ຂໍຄວາມໂປ່ງໃສ ໃນການເປັນຢູ່ຂອງ ຊາວມົ້ງທີ່ຖືກສົ່ງກັບ
2010.01.11

ສະມາຊິກ ສະພາສູງ ສະຫະຣັຖ ຈາກຣັຖ ມີນິໂຊຕາ ຈັດການປະຊຸມ ຫາລື ຮ່ວມກັບ ຊຸມຊົນ ຊາວລາວເຜົ່າມົ້ງ ໃນຣັຖດັ່ງກ່າວ ແລະ ໃກ້ຄຽງ ເມື່ອວັນທີ 7 ມົກກະຣາ ຜ່ານມາ ເພື່ອແລກປ່ຽນຂໍ້ມູນຄືບໜ້າ ຣະຫວ່າງ ການປະຕິບັດງານ ຂອງເຈົ້າໜ້າທີ່ ສະຫະຣັຖ ໃນລະຍະຜ່ານມາ ແລະ ຊາວລາວເຜົ່າມົ້ງ-ອາເມຣິກັນ ກ່ຽວກັບ ຍາດພີ່ນ້ອງ ຂອງຂະເຈົ້າ ທີ່ຖືກສົ່ງກັບ ຄືນ ສປປລາວ.
ທ່ານ ຈູເພັງ ລີ, ນຶ່ງ ໃນຈໍານວນ ຜູ້ແທນ ຂອງຊາວລາວ ເຜົ່າມົ້ງ ກ່າວວ່າ ການປະຊຸມ ຄັ້ງນີ້ ໂດຍການອຸປຖັມ ຂອງ ທ່ານ ອາລ ຟແລງເກັນ, ສະມາຊິກສະພາສູງ ຈາກຣັຖ ມິນີໂຊຕາ, ຊຶ່ງທ່ານ ໄດ້ຊີ້ແຈງ ໃຫ້ຊຸມຊົນຊາວລາວເຜົ່າມົ້ງ ກ່ຽວກັບ ການປະຕິບັດງານ ຂອງທ່ານ ແລະ ເຈົ້າໜ້າທີ່ ສະຫະຣັຖ ໃນລະຍະຜ່ານມາ ແລະ ກໍຈະສືບຕໍ່ໄປ. ທ່ານ ຈູເພັງ ກ່າວໃນຕອນນຶ່ງ ວ່າ: ທ່ານ ຈູເພັງກ່າວວ່າ …
"ທ່ານ ອາລ ຟແລງເກັນ, ຈະຕິດຕໍ່ກັບ ເພື່ອຮ່ວມງານ ຂອງທ່ານ, ສະມາຊິສະພາສູງ ແລະ ຈະປະສານງານກັບ ກະຊວງການຕ່າງປະເທດ ສະຫະຣັຖ ເພື່ອກົດດັນລາວ. ແລະ ຖ້າຫາກວ່າ ມີການຕົກລົງກັນໄດ້ ກ່ຽວກັບ ການໄປຢ້ຽມຢາມ ສປປລາວ, ທ່ານ ກໍຈະໄປ ເພາະທ່ານ ເຫັນວ່າ ຊາວລາວເຜົ່າມົ້ງ ທີ່ຣັຖມີນີໂຊຕາ ມີບົດບາດສໍາຄັນ ແລະ ທ່ານ ກໍຈະປະຕິບັດຕາມໜ້າທີ່ ຂອງທ່ານ."
ຜູ້ທີ່ເຂົ້າຮ່ວມ ການປະຊຸມ ດັ່ງກ່າວ, ນອກຈາກ ທ່ານ ອາລ ຟແລັງເກິນ ແລະ ເຈົ້າໜ້າທີ່ ປະຈໍາ ຫ້ອງການ ຂອງທ່ານແລ້ວ, ຍັງມີເຈົ້າໜ້າທີ່ ຈາກ ຫ້ອງການ ມາດາມ ເອມີ ຄໂລບູຈາຣ, ສະມາຊິກສະພາສູງ ສະຫະຣັຖ ຈາກຣັດ ມິນີໂຊຕາ ເຊັ່ນດຽວກັນ, ພ້ອມກັບ ເຈົ້າໜ້າທີ່ ຣັຖບານ ທ້ອງຖິ່ນ ແລະ ຊຸມຊົນຊາວເຜົ່າມົ້ງ 200 ກ່ວາຄົນ.
ການປະຊຸມຄັ້ງທີ່ ເປັນການຫາລື ຄັ້ງທໍາອິດ ຣະຫວ່າງ ເຈົ້າໜ້າທີ່ ສະຫະຣັຖ ແລະ ຊຸມຊົນຊາວເຜົ່າມົ້ງ ພາຍຫລັງ ທີ່ຊາວລາວເຜົ່າມົ້ງ 4 ພັນກ່ວາຄົນ ຖືກທາງການໄທ ສົ່ງກັບ ສປປລາວ, ຊຶ່ງເຮັດໃຫ້ ຍາດພີ່ນ້ອງ ຂອງຂະເຈົ້າ ໃນສະຫະຣັຖ ອະເມຣິກາ ແລະ ນາໆຊາດ ເປັນຫ່ວງ ກ່ຽວກັບ ຊະຕາກັມ ຂອງຂະເຈົ້າ ໃນຂະນະທີ່ ທາງການລາວ ຍັງບໍ່ທັນ ອະນຸຍາດ ໃຫ້ອົງການກ່ຽວຂ້ອງ ແລະ ນາງໆຊາດ ໄປຕິດຕາມເບິ່ງ ຂັ້ນຕອນ ການສົ່ງກັບ.