ຢ້ຽມຢາມຊາວມົ້ງ ກັບຈາກໄທຽ ທີ່ບ້ານຜາຫລັກ
2010.01.11
ສະມາຊິກສະພາຕໍ່າ ສະຫະຣັຖ ທີ່ຢ້ຽມຢາມ ສປປລາວ ຖືກນຳພາໄປຢ້ຽມຢາມ ແລະ ສັງເກດກາຣສະພາບ ກາຣເປັນຢູ່ຂອງ ຊາວລາວເຜົ່າມົ້ງ ທີ່ຢູ່ໃນເຂຕຈັດສັນໃໝ່ ທີ່ບ້ານຜາຫລັກ ເທົ່ານັ້ນ ແຕ່ບໍ່ໄດ້ຖືກນຳ ໄປເບິ່ງພວກທີ່ ຖືກສົ່ງໄປຢູ່ ແຂວງບໍຣິຄຳໄຊ ແຕ່ຢ່າງໃດ.
ທ່ານ Eni Faleomavaega ປະທານອະນຸກັມມະກາຣ ຝ່າຍກາຣຕ່າງປະເທສ ຂອງສະພາສະຫະຣັຖ ກ່ຽວດ້ານ ສະພາບແວດລ້ອມ ໃນເອເຊັຽ ແລະ ປາຊີຟິກ ພ້ອມດ້ວຍທ່ານ Mike Honda ແລະທ່ານ Joseph Anh Cao ສະມາຊິກສະພາຕໍ່າ ສະຫະຣັຖ ເຊັ່ນກັນ ໄດ້ໃຫ້ແຖລງກາຣ ຕໍ່ສື່ມວລຊົນ ທີ່ນະຄອນຫລວງ ວຽງຈັນ ພາຍຫລັງກັບຈາກ ກາຣຢ້ຽມຢາມ ຊາວມົ້ງທີ່ບ້ານຜາຫລັກ ໃນມື້ວັນເສົາທີ່ 9 ມົກກະຣານີ້ວ່າ:
“ບໍ່ພົບເຫັນມີຮ່ອງຮອຍ ຫລືຫລັກຖານຂໍ້ມູລ ທີ່ພໍຈະແສດງ ໃຫ້ເຫັນວ່າ ມີກາຣແບ່ງແຍກເຜົ່າພັນ ປະຫັດປະຫາຣ ຫລືທຳຮ້າຍຮ່າງກາຍ ຕໍ່ຊາວມົ້ງລາວ ທີ່ຖືກສົ່ງຈາກ ປະເທສໄທຽ ໃນຣະຍະຜ່ານມາ ນີ້ນັ້ນແກ່ຢ່າງໃດ”.
ໃນຂະນະດຽວກັນ ທ່ານ Feleomavaega ກໍກ່າວເນັ້ນວ່າ ກາຣທີ່ພວກທ່ານໄປ ຢ້ຽມຢາມຊາວເຜົ່າມົ້ງ ທີ່ບ້ານຜາຫລັກ ດັ່ງກ່າວ ກໍເພື່ອຕິດຕາມ ສອບຖາມຫາ ຄວາມຈິງທີ່ວ່າ ອອກເປັນຂ່າວ ມີກາຣທຸບຕີ ທຳຮ້າຍຮ່າງກາຍ ບັນດາຊາວເຜົ່າມົ້ງ ທີ່ຖືກສົ່ງກັບ ຄືນປະເທສ ຊຶ່ງເປັນຂໍ້ກ່າວຫາ ທີ່ຮຸນແຮງ ທີ່ອາຈສ້າງຜົລກະທົບ ຣະຫວ່າງລາວ ແລະ ສະຫະຣັຖ ກໍເປັນໄດ້ ພ້ອມຍັງຈະເປັນກາຣ ສ້າງຄວາມແຕກແຍກ ແລະຄວາມບໍ່ພໍໃຈ ໃຫ້ແກ່ຊາວລາວມົ້ງ-ອະເມຣິກັນ ຫລາຍແສນຄົນ ທີ່ຍັງມີຍາຕພີ່ນ້ອງ ອາສັຍຢູ່ໃນເມືອງລາວ ໃນປັຈຈຸບັນ.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ສະມາຊິກ ສະພາຕໍ່າ ສະຫະຣັຖ ກໍວ່າຈະນຳເອົາ ບັນຫາຂອງລູກຣະເບີດ ທີ່ບໍ່ທັນແຕກຫລື UXO ໄປພິຈາຣະນາ ກັບທາງກາຣ ສະຫະຣັຖ ເພື່ອຫາວິທີທາງ ແກ້ໄຂຮ່ວມກັນ ພ້ອມຍັງຢາກໃຫ້ມີກາຣ ສົ່ງເສີມນັກສຶກສາລາວ ໄປຮຽນຕໍ່ທີ່ ສະຫະຣັຖ ໃຫ້ຫລາຍກວ່າເກົ່າ ເພື່ອເຂົາເຈົ້າຈະມີ ຄວາມຮູ້ ແລະ ກັບຄືນມາ ພັທນາປະເທສຊາຕ ໃນຂັ້ນຕໍ່ໆໄປ.