ເດັກນ້ອຍເຂົ້າໂຮງຮຽນ ເພີ້ມຂື້ນໃນອຸດົມໄຊ

ແຂວງອຸດົມໄຊ ສາມາດຊັກຊວນ ໃຫ້ເດັກນ້ອຍເຂົ້າໂຮງຮຽນ ໄດ້ຫລາຍກ່ວາ 90% ໃນສົກປີສືກສາ 2008-2009.
ສົມເນ
2010.01.11

ໃນສົກປີສືກສາ 2008-2009 ຜ່ານມາ ແຂວງອຸດົມໄຊ ສາມາດຊັກຊວນໃຫ້ເດັກນ້ອຍ ທີ່ມີອາຍຸລະຫ່ວາງ 6-10 ປີ ມາເຂົ້າໂຮງຮຽນ ໄດ້ເກີນກ່ວາ 90% ຕາມເປົ້າໝາຍຂອງ ແຜນການປະຕິບັດ ການປະຕິຮູບ ການສືກສາຂອງແຂວງ ໃນນັ້ນຮ່ວມທັງ ເດັກນ້ອຍ
ຢູ່ໃນເຂດຊົນນະບົດ ສອກຫລີກຫ່າງໄກ ອີກດ້ວຍ ດັ່ງທ່ານ ຈິນດາວົງ ສົມສາມາດ ຫົວໜ້າຜແນກການສືກສາ ປະຈໍາແຂວງໄດ້ກ່າວ:

"ອັຕຣາເຂົ້າຮຽນ ຂອງນັກຮຽນເກີນອາຍຸ 6-10 ປີ ພວກເຮົາສາມາດ ບັນຈຸໄດ້ 92.2% ການຂະຫຍາຍການສືກສາ ໄປໃນເຂດພູດອຍ ກໍເຫັນວ່າຢ່າງ ກ້ວາງຂວາງ ພໍສົມຄວນ ການກໍ່ສ້າງພື້ນຖານ ໂຄງຮ່າງກໍໄດ້ ຮັບການປັບປຸງ ໄດ້ຈໍານວນນື່ງ".

ທ່ານວ່າ ມາຮອດປັດຈຸບັນນີ້ ມີໂຮງຮຽນປະຖົມ 486 ແຫ່ງ ແລະໂຮງຮຽນມັທຍົມ 46 ແຫ່ງ ແລະວ່າສາມາດ ຂະຫຍາຍການສືກສາ ເດັກນ້ອຍ ໄປເຖິງເຂດ ຊົນນະບົດ ທີ່ຫ່າງໄກ ສອກຫລີກຈໍານວນນື່ງ ເພື່ອເຮັດໃຫ້ເດັກນ້ອຍ ມີໂອກາດໄດ້ ເຂົ້າໂຮງຮຽນ.

ທ່ານວ່າ ການປັບປຸງ ການສືກສາໃນແຂວງ ແມ່ນອີງໃສ່ແຜນການ ພັທນາການສືກສາ ແຫ່ງຊາດ  ທີ່ຕ້ອງການເພີ້ມ ຈໍານວນເດັກນ້ອຍ ເຂົ້າຮຽນໜັງສື ໃຫ້ຫລາຍຂື້ນ
ແລະປັບປຸງຄຸນນະພາບ ຂອງການສືກສາ.

ໃນດ້ານປະຕິບັດ ໂຕຈິງນັ້ນ ທ່ານວ່າ ມັນກໍມີຄວາມຫຍຸ້ງຍາກ ຫລາຍປະການ ໂດຍສະເພາະ ຈໍານວນຄູສອນ ທີ່ຕ້ອງການແທ້ໆນັ້ນ ບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.