະຂຍາຍ ການຮ່ວມມືກັນ 3 ດ້ານ.
2010-01-08
ທາງການແຂວງ ອັຕປື ເຝົ້າຣະວັງໂຣກ ໄຂ້ຫວັດນົກ ຕາມແນວຊາຍແດນ ລາວ-ວຽດນາມ.
2010-01-08
ມະໂຫສົດ ເປັນໂຮງພຍາບາລ ຊັ້ນນຳຂອງລາວ ແຕ່ຍັງຂາດນາຍແພທ ທີ່ຊຳນານຫລາຍ ພໍສົມຄວນ ແລະຄົນປ່ວຍ ຍັງປະສົບກັບບັນຫາ ທີ່ຢຸກຢາມີຣາຄາ ແພງເກີນຄວນ.
2010-01-08
ທາງກາຣລາວ ຈັດສົ່ງຊາວມົ້ງຄືນສູ່ ພູມລຳເນົາເດີມ ແລະເຂຕຈັດສັນໃໝ່ ເປັນທີ່ຮຽບຮ້ອຍແລ້ວ 2,000 ກວ່າຄົນ ຫລັງຈາກຖືກ ສົ່ງກັບຄືນປະເທສ.