ຊາວຫລວງນໍ້າທາ ເຝົ້າຣະວັງໄຂ້ຫວັດໝູ

ຜແນກສາທາຣະນະສຸຂ ເມືອງວຽງພູຄາ ແຂວງຫລວງນ້ຳທາ ຈັດແຜນການຄອຍລະວັງ ການແຜ່ລະບາດ ຂອງເຊື້ອໂຣກໄຂ້ຫວັດໝູ ສາຍພັນ A/H1N1 ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ມີການແຜ່ລະບາດ ຂອງວາຍຣັສນີ້ ໃນລະດູໜາວຊຶ່ງມີ ອຸນຫະພູມທີ່ ຫລຸດລົງເລື້ອຍໆ ຊຶ່ງປ່ອຍໃຫ້ເຊື້ອໂຣກ ແຜ່ຂຍາຍໄດ້ງ່າຍ.
ໂພໄຊສວັດ
2010.01.11

ຜແນກສາທາຣະນະສຸຂ ເມືອງວຽງພູຄາ ແຂວງຫລວງນ້ຳທາ ຈັດແຜນການຄອຍ ລະວັງການແຜ່ລະບາດ ຂອງເຊື້ອໂຣກໄຂ້ຫວັດໝູ ສາຍພັນ A/H1N1 ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ມີການແຜ່ລະບາດ ຂອງວາຍຣັສນີ້ ໃນລະດູໜາວ ຊຶ່ງມີອຸນຫະພູມ ທີ່ຫລຸດລົງເລື້ອຍໆ ຊຶ່ງປ່ອຍໃຫ້ເຊື້ອໂຣກ ແຜ່ຂຍາຍໄດ້ງ່າຍ. ດັ່ງເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ເມືອງວຽງພູຄາ ໄດ້ເວົ້າເຖິງການ ເຮັດວຽກການ ປ່າວເຕືອນອະທິບາຍ ໃຫ້ປະຊາຊົນ ຊາວບ້ານຮູ້ວ່າ:

"ສ່ວນພວກເຮົານີ້ ກໍໄດ້ມີການແຈ້ງຂ່າວ ໃຫ້ຮັບຮູ້ທາງ ໂທຣະໂຂ່ງຂອງເມືອງ ແລະກໍໄດ້ສົ່ງແຈ້ງ ການໄປຍັງຂະນະ ບ້ານໃນ 46 ບ້ານຢູ່ໃນເມືອງພວກເຮົານີ້ ເພື່ອໃຫ້ຂະເຈົ້າ ມີຄວາມຮູ້ພື້ນຖານ ກ່ຽວກັບພຍາດໂຕນີ້ ແລະກໍວິທີການ ປ້ອງກັນແບບເບື້ອງຕົ້ນ."

ທ່ານເວົ້າຕື່ມວ່າ ມາຕການໃນການ ຄອຍລະວັງດັ່ງກ່າວ ກໍເຮັດຄວບຄູ່ກັນ ໄປກັບ ການສົ່ງເຈົ້າໜ້າທີ່ ໄປອົບຮົມກ່ຽວກັບ ເຊື້ອໂຣກໄຂ້ຫວັດໝູ ສາຍພັນ A/H1N1 ໃນພື້ນທີ່ຂົງເຂດ ເມືອງວຽງພູຄາ ຊຶ່ງເຈົ້າໜ້າທີ່ ໄດ້ເຂົ້າໄປສັງເກດການ ແລະແຍກຜູ້ປ່ວຍຈາກ ໂຮກໄຂ້ຫວັດທັມມະດາ ກັບຜູ້ປ່ວຍຕິດ ເຊື້ອໂຣກໄຂ້ຫວັດໝູ.

ອີງຕາມສະຖິຕິ ຜູ້ປ່ວຍໃນເຂດ ເມືອງວຽງພູຄາ ມີຄົນເປັນໄຂ້ຫວັດໃຫຍ່ ທັງໝົດ 82 ຄົນ ເປັນຜູ້ຍິງ 39 ຄົນ ແລະ 4 ຄົນສົງໃສ ວ່າຕິດເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ A/H1N1 ແລະຍັງມີຜູ້ ເສັຍຊີວິດອີກ. ດັ່ງເຈົ້າໜ້າທີ່ເວົ້າວ່າ:

"ໃນຊ່ວງທ້າຍເດືອນ 7 ປີ 2009 ນີ້ແຫລ໋ະກໍມີ ຄົນເຈັບອາການຄ້າຍຄື ກະວ່າມີຜູ້ເສັຍ ຊີວິດນຶ່ງຄົນ ແລະ ກໍມີການເກັບໂຕ ຢ່າງສົ່ງໄປ ທາງວຽງຈັນພຸ້ນ ສູນລະບາດກໍໄດ້ ຢືນຢັນມາວ່າ ແມ່ນເສັຍຊີວິດ ຍ້ອນສາເຫດໄຂ້ຫວັດໃຫຍ່ ສາຍພັນໃໝ່ນີ້ນີ່."

ການແຜ່ລະບາດ ຂອງເຊື້ອໂຣກໄຂ້ຫວັດໝູ ສາຍພັນ A/H1N1ໃນສປປລາວ ກໍມີປາກົດການ ຢູ່ເມື່ອທ້າຍປີ 2009 ດັ່ງນັ້ນທາງການກ່ຽວຂ້ອງ ຈຶ່ງໄດ້ ກະຕຽມຄອຍລະວັງ ເລື້ອຍມາ ແລະ ຍັງລໍຖ້າຢາສັກກັນ ຈາກອົງການ ອະນາໄມໂລກ ທີ່ຈະນຳເອົາມາ ບໍລິຈາກຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.