ກອງປະຊຸມ ຄະນະກັມມາທິການ ລາວແລະກັມພູຊາ

ລາວ ແລະ ກັມພູຊາ ສໍາເຣັດກອງປະຊຸມ ຄະນະກັມມາທິການ ຮ່ວມມື 2 ຝ່າຍ ໂດຍພ້ອມທີ່ຈະຂຍາຍ ການຮ່ວມມືກັນ 3 ດ້ານ.
ມະນີຈັນ
2010.01.08

ໃນກອງປະຊຸມ ຄະນະກັມມາທິການ ຮ່ວມມື 2 ຝ່າຍ ລາວ-ກັມພູຊາ ຄັ້ງທີ 11 ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 5 ແລະ 6 ມົກກະຣາ 2010 ນີ້ ໄດ້ມີການລົງມະຕິ ໃນການຂຍາຍ ການຮ່ວມມືກັນຫລາຍຂຶ້ນ ທັງທາງດ້ານການເມືອງ ເສຖກິດ ແລະ ສີລປະວັທນະທັມ ຕາມຄໍາເວົ້າຂອງ ທ່ານບູນເກີດ ສັງສົມສັກ ຮອງຣັຖມົນຕຣີ ຊ່ວຍວ່າການ ກະຊວງການຕ່າງປະເທດ ສປປລາວ:

"ໃນກອງປະຊຸມ ໄດ້ມີການແລກປ່ຽນ ຄວາມຄິດຄວາມເຫັນກັນ ໃນນັ້ນແບ່ງອອກເປັນ 3 ສ່ວນໃຫຍ່ ພາກສ່ວນທີ 1 ໄດ້ປຶກສາຫາຣື ກ່ຽວກັບຄວາມຮ່ວມມື ການເມືອງແລະ ຄວາມໝັ້ນຄົງ ພາກສ່ວນທີ 2 ໄດ້ປຶກສາເລື່ອງ ຄວາມຮ່ວມມື ດ້ານເສຖກິດ ແລະວິຊາການແລະ 3 ດ້ານວັທນະທັມ ແລະສັງຄົມ."

ທ່ານກ່າວວ່າ ການຮ່ວມມືຣະຫວ່າງ ລາວ ແລະ ກັມພູຊາ ຈະແຍກການຮ່ວມມື ໃນແຕ່ລະໜ່ວຍງານ ເຊັ່ນ ກະຊວງປ້ອງກັນ ຄວາມສງົບຂອງລາວ ຈະຮ່ວມມືກັບກະຊວງ ປ້ອງກັນຄວາມສງົບ ຂອງ ກັມພູຊາ ໃນດ້ານການເມືອງ ບັນຫາຕາມແນວຊາຍແດນ ບັນຫາຢາເສບຕິດ. ນອກຈາກນັ້ນ ໜ່ວຍງານກ່ຽວຂ້ອງ ດ້ານອື່ນໆ ກໍຈະຮ່ວມມືກັນ ດ້ານເທັກນິກ ເລື່ອງການກະເສຕປ່າໄມ້ ການປະມົງ ເສຖກິດ-ການຄ້າ ບໍ່ແຮ່-ພລັງງານ ໂຍທາທິການ-ຂົນສົ່ງ-ໄປສນີ ແລະດ້ານແຮງງານ ສ່ວນດ້ານ ສິລປະວັທນະທັມ ຈະເນັ້ນການຮ່ວມມື ດ້ານກິລາ-ການສຶກສາ ແລະ ວິຈິດສິລເປັນຕົ້ນ. ທ່ານບູນເກີດ ກ່າວຕໍ່ໄປວ່າ: 

"ກອງປະຊຸມ ຄະນະກັມມາທິການ ຮ່ວມມື ລາວ-ກັມພູຊາ ຄັ້ງທີ 11 ໄດ້ເປີດຂຶ້ນ ວັນທີ 5-6 ໂດຍຣັຖມົນຕຣີ ຕ່າງປະເທດ 2 ປະເທດ ເປັນປະທານ ກອງປະຊຸມໄດ້ ປຶກສາຫາຣືກັນ ໃນຂອບຄວາມຮ່ວມມື ອະນຸພາກພື້ນ ຊຶ່ງຕົ້ນຕໍເລັ່ງໃສ່ 3 ຫລ່ຽມພັທນາ ລາວ ກັມພູຊາ ວຽດນາມ ຊຶ່ງເປັນບັນຫາທີ່ 2 ຝ່າຍເຫັນວ່າມີ ຄວາມສໍາຄັນ ໃນການເຊື່ອມໂຍງ ເຂົ້າໃນພາກພື້ນ."

ໃນກອງປະຊຸມ ດັ່ງກ່າວ ຝ່າຍລາວ ນໍາໂດຍຣັຖມົນຕຣີ ການຕ່າງປະເທດ ທອງລຸນ ສີສຸລິດ ຝ່າຍກັມພູຊາ ນໍາໂດຍຣັຖມົນຕຣີ ການຕ່າງປະເທດ ຫາວ ນໍາຮົງ  ໂດຍມີເຈົ້າໜ້າທີ່ ຈາກໜ່ວຍງານທີ່ ກ່ຽວຂ້ອງອື່ນໆ ເຂົ້າຮ່ວມນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.